Elena Alexandra Apostoleanu ແລະ  Yin Guo Xiong Di

(GMT+08:00) 2012-03-20 10:36:22     cri

 



因果兄弟 ( Yin Guo Xiong Di ) ເປັນ​ວົງ​ນັກ​ຮ້ອງ​ທີ່​ປະກອບ​ດ້ວຍ​ອ້າຍ​ນ້ອງ​​ສອງ​ຄົນ, ຊື່ຂອງ​ວົງ​ນີ້ແມ່ນ​ໄດ້​ມາ​ຈາກ​ຊື່​ຂອງສອງອ້າຍນ້ອງ. ອ້າຍ​ຊື່ວ່າ​ເຟີ​ງຢິນ ​ເປັນ​ນັກ​ຫຼິ້ນ​ກິຕາ​ທັງ​ເປັນ​ນັກ​ຮ້ອງ​ໃນ​ວົງ, ​ມີ​ລະດັບ​ການ​ສຶກສາ​ ປະລິ​ຍາ​ຕີ​ສອງ​ວິຊາ​ຄື​ ​ຄຸ້ມ​ຄອງ​ວິ​ສາ​ຫະກິດ ​ແລະ ເສດຖະສາດ.

ນ້ອງ​ຊື່ວ່າ​ເຟິງ​ໂກວ,​ ເປັນ​ນັກ​ຫຼິ້ນ​ກິ​ຕາ​ ທັງ​ເປັນ​ນັກ​ຜະລິດ​ດົນຕີ​, ຮຽນ​ຈົບ​ຈາກ​ວິທະຍາ​ໄລ​ດົນຕີ. ສອງອ້າຍນ້ອງ​ກຳ​ເນີ​ດໃນ​​ຄອບຄົວ​ສິລະ​ປະ​ງີ້ວ, ​ເຖິງ​ວ່າ​ ​ສອງອ້າຍນ້ອງ​ມີ​ຄວາມ​ຝັນ​ຕ່າງ​ກັນ​ກໍ່ຕາມ ແຕ່​​ໃນ​ທີ່​ສຸດເຂົາ​ເຈົ້າ​ລ້ວນ​ແຕ່​ໄດ້​ເລືອກດົນຕີ​​ເປັນ​ອາຊີບ​.​

  因果兄弟 ເລີ່​ມກ້າວ​ເດີນ​ເສັ້ນທາງ​ດົນຕີ​​ໃນ​ປີ2000,​ ເຂົາ​ເຈົ້າ​ຈາກ​​​ແຂວງ​ອ່ານ​ຮຸຍ​ທີ່​ເປັນ​ບ້ານ​ເກີດ​ເມືອງ​ນອນ​ໄປ​ນະຄອນ​ເຊິ​ນ​ເຈິ້ນ, ຕັ້ງ​ວົງ ຈົ້ງ​ຊິນ ທີ່​ຮ້ອງ​ເພງ Metal ​ແລະ Punk​ ແລະເປັນ​ນັກ​ຮ້ອງ​ປະຈຳ​ຮ້ານ​​​ແຫ່ງ​ຕ່າງໆ.

   因果兄弟 (Yin Guo Xiong Di) ຍຶດໝັ້ນ​ຮ້ອງ​ເພງ​ທີ່​ແຕ່ງ​ເນື້ອ​ຮ້ອງ​ແລະ​ທຳນອງ​ເພງເອງ ນັບ​ແຕ່​ກ້າວ​ສູ່​ວົງ​ການ​ເພງ​ມາຜົນງານ​ເພງ​ຂອງ​ເຂົາ​ເຈົ້າ​ລ້ວນ​ແຕ່​ແມ່ນ​ກຳ​ເນີ​ດຈາກ​ຄວາມ​ຮູ້ສຶກ​ຕໍ່​ຊີວິດ​ຕົວ​ຈິງ. ຈຸດ​ເດັ່ນ​ທີ່​ສຸດ​ຂອງ​ວົງ​​ແມ່ນ​ເນັ້ນ​ໃສ່​ຜູ່​ຟັງ​ທົ່ວ​ໄປ, ຈຸດ​ເດັ່ນ​ອີກ​ຈຸດ​ໜຶ່ງ​ກໍ່​ແມ່ນ​ເນັ້ນ​ໃສ່ຄວາມ​ແທ້​ຈິງ ແລະ ແຕ່ລະ​ເພງ​ລ້ວນ​ແຕ່​​ແມ່ນ​ແຕ່ງ​ຂຶ້ນ​ດ້ວຍເລື່ອງ​ຈິງ.​
1 2