Lindsay Lohan ແລະ Mo Wen Wei ( Karen Mok )

(GMT+08:00) 2012-03-21 10:10:15     cri


ນ:   ເຂົ້າໄລຍະນີ້ພວກເຮົາກໍ່ມີປະຫວັດຂອງນັກຮ້ອງສາວລູກຊອດໄອລີສ-ອີຕາລຽນມາແນະນຳໃຫ້ມິດລາຍການໄດ້ຮູ້ຈັກ ! ກັບສາວຄົນນີ້: Lindsay Lohan ນັກຮ້ອງ-ນັກສະແດງຄວາມສາມາດ ທີ່ປັດຈຸບັນໄດ້ປ່ຽນສັນຊາດມາເປັນຄົນອາເມຣິກາ ! ແຕ່ວ່າຄວາມຈິງສາວຄົນນີ້ບໍ່ມີເຊື້ອສາຍ ຫລືວ່າ ສາຍເລືອດຄົນອາເມຣິກາເລີຍ ! ແລະສາເຫດການປ່ຽນກໍ່ເນື່ອງຈາກເກີດຢູ່ອາເມຣິກາມາແຕ່ນ້ອຍ ສ່ວນສາເຫດອັນຫລັກກໍ່ເພື່ອຄວາມສະດວກໃນການເຮັດວຽກນັ້ນເອງ !

ລ: Lindsay Lohan ປັດຈຸບັນເປັນສາວໄວອາຍຸ26ປີ, ເກີດໃນວັນທີ2ກໍລະກົດ1986 ທີ່ນະຄອນຫລວງນິວຍອກ ລັດນິວຍອກ ສະຫາລັດອາເມຣິກາ ! ເກີດໃນຄອບ ຄົວຖານະປານກາງ ທີ່ມີພໍ່ເປັນອາດີດພໍ່ຄ້າໃນເຂດ Wall Street ທີ່ເປັນເສັ້ນທາງການຄ້າອັນດັບຕົ້ນໃນຕົວເມືອງນິວຍອກ ! ສ່ວນແມ່ກໍ່ເປັນອາດີດນັກຮ້ອງ ແລະນັກເຕັ້ນຂອງປະເທດອີຕາລີນຳອີກ ! ນອກນັ້ນ Lindsay ຍັງມີນ້ອງອີກ2ຄົນຄື: Donata ແລະ Michael Lohan ທີ່ລ້ວນແຕ່ມີອາຊີບການເປັນນັກສະແດງ !

ນ: Lindsay ກ້າວເຂົ້າສູ່ວົງການບັນເທີງທຳອິດໃນນາມຂອງນັກເດີນແບບໄວອາຍຸ3ປີເທົ່ານັ້ນ ! ແລະເລີ່ມເປັນທີ່ຮູ້ຈັກ ພາຍຫລັງທີ່ມີຜົນງານການສະແດງລະຄອນໂທລະພາບ ທີ່ຜະລິດໂດຍຄ້າຍໜັງໃຫຍ່ຂອງອາເມຣິກາ Walt Disney Pictures ທີ່ ສ້າງຕັ້ງຂື້ນໃນປີ1929 ! ຈາກນັ້ນກໍ່ໄດ້ມີຜົນງານການສະແດງອອກມາຢ່າງຕໍ່ເນື່ອງສູ່ຜູ້ຊົມທົ່ວອາເມຣິກາ ຄວບຄູ່ກັບການຮ້ອງເພງປະກອບລະຄອນໃນຫລາຍເລື່ອງ !

(ເພງ)

ນ: Lindsay Lohan ນັກຮ້ອງ-ນັກສະແດງສາວ ເຊື້ອສາຍໄອລີສ-ອີຕາລຽນ ! ພາຍຫລັງທີ່ແຈ້ງເກີດໃນອາຊີບການເປັນນາງແບບ ແລະນັກສະແດງຂອງຄ້າຍໜັງດັງ Walt Disney Pictures ແລ້ວ ! ມາຮອດປີ2004, Lindsay ຕັດສິນໃຈອອກຜົນງານເພງຊຸດທຳອິດຂອງຕົນເອງ ໃນຖານະເປັນນັກຮ້ອງໃນສັງກັດຂອງຄ້າຍເພງ Casablanca Records ທີ່ເປັນເຄື່ອຂ່າຍຂອງຄ້າຍເພງແມ່: Universal Music Group !


ລ: ແລະພາຍຫລັງອະລະບ້ຳ SPeak ຖືກປ່ອຍອອກມາ, ກໍ່ໄດ້ຮັບຄວາມນິຍົມສູງຈາກແຟນເພງທົ່ວອາເມຣິກາ ! ໂດຍຖືກຈັດໃຫ້ເປັນອະລາບ້ຳຍອດນິຍົມອັນດັບທີ4 ໃນເວບໄຊເພງດັງ Billboards ! ແລະເປັນທີ່ມາຂອງລາງວັນອະລາບ້ຳດີເດັ່ນ ທີ່ມອບໂດຍສະມາຄົມອຸສາຫະການການຜະລິດເພງຂອງອາເມຣິກາ ! ພິເສດອະລາບ້ຳດັ່ງກ່າວກໍ່ລວມມີ12ເພງ ເຊິ່ງມີ6ເພງທີ່ Lindsay ນຳເອົາຜົນງານເພງຂອງສິລະປິນດັງມາຮ້ອງ ແລະໃສ່ທຳນອງໃໝ່ !ນ: ປັດຈຸບັນ ສາວລູກຊອດໄອລີສ-ອີຕາລຽນຄົນນີ້, ໄດ້ມີຜົນງານເພງອອກມາສູ່ຜູ້ຟັງ2ອະລາບ້ຳເທົ່ານັ້ນ ໃນນັ້ນກໍ່ມີ: Speak(2004) ແລະ A Little More Personal (2005)! ແລະກໍ່ຍັງມີການປ່ອຍຜົນງານເພງໃໝ່ໆອອກມາເລື້ອຍໆ ແຕ່ບໍ່ທັນໄດ້ຮວບຮ່ວມເປັນອະລາບ້ຳ ! ນອກນັ້ນຍັງມີຜົນງານການສະແດງຫລາຍເຖິງ 17ເລື່ອງ !ເປັນ ຕົ້ນກໍ່ມີເລື່ອງ: Underground Comedy ຈະອອກສາຍຢູ່ອາເມຣິກາກາງປີ2012ນີ້!

1 2