Lindsay Lohan ແລະ Mo Wen Wei ( Karen Mok )

(GMT+08:00) 2012-03-21 10:10:15     cri

 
Mo Wen Wei ( Karen Mok ) ນັກ​ຮ້ອງ​ຍິງ​ຂອງ​ຮົງ​ກົງ​​ມີ​ຄວາມ​ສາມາດ​ຫຼາຍ​ດ້ານ ເວົ້າ​ໄດ້​ ຫຼາຍ​ພາສາ​ ແລະ ​ຫຼິ້ນ​ເຄື່ອງ​ດົນຕີ​ໄດ້​ຫຼາຍ​ປະ​ເພດ ເຂົ້າ​ວົງ​ການບັນ​ເທິງ​ໃນ​ຖານະ​ເປັນ​ນັກ​ຮ້ອງ​ ແລະ ຍັງ​ປະສົບ​ຜົນສຳ​ເລັດ​ສູງ​ໃນ​ດ້ານ​ການສະ​ແດງ​ພ້ອມ.​

​  Karen Mok ກຳ​ເນີ​ດໃນ​ຮົງ​ກົງ ​ໃນ​ປີ1970ໄດ້​ຮັບ​ການ​ສຶກສາ​ທີ່​ດີ​ມາ​ແຕ່​ນ້ອຍເວົ້າ​ໄດ້​ 5ພາສາ ຄື​ພາສາຈີນ​ກວາງ​ຕຸ້ງ ພາສາ​ຈີນ​ກາງ ອັງກິດ ຝະຣັ່ງ ​ແລະ​ອີ​ຕາ​ລີ. ນອກຈາກ​ການ​ສຶກສາ​ພື້ນຖານ​ດ້ານ​ວັດທະນະທຳ​ແລ້ວ ຍັງ​ໄດ້​ຮັບ​ການ​ສຶກສາ​ວິຊາ​ສິລະ​ປະ​ອີກ​ເຊັ່ນ​ ເປຍ​ໂນ ພິນ​ບູຮານ​ຈີນ​ ແລະ​ ອື່ນໆ.

ໃນປີ1989 ພາຍຫຼັງ​ຮຽນ​ຈົບ​ມັດທະຍົມ​ປາຍ​ ​ Karen Mok ​ໄດ້​ເສັງ​ເຂົ້າມະຫາວິ​ທະຍາ​ໄລ​ລອນ​ດອນ​ອັງກິດ ​ສຶກສາ​​ວິຊາ​ວັນນະຄະຂອງດີ​ອີ​ຕາ​ລີ ແຕ່​ຍ້ອນ​ວ່າມັກ​ດົນຕີ​ຫຼາຍຍັງ​ໄດ້​ເລືອກ​ຮຽນ​ວິຊາ​ດົນຕີ​ອີກ.​​​

ຄວາມ​ສາມາດ​ດ້ານ​ການ​ຮ້ອງ​ເພງ​​ຖືກ​ບໍລິສັດ​ເພງ​​ແຫ່ງ​ໜຶ່ງ​ຂອງ​ຮົງກົງ​ຄົ້ນ​ພົບ​ ​ແລະ​ ບໍລິສັດ​ກໍໄດ້​ອອກ​ອາ​ລະ​ບ້ຳ​ເພງ​ພາສາ​ກວາງ​ຕຸ້ງຊຸດ​ທຳ​ອິດ​ ແຕ່​ວ່າ​ອາ​ລະ​ບ້ຳ​ນີ້​ຂາຍ​ໄດ້​ພຽງ​ແຕ່ 800​ແຜ່ນ​ເທົ່ານັ້ນ ຕໍ່​ມາໄດ້​ຫັນ​ໄປເຊັນ​ສັນຍາ​ກັບ​ບໍລິ​ເພງ​ຂອງ​ໄຕ້​ຫວັນ​ ແລະ​ ໄດ້​ອອກາ​ອາ​ລະ​ບ້ຳ​ເພງ​ພາສາ​ກວາງ​ຕຸ້ງ ຊຸດ​ທີ2​ ແຕ່​ ກໍຍັງ​ບໍ່​ໄດ້​ຮັບ​ຜົນສຳ​ເລັດ​​ຄື​ເກົ່າ.​
ເມື່ອ​ປະສົບ​ອຸປະສັກ​ອັນ​ໃຫຍ່​ຫຼວງ​ໃນ​ດ້ານ​ການ​ຮ້ອງ​ເພງ Karen Mok ກໍ​ຕັດສິນ​ໃຈ​ຫັນ​ໄປສະ​ແດງ​ຮູບ​ເງົາ.
 
ປີ1996ໄດ້​ເຂົ້າ​ຮ່ວມ​ການສະ​ແດງ​ຮູບ​ເງົາ​ເລື່ອງ​ໜຶ່ງ​ທີ່​ກຳກັບ​ການສະ​ແດງ​ໂດຍ​ທ່ານ​ວາງ​ເຈ່ຍ​ເວີ້​ຍ ແລ້ວ​ຊິງ​ໄດ້​ລາງ​ວັນ​ຕົວ​ປະກອບ​ດິ​ເດັ່ນ​ຂອງ​ລາງວັນຮູບ​ເງົາ​ຮົງ​ກົງ. ການສະ​ແດງ​ຮູບ​ເງົາ​ໄດ້​ຊ່ວຍ​ Karen Mok ສ້າງ​​ພາບໃໝ່​ໃນ​ການ​ພັດທະນາ​ວຽກ​ງານ​ສິລະ​ປະ​. ພ້ອມ​ດຽວ​ກັນ​ນັ້ນ​ຍັງ​ໄດ້ພົບ​ໂອກາດ​ທີ່ດີ​ ເຮັດ​ໃຫ້​ວຽກ​ງານ​ການ​ຮ້ອງ​ເພງ​ພັດທະນາ​ດີ​ຂຶ້ນ.

ປີ1997 Karen Mok ​ໄດ້​ອອກ​ອາ​ລະ​ບ້ຳ​​ເພງ​ພາສາ​ຈີນ​ກາງ​ຊຸດ​ທຳ​ອິດ​ ​ອາ​ລະ​ບ້ຳ​ຊຸດ​ນີ້​ໄດ້​ຮັບ​ຜົນສຳ​ເລັດ​ສູງ ແລະ ເປັນ​ຂີດ​ໝາຍ​ທີ່​ເຮັດ​ໃຫ້​ Karen Mok  ຫຼຸດພົ້ນອອກ​ຈາກ​ເງົາ​ມືດ​ແຫ່ງ​ການ​ຫຼົ້ມ​​ເຫຼວ​ໃນ​ວຽກ​ງານການ​ຮ້ອງ​ເພງ ແລະ ສ້າງຖານະ​ບົດບາດ​ ເອກະລັກ​ລີລາ​ການ​ຮ້ອງ​ເພງ​ ໃນ​ວົງ​ການ​ເພງ.
 


1 2