Ciara Princess Harris c ແລະ You Jia ​​

(GMT+08:00) 2012-03-22 10:30:45     cri


ນ: ເຂົ້າມາໄລຍະນີ້ພວກເຮົາກໍ່ມີນັກຮ້ອງສາວຜິວສີ ທີ່ປະສົບຜົນສຳເລັດສູງກັບຍອດຂາຍເພງ ເຊິ່ງລວມໄປເຖິງການສະແດງຄອນເສີດໃນທົ່ວໂລກ ! ກັບເຈົ້າຂອງຜົນງານເພງອະລາບ້ຳດັງ: Goodies ທີ່ເຄີຍເປັນອະລາບ້ຳດັງອັນດັບ1ຂອງອາເມຣິກາ ! ກັບຍອດຂາຍສະເພາະອະລາບ້ຳດັ່ງກ່າວທີ່ສູງເຖິງ 5ລ້ານແຜ່ນໃນທົ່ວໂລກ ແລະເປັນທີ່ມາຂອງ3ລາງວັນ ທີ່ມອບໂດຍສະມາຄົມອຸດສາຫະກຳການຜະລິດເພງຂອງອາເມຣິກາ !

ລ: ມາຮູ້ຈັກສາວຜິວສີຄົນນີ້: Ciara Princess Harris ຫລືເປັນທີ່ຮູ້ຈັກໃນວົງການເພງສັ້ນໆກໍ່ແມ່ນ: Ciara ນັ້ນເອງ! Ciara ເກີດໃນວັນທີ25ທັນວາ1985, ປັດຈຸບັນເປັນສາວໄວອາຍຸ27ປີ ທີ່ມີບ້ານເກີດຢູ່ເມືອງອອສຕິນ ລັດເທັກຊັດ ສະຫາລັດອາເມຣິກາ ! ແລະກຳລັງປະສົບຜົນສຳເລັດເປັນຢ່າງດີ ກັບອາຊີບການເປັນນັກຮ້ອງໃນຫລາຍແນວເພງ ບໍ່ວ່າຈະເປັນ: Pop, Hiphop, R&B ແລະ Dance !

ນ: Ciara Princess Harris ເກີດໃນຄອບຄົວທີ່ມີພໍ່ເປັນນາຍທະຫານອາເມຣິກາ ແລະມີການຍ້າຍບ່ອນປະຈຳການເລື້ອຍໆໃນຫລາຍປະເທດ ! ຈິ່ງເປັນສາເຫດທີ່ Ciara ແລະຄອບຄົວຈຳເປັນຕ້ອງໄດ້ຍ້າຍໄປຢູ່ຕາມພໍ່ ! ໂດຍມີການຍ້າຍໂຮງຮຽນຢູ່ຕະຫລອດ ຈົນວ່າບໍ່ມີໝູ່ຊະນິດນຳເຂົາຈັກຄົນ ! ແຕ່ວ່າ ການທີ່ຍ້າຍບ່ອນຢູ່ໃນຫລາຍປະເທດ ກໍ່ໄດ້ສ້າງໃຫ້ Ciara ເປັນຄົນທີ່ມີຄວາມຄິດ, ມີທັດສະນະກ້ວາງໃກ ! ແລະພິເສດເປັນຄົນເຂັ້ມເຂງຂື້ນ ເນື່ອງຈາກຕິດພັນກັບຊີວິດການເປັນທະຫານຂອງພໍ່ !

(ເພງ)

ນ: Ciara Princess Harris ນັກຮ້ອງດັງຂອງເມືອງອອສຕິນ ລັດເທັກຊັດ ສະຫາລັດອາເມຣິກາ ! ມີແຮງບັນດານໃຈກ້າວເຂົ້າສູ່ເສັ້ນທາງດົນຕີ ຈາກການທີ່ໄດ້ເຫັນຜົນ ງານເພງຂອງກຸ່ມສິລະປິນ Destiny's Child ທີ່ເປັນວົງດັງຂອງ6ສາວຜິວສີ ສ້າງຕັ້ງຂື້ນໃນປີ1997 ! ເຊິ່ງ1ໃນອາດີດສະມາຊິກຂອງວົງດັ່ງກ່າວກໍ່ລວມມີ: Beyoncé Knowles ທີ່ປັດຈຸບັນກາຍເປັນສິລະປິນໃນຕົ້ນແບບ ແລະກໍ່ເປັນຂວັນໃຈຂອງຫລາຍໆຄົນໃນທົ່ວໂລກ !
 
ລ: Ciara ກ້າວເຂົ້າສູ່ວົງການເພງທຳອິດໃນນາມສັງກັດຂອງຄ້າຍເພງ LaFace Records ທີ່ເປັນໜຶ່ງໃນຫລາຍໆຄ້າຍເພງດັງຂອງອາເມຣິກາ ! ຈາກນັ້ນກໍ່ມີການປ່ອຍອະລາບ້ຳທຳອິດອອກມາ ໂດຍໃສ່ຊື່ວ່າ: Goodies ທີ່ປະສົບຜົນສຳເລັດສູງກັບຍອດຂາຍທີ່ຫລາຍກວ່າ 5ລ້ານແຜ່ນໃນທົ່ວໂລກ ຈົນເປັນທີ່ມາຂອງ3ລາງວັນທີ່ມອບໂດຍສະມາຄົມອຸດສາຫະກຳການຜະລິດເພງຂອງອາເມຣິກາ ! ແລະອີກໜຶ່ງລາງວັນຈາກການເຂົ້າຊິງໃນງານ Grammy Awards !

ນ: ປັດຈຸບັນ Ciara ໄດ້ມີຜົນງານເພງອອກມາຢ່າງຕໍ່ເນື່ອງກັບຄ້າຍເພງໃໝ່: Epic Records ທີ່ເປັນເຄື່ອຂ່າຍຂອງຄ້າຍເພງໃຫຍ່ໃນອາເມຣິກາ: Sony Music Entertainment ! ກັບຜົນງານເພງທີ່ອອກມາທັງໝົດ 4ອະລາບ້ຳ: Goodies(2004), The Evolution(2006), Fantasy Ride(2009) ແລະBasic Instinct(2010) ! ນອກນັ້ນຍັງມີໂຄງການໃຫຍ່ໃນການສະແດງຄອນເສີດໄປທົ່ວໂລກຫລາຍເຖິງ7ຄັ້ງ ! ເຊິ່ງຄັ້ງລ່າສຸດແມ່ນໄປສະແດງຢູ່ທີ່ອົດສຕາລີ ຮ່ວມກັບສິລະປິນດັງຫລາຍຄົນ ບໍ່ວ່າຈະເປັນ Flo Rida, Jay Sean, Akon !
1 2