Ciara Princess Harris c ແລະ You Jia ​​

(GMT+08:00) 2012-03-22 10:30:45     cri

 
林宥嘉
      ນັກ​ຮ້ອງໜຸ່ມ ຈາກ​ໄຕ້ຫວັນ​ຂອງ​ຈີນ  ​ ທີ່​ຊະ​ນະ​ເລີ​ດຈາກ​ເວທີ ການ​ປະ​ກວດນັກ​ຮ້ອງ ​ໃນ ລາຍການ One Million  Star Season 1 ທີ່​ຈັດຂຶ້ນ​ໃນ​ໄຕ້​ຫວັນ​ຂອງ​ຈີນ .

ນັກ​ຮ້ອງ ໜຸ່ມຄົນ​ນີ້ ​ມີ​ຊື່ວ່າ  Lin  You Jia ​​ເກີດ​ໃນ​ວັນ​ທີ 1 ກໍລະກົດ ປີ 1987    ​ປັດ​ຈຸບັນ​ກໍ​ມີ​ອາ​ຍຸ 24 ປີ ນັ້ນ​ເອງ ​

      ຫຼັງຈາກ​ຊະນະ​ເລີດ​ໃນ​ລາຍການ​ປະ​ກວດ​ຮ້ອງ​ເພງ​ດັ່ງກ່າວ ກໍ​ໄກ້​ເຊັນ​ສົນ​ຍາ​ກັບບໍລິ​ສັດ​ເພງ   Him International Music ກ່​ອນທີ່ Lin You Jia ຈະ​ປ່ອຍ Album ​ເຕັມໆຂອງ​ຕົນ​ຢ່າງ​ເປັນທາງ​ການ​ນັ້ນ ກໍ​ໄດ້​ມີ​ຜົນງງານ​ເພງ ທີ່​ໃຊ້​ເຂົ້າ ປະກອບ​ໃນ​ລະຄອນ​ເລື່ອງ idol ອອກ​ມາ​ໃນ​ລະຫວ່າງ ​ເດືອນ ພຶດສະພາ ​ແລະ ​ເດືອນ ມິ​ຖຸນາ ​ໃນ​ປີ 2008 ​

     ແລ້ວຫຼັງ ຈາກ​ນັ້ນ ກໍ​ໄດ້​ປ່ອຍ album ທຳ​ອິດຂອງ​ຕົນ ອອກ​ມາ​ໃນ​ວັນ​ທີ 3 ​ເດືອນ ມ​ິຖຸນາ ປີ 2009  ສ່ວນ​ແນວ​ການ​ຮ້ອງ​ເພງ ຂອງ Lin You Jia ​ແມ່ນ ປະກອບ​ໄປ​ດ້ວຍຫຼາກຫຼາຍ​ຮູບ​ແບບ ເຊັ່ນ solf rock  Jazz  rock  n roll ​ແລະ R n B

     ຜົນງານ​​ເພງທັງໝົດ ຂອງ Lin You Jia ມີ ຢູ່ 3 album ດ້ວຍ​ກັນ ປະກອບ​ມີ ອະ​ລະບ້ຳທຳ​ອິດ Mystery Guest ​ໃນ​ປີ 2008 Senses Around ​ໃນ​ປີ 2009 ແລະ ອະ​ລະ​ບ້ຳ​ລ່າ​ສຸດ Perfect Life ​ໃນ​ປີ 2011 ທີ່​ຜ່ານ​ມາ
 
     ໜຸ່ມຄົນນີ້ ມີ​ເປັ້າໝາຍ​ໃນ​ການ​ອອກ album ​ເພງ ​ໃຫ້ຫຼາຍທີ່​ສຸດ  ​ແລະ ການ​ທົວຄອນ​ເສີດ​ໃນ​ເມີ​ອງ​ໃຫຍ່​ຕ່າງໆ ​​ແລະ ​ໃນ​ປີ 2009 ທີ່​ຜ່ານ​ມາກໍ່ ປະສົບ​ຄວາມ​ສຳ​ເລັດ​ຈາກ​ການ​ທົວຄອນ​ເສີດ ​ໃນ ຮົງ​ກົງ ​ແລ​ະ ສິງກະ​​ໂປ
 
1 2