Big Sean ແລະ Su Rui

(GMT+08:00) 2012-03-22 10:42:35     cri



ນ:ເຂົ້າມາໄລຍະນີ້ພວກເຮົາກໍ່ມີອີກໜຶ່ງສິລະປິນດັງທີ່ຫລົງໃຫລກັບແນວເພງHiphop ມາແນະນຳໃຫ້ມິດລາຍການໄດ້ຮູ້ຈັກ ! ກັບໜຸ່ມໄວອາຍຸ24ປີຄົນນີ້: Sean Michael Anderson ຫລືເປັນທີຮູ້ຈັກໃນວົງການເພງຂອງອາເມຣິກາໃນນາມຂອງ: Big Sean ນັ້ນເອງ ! ເຊິ່ງປັດຈຸບັນນອກຈາກຈະມີຜົນງານເພງອອກມາຢ່າງຫລວງຫລາຍແລ້ວ ຍັງໄປມີຊື່ສຽງກັບການຮ້ອງໃນຜົນງານເພງຂອງສິລະປິນດັງຫລາຍຄົນໃນອາເມຣິການຳອີກ !

ລ: Big Sean ເປັນນັກຮ້ອງໜຸ່ມໄວອາຍຸ24ປີ, ເກີດໃນວັນທີ25ມີນາ1988 ທີ່ເມືອງ Santa Monica, ລັດແຄລິຟໍເນຍ ສະຫາລັດອາເມຣິກາ ! ແຕ່ປັດຈຸບັນໄດ້ຍ້າຍມາຢູ່ເມືອງ Detroit ລັດແມັກຊິແກນ ກັບອາຊີບການເປັນນັກຮ້ອງຕາມທີ່ຕົນເອງໄຝ່ຝັນມາແຕ່ນ້ອຍ ! ເຊິ່ງ Big Sean ໃຫ້ຄວາມສົນໃຈເປັນພິເສດກັບເພງ Hiphop ທີ່ມີການປະສົມປະສານກັບການແຣັບ! ແລະປັດຈຸບັນກໍ່ໄດ້ພັດທະນາຄວາມສາມາດຂອງຕົນເອງໄປສູ່ການເປັນນັກແຕ່ງເພງມືອາຊີບ ນຳອີກ!

ນ: Big Sean ປະສົບຜົນສຳເລັດສູງກັບອາລະບ້ຳເພງ Finally Famous ທີ່ປ່ອຍອອກມາໃນເດືອນມິຖຸນາ2011 ! ກັບຍອດຂາຍ 87,000ແຜ່ນ ພາຍໃນ1ອາທິດ ແລະມີການຈັດສະຖິຕິລ່າສຸດສຳລັບຍອດຂາຍຂອງອະລາບ້ຳດັ່ງກ່າວໃນເດືອນມັງກອນ2012ນີ້: ມີສູງເຖິງ 294,000ແຜ່ນ ສະເພາະຢູ່ໃນອາເມຣິກາ ! ຍັງບໍ່ລວມຍອດຂາຍຢູ່ຕ່າງ ປະເທດ ແລະສື່ອອນໄລທາງອິນເຕີເນັດຕ່າງໆ !

(ເພງ)

ນ: Big Sean ນັກຮ້ອງດັງຂອງເມືອງ Detroit ລັດແມັກຊິແກນ ສະຫາລັດອາເມຣິກາ ! ກ່ອນໜ້ານີ້ແມ່ນເຄີຍເປັນນັກຮ້ອງອິດສະລະ ບໍ່ມີຄ້າຍເພງສັງກັດ ແລະໃນເວລານັ້ນກໍ່ໄດ້ມີການທ້ອນເງິນທຶນຂອງຕົນເອງ ແລະຜູ້ສະໜັບສະໜູນຈາກບໍລິສັດຕ່າງໆ ຈົນສາມາດອອກອະລາບ້ຳເພງຂອງຕົນເອງໄດ້ໃນທີ່ສຸດ ກັບ3ອະລາບ້ຳ: The Mixtape (2008), UKNOW BIG SEAN(2009)ແລະ BIG(2010) !

ລ: ແລະຈາກ3ອະລາບ້ຳອິສະລະດັ່ງກ່າວ, ຈິ່ງເປັນທີ່ມາຂອງອະລາບ້ຳທຳອິດ ທີ່ Big Sean ໄດ້ມີສັງກັດຄ້າຍເພງຄືກັບສິລະປິນຄົນອື່ນໆ ກັບອາລະບ້ຳ: Finally Famous ທີ່ປ່ອຍອອກມາຢ່າງເປັນທາງການໃນປີ2011ທີ່ຜ່ານມາ ! ກັບຄ້າຍເພງ G.O.O.D Music ແລະ Def Jam Records ໂດຍທັງ2ຄ້າຍລວ້ນແຕ່ເປັນເຄືອຂ່າຍຂອງຄ້າຍເພງໃຫຍ່ໃນອາເມຣິ ນັ້ນກໍ່ຄື: Universal Music Group ! ທີ່ຮ່ວມກັນສ້າງນັກຮ້ອງໃໝ່ຄົນນີ້ !

ນ: ປັດຈຸບັນ Big Sean ກໍ່ໄດ້ກາຍເປັນນັກຮ້ອງດັງ ທີ່ຄົນທົ່ວອາເມຣິກາຍອມຮັບເຖິງຄວາມສາມາດໃນການຜະລິດຜົນງານເພງຄຸນນະພາບອອກມາສູ່ຜູ້ຟັງ ! ນອກນັ້ນຍັງເປັນໜຶ່ງໃນນັກແຕ່ງເພງHiphopທີ່ພວມມາແຮງ ກັບຜົນງານເພງທີ່ອອກມາທັງໝົດ4ອະລາບ້ຳ ໃນນັ້ນກໍ່ມີ: The Mixtape(2008), UKNOW BIG SEAN(2009), BIG(2010) ແລະ Finally Famous(2011) !ນອກນັ້ນຍັງມີໂອກາດຮ່ວມງານກັບສິລະປິນດັງຫລາຍຄົນ ບໍ່ວ່າຈະເປັນ: Rick Ross, Chris Brown, Nicki Minaj ແລະ Bruno Mars !
1 2