Big Sean ແລະ Su Rui

(GMT+08:00) 2012-03-22 10:42:35     cri

 
ນັກ​ຮ້ອງ​ຍິງ​ອາວຸ​ໂສ ທີ່ສຽງ​ຮ້ອງ​ຂອງ​ລາວກາຍ​ເປັນຄວາມ​ຊົງ​ຈຳ​ທີ່​ລືມ​ບໍ່​ລົງ​ໃນ​ໃຈ​ຂອງຫລາຍໆຄົນ​ ​ເຊິ່ງ​ແມ່ນ ​Su Rui ນັກ​ຮ້ອງ​ໄຕ້​ຫວັນ

Su Rui ກີດ​ໃນ ​ໄຕ້ຫວັນ​ຂອງ​ຈີນເມື່ອປີ 1952 ​ແລະ ​ເມື່ອອາຍຸ​ໄດ້ 16​ປີ ​ໄດ້ເລີ່​ມຕົ້ນຊີວິດ​ການ​ຮ້ອງ​ເພງ​ ​ໃນ​ວົງ​ການ​ເພງ​ໄຕ້​ຫວັນ , ສິງກະ​ໂປ​ ແລະ ​ຮົງ​ກົງ ​ ໂດຍ​ສະ​ເພາະ ເນັ້ນ​ລີລາ​ຮ້ອງ​ເພງ​ແບບ Blue Rock

ປີ1983 ​ໄດ້ອອກ​ອາ​ລະ​ບ້ຳ​​ເພງ​ຈີນ​ຊຸດ​ທຳ​ອິດ​ ທີ່​ລວມ​ເພງ​ປະກອບ​ຮູບ​ເງົາ​ ​ເຊິ່ງນຳ​ສະ​ເໜີ​ຄວາມຮູ້ສຶກ​ດ້ານ​ຊີວິດ​​,​ເຮັດ​ໃຫ້​ເພງ​​ໄດ້ຮັບຄວາມນິຍົມ​ ​ແລະ ມີ​ຄວາມ​ໝາຍ​ເລິກ​ເຊິ່ງ ​ຈິ່ງສ້າງ​ຊື່ສຽງ​ຢ່າ​ງວ່ອງ​ໄວ ສະ​ເທືອ​ນວົງ​ການ​ເພງ​ໄຕ້​ຫວັນ ​ແລະ​ ຮົງ​ກົງ.

ອາ​ລະ​ບ້ຳ​ນີ້​ແມ່ນ​​​ແຜ່ນສຽງ​ນັກ​ຮ້ອງໄຕ້​ຫວັນ​ຊຸດ​ທຳ​ອິດທີ່​ຈຳໜ່າຍ​ໃນຈີນແຜ່ນດິນ​ໃຫຍ່ ນັບ​ແຕ່​ເຂົ້າ​ວົງ​ການ​ເພງ​ Su Rui ​ໄດ້​ອອກ​ອາ​ລະ​ບ້ຳ30​ກວ່າ​ຊຸດ ເຊິ່ງລວມທັງ​ເພງ​ອັງກິດ, ຈີນ, ພາສາ​ກວາງຕຸ້ງ, ພາສາ​ທ້ອງ​ຖິ່ນ​ໄຕ້​ຫວັນ​ ແລະ​ ພາສາ​ຍີ່​ປຸ່ນ. ໄດ້​ຮັບ​ລາງວັນ​ດົນຕີ​ ແລະ​ ລາງວັນກຽດຕິຍົດຕ່າງໆຫຼາຍ​ຈົນ​ນັບ​ບໍ່​ຖ້ວນ,

​ Su Rui ຍັງໄດ້​ຮ່ວມ​ຮ້ອງ​ເພງ ກັບ​ Pan Wei Bo ລາຊາ​ເພງ​ຮິບ​ຮອບ​ຂອງ ວົງ​ການ​ເພງ​ຈີນ​ ໃນເພງ《我想更懂你》 ​ທີ່ໝາຍ​ເຖິງ ຂ້ອຍ​ຢາກ​ເຂົ້າ​ໃຈ​ເຈົ້າ​ຫຼາຍ​ກວ່າ​ເກົ່າ
1 2