ຢ່າງ​ໃດ​ກໍ່ຕາມ

(GMT+08:00) 2012-03-30 10:48:38     cri

ຖ້າ​​ເຮົາເປັນ​ຄົນ​ໃຈ​ບຸນ, ມັກ​ຊ່ວຍ​ຜູ້​ອື່ນ, ອາດ​ຈະ​ມີ​ຄົນ​​ເວົ້າ​ຂວັນວ່າ​: ​ເຮົາ​ເຮັດ​ເລື່ອງ​ເຫຼົ່ານີ້ ​ແມ່ນ​ເພື່ອຢາກ​ໄດ້​ກຸສົນ​ຜົນ​ບຸນ. ແຕ່​ຢ່າງໃດ​ກໍ​ຕາມ,​ ​ເຮົາ​ກໍ​ຄວນ​ເປັນ​ຄົນ​ໃຈ​ບຸນ.

ໃນ​ເວລາ​ເຮົາ​ໄດ້​ຮັບ​ຜົນສຳ​ເລັດ, ​​ເຮົາ​ອາດ​ຈະ​ໄດ້​ເພື່ອນ​ທີ່​ຈອມປອມ​ແລະ​ສັດຕູ​ທີ່​ຈິງ​ໃຈ, ​ແຕ່​ຢ່າງ​ໃດ​ກໍ​ຕາມ,​ ​ເຮົາ​ກໍ່​ຄວນຍາດ​ແຍ່ງ​ເອົາ​ຜົນສຳ​ເລັດ.

ຖ້າ​​ເຮົາ​ເປັນ​ຄົນ​ຊື່​​ສັດ, ອາດ​ຈະ​ມີ​ຄົນມາ​ຫຼອກລວງ​ເຮົາ, ​ແຕ່​ຢ່າງ​ໃດກໍ​ຕາມ,​ ​ເຮົາກໍຄວນ​ຊື່ສັດ​ຢູ່​ຄື​ເກົ່າ.

ສິ່ງ​ທີ່​ເຮົາ​ສ້າງ​ມາດ້ວຍ​ຄວາມ​ພະຍາຍາມ​ຢ່າງ​ບໍ່​ລົດ​ລະ​ໃນຫຼາຍ​ປີລຽນຕິດ, ອາດ​ຈະ​ຖືກ​ຜູ້​ອື່ນທຳລາຍໃນ​ບາດ​ດຽວ,​ ແຕ່​ຢ່າງ​ໃດ​ກໍ​ຕາມ, ​ເຮົາ​ກໍ່​ຄວນ​ພະຍາຍາມ​ສ້າງ​ຕໍ່​ໄປ.


1 2 3