ຢ່າງ​ໃດ​ກໍ່ຕາມ

(GMT+08:00) 2012-03-30 10:48:38     cri

ຖ້າ​ເຮົາ​ຊອກ​ພົບ​ຄວາມສຸກຂອງ​ຕົນ​ແລ້ວ, ຜູ່​ອື່ນ​ອາດ​ຈະ​ອິດສາ​ເຮົາ,​ ​ແລະ​ເວົ້າ​ສຽດ​ສີ​ໃສ່​ເຮົາ, ແຕ່​ຢ່າງ​ໃດ​ກໍຕາມ,​ ​ເຮົາ​ກໍ່​ຄວນໄປສະ​ເຫວີຍ​ສຸກ​ເທົ່າ​ທີ່​ມີ.

ບາງທີ​ບາງ​ຄົນ​​ເຮັດວຽກບໍ່​ມີ​ຫຼັກການ, ບໍ່​ມີ​ຕັກ​ກະຖານ, ຖື​ວ່າ​ຕົນ​ເອງ​ຖືກ​ໝົດ​ທຸກຢ່າງ,​ ແຕ່​ຢ່າງ​ໃດ​ກໍ່ຕາມ, ອະ​ໄພ​ໃຫ້​​ເຂົາ​ເຈົ້າ.

ເລື່ອງ​ບຳ​ເພັນ​ກຸສົນ​ທີ່​ເຮົາ​ເຮັດ​ໃນ​ມື້​ນີ້, ມື້​ອື່ນ​ຄົນ​ທັງ​ຫຼາ​ຍອາດ​ຈະ​ລືມ, ​ແຕ່​ຢ່າງ​ໃດ​ກໍ່ຕາມ, ​ເຮັດບຸນ​ກຸສົນ​ຕໍ່​ໄປ.
​ເມື່ອ​​ເຮົາອຸ​ທິດ​ທຸກສິ່ງ​ທຸກ​ຢ່າງ​ທີ່​ລ້ຳ​ເລີດໃຫ້​ແກ່​​ໂລກ, ​ແຕ່​ອາດ​ຈະ​ບໍ່ພໍ​ຈັກ​​ເທື່ອ, ​ແຕ່​ຢ່າງ​ໃດ​ກໍ່ຕາມ, ​ເຮົາ​ຄວນອຸທິດທຸກສິ່ງ​ທຸກຢ່າງ​ທີ່​ລ້ຳ​ເລີດ​ໃຫ້​ແກ່​ໂລກ​ຕໍ່​ໄປ.

……

1 2 3