Huo jian huo ແລະ Carmen Electra

(GMT+08:00) 2012-03-31 15:23:06     cri
   Huo jian huo ເປັນທັງ​ນັກ​ຮ້ອງ ​ແລ​ະນັກສະ​ແດງຈາກ​ໄຕ້​ຫວັນ​ຂອງ​ຈີນ, ເກີດ​ໃນ​ວັນ​ທີ 26 ​ເດືອນ ທັນວາ ປີ 1979 ອາຍຸ​ປັດ​ຈຸ​ບັນ 32 ປີ.

ກ່ອນ​ການ​ເຂົ້າສູ່​ວົງ​ການບັນ​ເທີງ ​ເມື່ອ​ຕອນ​ອາ​ຍຸ 17 ປີ ​ໄດ້​ມີ​​ເປົ້າໝາຍ​ໃນ​ການ​ເປັນ​ນັກ​ຮ້ອງ ຈຶ່ງ​ໄດ້​ເຂົ້າ​ຮ່ວມ​ໃນ​ການ​ຝຶ​ກອົບ​ຮົມ ກ່ຽວກັບ​ການ​ຮ້ອງ​ເພງ ​ແລະການ​ເຕັ້ນ ​ເປັນ​ເວລາ​ດົນເຖິງ 2 ປີ . ​ແລະ ຫຼັງຈາກ​ນັ້ນ ​ກໍ່​ໄດ້​ອອກ  album ທຳ​ອິດ ​ແລະ ກາຍເປັນ​ທີ່​ຮູ້​ຈັກ​ຂອງຫຼາຍໆຄົນ ​ໃນ​ວົງ​ການບັນ​ເທີງ.

​   ຫຼັງຈາກ​ນັ້ນ ​ໄດ້​ຮັບໜ້າທີ່​ໃນ​ການ​ເປັນ​ທະຫານ​ພັນທະ ​ແລະ ພາຍຫຼັງສິ້ນ​ສຸດ​ການ​ປະຕິບັດໜ້າທີ່ໃນ​ປີ 2000, ກໍ​ໄດ້​ສະ​ແດງ​ລະ​ຄອນ​ທາງ​ໂທລະພາບ ​ເຊິ່ງ​ເປັນ​ການ​ເລີ່​ມຕົ້ນ​ການສະ​ແດງ​ເປັນ​ຄັ້ງ​ທຳ​ອິດ, ​ແຕ່​ການ​ຕອບ​ຮັບ​ນັ້ນ​ບໍ່ຄ່ອຍ​ດີ​ປານ​ໃດ.

​   ມາ​ຮອດໃນ​ປີ 2003 ​ເປັນ​ປີ​ທີ່​​ເວົ້າ​ໄດ້​ວ່າ Huo  jian huo ປະສົບ​ຜົນສຳ​ເລັດ​ສູງ ​ໃນ​ທຸກໆວຽກງານ​ໃນ​ວົງ​ການບັນ​ເທີ​ງ ​ແລະ​ໃນ​ນັ້ນ​​ແມ່ນ ​ເນັ້ນໜັກ​ໃນ​ດ້ານ​ການສະ​ແດງ ​ແລະການຖ່າຍ​ແບບ. ແລະ​ລະຄອນ​​ໂທລະພາບ​ທີ່​ສ້າງ​ຊື່ສຽງ​ໃຫ້​ກັບ Huo  jian huo ນັ້ນ​ແມ່ນ ລະ​ຄອນ​ເລື່ອງ idol ແລະພາຍ​ໃນ​ປີດຽວກັນ​ນີ້ ​ແມ່ນມີ​ການຖ່າຍ​ລະ​ຄອນ​​ໂທລະ​ພາບຫຼາຍ​ເຖິງ 6 ​ເລື່ອງ​ດ້ວຍ​ກັນ ເຊິ່ງ​ໄດ້​ເຮັດ​ໃຫ້​ລາຍ​ຮັບ ​ແລະ ຕາຕະລາງ​ການ​ເຮັດ​ວຽກນັ້ນ ​ເພີ່ມ​ຂິຶ້ນຢ່າງ​ໄວ.

ພາຍ​ໃນ​ເຄິ່ງປີ ສາມາດ​ສ້າງ​ລາຍ​ໄດ້ສູ​ງ​ເຖິງ 5 ລ້ານ​​ໂດ​ລາ​ສະຫະລັດ ​ແລະປັດ​ຈຸ​ບັນ ໜຸ່ມຄົນ​ນີ້ຍັງ​ຄົງ​ມີຫຼາກຫຼາຍວຽກ​ໃນ​ວົງ​ການບັນ​ເທີງ ​ແລະ ຍັງ​ຄົງ​​ໄດ້ຮັບ​ຄວາມ​ນິຍົມ​ຈາກ​ບັນດາ​ຜູ້​ຊົມ​ຕ່າງໆ.

​ສ່ວນຜົນງານ​ລ່າ​ສຸດ ​ທີ່​ອອກ​ອາກາດ ​ໃນ​ປີ 2012  ​ແມ່ນ​ການສະ​ແດງ​ລະ​ຄອນໂທລະ​ພາບ ​ ເລື່ອງຍາວ  Xing Ming Shi Ye ຊື່​ເລື່ອງໝາຍ​ເຖິງ ທີ່​ປຶກສາ​ທາງ​ດ້ານ​ກົ​ດໝາຍ ​ເປັນລະຄອນ​​ຍ້ອນ​ຍຸກ ໃນຮູບ​ແບບ​ການ​ສືບສວນ​ສອບ​ສວນ ຮັບບົດ​ເປັນ Chu Meng Tian ​ທີ່​ມີ​ກາ​ນຖ່າຍ​ທຳ ມາ​ແຕ່​ໄລຍະເດືອນ​ຕຸລາ ຫາ​ເດືອນ​ທັນວາຂອງ ປີ 2011.
1 2