Huo jian huo ແລະ Carmen Electra

(GMT+08:00) 2012-03-31 15:23:06     cri

 












ນ: ສຳລັບມື້ນີ້, ພວກເຮົາກໍ່ຈະພາມິດລາຍການບິນໄປສະຫະລັດອາເມຣິກາ ເພື່ອທຳຄວາມຮູ້ຈັກນັກຮ້ອງສາວຄວາມສາມາດຄົນນີ້: Carmen Electra ທີ່ປັດຈຸບັນນອກຈາກຈະມີຄວາມໂດດເດັ່ນໃນການຮ້ອງເພງແລ້ວ ! ຍັງໄປມີຊື່ສຽງໃນວົງການນາງແບບແລະມີການຖ່າຍປົກວາລະສານອອກມາຢ່າງຫລວງຫລາຍ ເນື່ອງຈາກເປັນນັກຮ້ອງທີ່ມີຮຸ່ນດີ, ອາລົມດີ ແລະ ໜ້າຕາໜ້າຮັກນຳອີກ !  ເປັນຕົ້ນກໍ່ເຄີຍເປັນນາງແບບໃຫ້ກັບວາລະສານດັງຂອງອາເມຣິກາ: PlayBoy Magazine !

ລ: ກ່ອນໜ້ານີ້ Electa ມີອີກຊື່ໜຶ່ງວ່າ: Tara Leigh Patrick ແຕ່ເນື່ອງຈາກຊື່ ດັ່ງກ່າວຍາວ ແລະຈື່ຍາກສຳລັບແຝນເພງ ! ຕໍ່ມາຈິງປ່ຽນມາເປັນ: Carmen Electra ແລະໃຊ້ມາຈົນຮອດປັດຈຸບັນ ! Electa ເກີດໃນຄອບຄົວນັກດົນຕີຢ່າງແທ້ຈິງ ໂດຍມີແມ່ຊື່: Patricia Patrick ເປັນອາດີດນັກຮ້ອງດັງໃນປະເທດໄອແລນ ແລະພໍ່ຊື່: Harry Patrick ເປັນອາດີດມືກີຕ້າ ລູກຊອດເຢຍລະມັນ-ເຊີກີ ທີ່ມີທັງພອນສະຫວັນໃນການດຶງດູດຜູ້ຊົມໄດ້ເປັນຢ່າງດີ!

ນ: ເນື່ອງຈາກໝາກໄມ້ຫລົ່ນບໍ່ໃກກົກ ຈິ່ງເຮັດໃຫ້ Electa ຫລົງໃຫລການເຕັ້ນ ແລະການຮ້ອງເພງມາແຕ່ນ້ອຍ ໂດຍມີພໍ່ແລະແມ່ເປັນຄູຝຶກສ່ວນຕົວໃຫ້ ! ແຕ່ວ່າໜ້າເສຍດາຍມາຮອດປີ1998 ແມ່ຂອງລາວກໍ່ໄດ້ເສຍຊີວິດລົງ, ເນື່ອງຈາກເປັນພະຍາດຊີ້ນປົ່ງໃນສະໝອງຮ້າຍແຮງ ! ແຕ່ເຖິງວ່າແມ່ຂອງລາວຈະຈາກໂລກນີ້ໄປແລ້ວ ສາວນ້ອຍ Electa ກໍ່ຍັງບໍ່ຢຸດຝັນໃນການເປັນນັກຮ້ອງ ! ໂດຍໄດ້ພິສູດຄວາມສາມາດຂອງຕົນເອງຈົນໃນທີ່ສຸດກໍ່ໄດ້ເຊັນສັນຍາກັບຄ້າຍເພງ Paisley Park Records !

(ເພງ)

ນ: Carmen Electra ນັກຮ້ອງດັງຂອງລັດໂອໄຮໂອ້ ສະຫາລັດອາເມຣິກາ ! ພາຍຫລັງທີ່ໄດ້ຮ່ວມເຊັນສັນຍາກັບຄ້າຍເພງ Paisley Park Records ທີ່ເປັນເຄືອຂ່າຍຂອງຄ້າຍເພງແມ່ Warner Bros Records ສ້າງຕັ້ງຂື້ນໃນປີ1958 ! ຈາກນັ້ນກໍ່ໄດ້ມີການປ່ອຍຜົນງານເພງຊຸດທຳອິດອອກມາ ກັບອະລາບ້ຳ: Carmen Electra ທີ່ລວມມີ12ເພງ ກັບເພງເປີດໂຕ: Go Go Dancer !

ລ: Electra ປະສົບຜົນສຳເລັດສູງກັບອະລາບ້ຳທຳອິດທີປ່ອຍອອກມາ ຈົນເຮັດໃຫ້ຊື່ ສຽງດັງອອກສູ່ຫລາຍປະເທດ ທັງໃນອັງກິດ, ໄອແລນ, ເຢຍລະມັນ ແລະອົດສຕາລີ !ແລະຈາກຄວາມສຳເລັດດັ່ງກ່າວ ຈິ່ງເຮັດໃຫ້ຜູ້ບໍລິຫານຄ້າຍເພງ Warner Bros Records ທີ່ມີການຖ່າຍໜັງຄວບຄູ່ກັບການຜະລິດເພງ, ໃຫ້ສົນໃຈກັບບຸກຄະລິກຂອງລາວ ແລະຊວນມາທົດສອບຄວາມສາມາດ ຈົນໃນທີ່ສຸດກໍ່ຜ່ານການຄັດເລືອກກັບການສະແດງໜັງເລື່ອງທຳອິດ: American Vampire(1997)!

ນ: ປັດຈຸບັນ Electra ກາຍເປັນນັກຮ້ອງທີ່ໄປປະສົບຜົນສຳເລັດສູງກັບອາຊີບການສະແດງ ! ໂດຍຄວາມສາມາດແມ່ນເປັນທີ່ຍອມຮັບໃນລະດັບ Hollywood ກັບຜົນງານການສະແດງທີ່ມີຫລາຍກ່ວາ 50 ເລື່ອງ! ເປັນຕົ້ນກໍ່ມີເລື່ອງດັງ: Get Over It ທີ່ເປັນເລື່ອງຕະຫລົກ ໂດຍElectra ຮັບບົດເປັນຕົວລະຄອນ Moira! ກັບຍອດລາຍໄດ້ທີ່ສູງເຖິງ 20 ລ້ານຫລຽນໃນອາເມຣິກາ ! ແລະເລື່ອງລ່າສຸດຈະມີການອອກສາຍໃນກາງປີ 2012 ນີ້: 2 Headed Shark Attack !
1 2