Fan Wei Qi ແລະ Austin Carter Mahone

(GMT+08:00) 2012-03-31 15:31:30     cri


Fan Wei Qi ຫລື Christine Fan ນັກຮ້ອງຍິງ​ທີ່ເຄີຍ​ເປັນ​ນາງ​ແບບມາ​ກ່ອນ, ແຕ່ຍ້ອນ​ມີ​ຄວາມມັກ​ຮັກ​ຕໍ່​ດົນຕີ ຈຶ່ງ​ປະລະ​ໂອກາດ​ທີ່​ຈະ​ກາຍ​ເປັນ​ນາງ​ແບບ​ຊື່​ດັງຂອງ​ວົງ​ການ ​ແຟຊັນ, ແລ້ວ​ກ້າວເຂົ້າ​ສູ່ວົງ​ການ​ເພງ.

​    ໃນປີ2005 Fan Wei Qi ໄດ້​ອອກ​ອະລະ​ບ້ຳ​ທີ່​ຊື່ວ່າ One to One ​ເຊິ່ງ​ແມ່ນ​ອະ​ລະ​ບ້ຳ​ຊຸດ ທີ 5, ອະ​ລະບ້ຳ​ຊຸດ​ນີ້​ໄດ້​​ເຮັດ​ໃຫ້​ ​ Fan Wei Qi ໄດ້ຮັບນາມມະຍົດ ​ໃນ​ການ​ເປັນລາ​ຊີ​ນີ​ເພງ​ຮັກຂອງ​ວົງ​ການ​ເພງ​ຈີນ, ສະ​ນັ້ນພາກສ່ວນຕ່າງໆ​ຈຶ່ງ​ມັກເຊີນໃຫ້​ໄປສະ​ແດງ​ຕາມງານຕ່າງໆຢູ່ເລື້ອຍໆ ເຊິ່ງສຽງ​ເພງ​ຂອງຟານເວີຍສີໄດ້​ພາ​ໃຫ້​ແຟນ​ເພງ​ຫຼວງ​ຫຼາຍ​ຊາບ​ຊື້ງໃຈໄປກັບບົດເພງຕ່າງໆທີ່ຂັບຮ້ອງອອກມາ.

Fan Wei Qi ​ນັບ​ແຕ່​​ເລີ່​ມຕົ້ນ​ກັບ​ການ​ເປັນ​ນັກຮ້ອງ, ໄດ້​ອອກ​ອະລະ​ບ້ຳທັງໝົດ 10 ຊຸດດ້ວຍ​ກັນ, ໃນ​ນັ້ນປະກອບ​ມີ:
FanFan's World (范范的世界) (2000)
The Sun (太陽) (2001)
The Sound of Music (真善美) (2003)
First Dream (最初的夢想) (2004)
One to One (一比一) (2005)
Our Anniversary (我們的紀念日) (2006)
Philosopher (哲學家) (2007)
Faces of FanFan (2008)
F One (2009)
Love and FanFan (2011)

ໂດຍຍຶດໝັ້ນ​ທຳນອງ​ເພງ​ພື້ນ​ເມືອງ​ທີ່​ຕົນ​ມັກ ແລະຍຶດໝັ້ນຄວາມ​ພະຍາຍາມ​ຢ່າງສຸດ​ຂີດ ຕໍ່ກັບ​ການຮ້ອງ​ເພງ​ໃຫ້ດີ​​ທີ່​ສຸດ.
1 2