Fan Wei Qi ແລະ Austin Carter Mahone

(GMT+08:00) 2012-03-31 15:31:30     cri

 
ນ: ເຂົ້າມາໄລຍະນີ້, ພິເສດ ມື້ນີ້ຈະຂໍພາມິດລາຍການໄປຮູ້ຈັກນັກຮ້ອງອິດສະຫລະ ຫລືເວົ້າອີກຢ່າງໜຶ່ງທີ່ພວກເຮົາຮູ້ຈັກກັນດີກັບຄຳວ່າ "ນັກຮ້ອງມືສະໝັກຫລີ້ນ" ເນື່ອງຈາກຍັງບໍ່ທັນໄດ້ສັງກັດ ຫລືວ່າເຊັ່ນສັນຍາກັບຄ້າຍເພງໃດເທື່ອ ! ກັບໜຸ່ມນ້ອຍທີ່ມີກະແສຄວາມແຮງໃນການນຳເອົາຜົນງານເພງຂອງສິລະປິນດັງຫລາຍຄົນ ນຳມາຮ້ອງຄືນໃໝ່ ! ກັບເອກະລັກທີ່ບໍ່ມີການດັດແປງເນື້ອຮ້ອງ ແລະທຳນອງເພງ, ໂດຍອາໃສພຽງແຕ່ສຽງຮ້ອງຂອງຕົນເອງເຂົ້າໃສ່ໃນບົດເພງດັ່ງກ່າວ !

ລ: ມາຮູ້ຈັກໜຸ່ມນ້ອຍໄວອາຍຸ16ປີຄົນນີ້: Austin Carter Mahone ! ໜຸ່ມຄົນນີ້ເປັນທີ່ຮູ້ຈັກຂອງແຟນເພງທົ່ວໂລກພາຍຫລັງທີ່ມີການປ່ອຍຜົນງານເພງ Mistletoe ທີ່ເປັນຜົນງານເພງໃໝ່ຂອງ ນັກຮ້ອງດັງຄົນການາດາ Justin Bieber ! ໂດຍ Mahone ໄດ້ນຳເອົາຜົນງານເພງດັ່ງກ່າວມາຮ້ອງໃໝ່ ແຕ່ຍັງຮັກສາເນື້ອຮ້ອງ ແລະທຳນອງເພງໄວ້ຄືເກົ່າ ! ແລະຈາກເພງທີ່ດັງຢູ່ແລ້ວ ບວກກັບນ້ຳສຽງທີ່ເປັນເອກະລັກຂອງ Mahone ຈິ່ງເຮັດໃຫ້ເພງດັ່ງກ່າວໄດ້ຮັບຄວາມນິຍົມສູງໃນໄລຍະຂ້າມຄືນ !

ນ: ປັດຈຸບັນ ຜົນງານເພງ Mistletoe ທີ່ໜຸ່ມນ້ອຍMahoneໄດ້ນຳມາຮ້ອງໃໝ່ ແມ່ນພວມເປັນທີ່ນິຍົມຂອງຜູ້ຟັງໃນເວັບໄຊ Youtube ໂດຍມີຍອດຜູ້ເຂົ້າຊົມເກືອບ10ລ້ານຄົນໃນທົ່ວໂລກ ! ຈົນນັກວິຈານຫລາຍຄົນໃນອາເມຣິກາອອກມາໃຫ້ຄຳເຫັນຕໍ່ເພງດັ່ງກ່າວວ່າ: ເປັນຜົນງານເພງດັດແປງທີ່ມີກະແສຄວາມແຮງ ຈົນໄປບົດບັງເພງຕົ້ນແບບ ຫລືວ່າຕົ້ນສະບັບ ທີ່ຮ້ອງໂດຍ Justin Bieber ໄປແລ້ວ!

(ເພງ)

ນ: Austin Carter Mahone ຫລືເປັນທີ່ຮູ້ຈັກສັ້ນໆໃນນາມຂອງ Mahone ທີ່ປັດຈຸບັນໄປມີຊື່ສຽງກັບການນຳເອົາຜົນງານເພງຂອງສິລະປິນດັງຫລາຍຄົນມາຮ້ອງຄືນ ໃໝ່ ຈົນໄດ້ຮັບຄວາມນິຍົມສູງໃນYoutube ແລະເປັນທີ່ຖືກໃຈຂອງບັນດາສາວໆໃນອາເມຣິກາ ຈົນຕັ້ງສາຍຍາໃຫ້ກັບໜຸ່ມນ້ອຍຄົນນີ້ວ່າ: Mahomies ! ຫລືມີຄວາມໝາຍວ່າ: ສະມາຄົມແຟນເພງຂອງໜຸ່ມນ້ອຍ Mahone ນັ້ນເອງ !

ລ: Mahone ເປັນນັກຮ້ອງມືສະໝັກຫລີ້ນຂອງເມືອງ San Antonio ລັດເທັກຊັດ ສະຫະລັດອາເມຣິກາ, ປັດຈຸບັນອາຍຸໄດ້16ປີ ເກີດໃນວັນທີ 4ເມສາ1996 ! ເຊິ່ງນອກຈາກຄວາມສາມາດໃນການຮ້ອງເພງແລ້ວ ຍັງມີພອນສະຫວັນໃນການຫລີ້ນເຄື່ອງດົນຕີຫລາຍຊະນິດ ບໍ່ວ່າຈະເປັນກອງ, ກີ່ຕ້າ ແລະເປຍໂນ ! ໂດຍມີ Darren Lawson ນັກດັດແປງເພງມືອາຊີບຂອງອາເມຣິກາ ທີ່ເປັນຄົນຊ່ວຍໃນການອອກຜົນງານເພງໃຫ້ກັບໜຸ່ມນ້ອຍ Mahone!

ນ: ປັດຈຸບັນ Mahone ໄດ້ມີການດັດແປງຂອງຂອງສິລະປິນດັງຫລາຍຄົນ ທີ່ນອກ ຈາກຜົນງານເພງ Mistletoe ຂອງ Justin Bieber ແລ້ວ! ກໍ່ຍັງມີເພງ Someone Like You ທີ່ເປັນຜົນງານເພງຂອງ Adele ນັກຮ້ອງສາວຄົນອັງກິດ, ມີ No Air ເພງດັງຂອງ Chris Brown ທີ່ຮ້ອງຄູ່ກັບ Jordin Sparks ! ແລະລ່າສຸດມີການນຳເອົາຜົນງານເພງໃໝ່ຂອງ Bruno Mars: It Will Rain ທີ່ປັດຈຸບັນມີຍອດຜູ້ເຂົ້າຊົມໃນ Youtube ຫລາຍກ່ວາ 1 ລ້ານຄົນ !
 
1 2