Lin xin ru

(GMT+08:00) 2012-03-31 15:51:41     cri

 Lin xin ru Ruby lin ນັກ​ຮ້ອງ​​ໃນ​ແນວ​ເພງ pop ພ້ອມ​ດຽວກັນ​ນັ້ນ​ຍັງ​ເປັນ​ນັກສະ​ແດງ ທີ່​ໄດ້​ຮັບ​ຄວາມ​ນິຍົມ​ອີກຄົນໜຶ່ງ

  Ruby lin ​ປັດ​ຈຸ​ບັນ ອາຍຸ 36 ປີ ເກີດ​ໃນ​ວົນ​ທີ  27 ມັງກອນ ປີ 1976​ ໃນ​ໄຕ້​ຫວັນ​ຂອງ​ຈີນ. Ruby lin ​ ເຂົ້າ​ສູ່​ວົງ​ການໃນ​ປີ 1995 ​ໂດຍ​ເລີ່ມຕົ້ນ​ຈາກການສະ​ແດງ, ເຖິງ​ແມ່ນ​ວ່າພໍ່ແລະແມ່ ບໍ່​ເຫັນ​ດີ​ປານ​ໃດ​ຕໍ່ກັບ​ການ​ເຮັດ​ວຽກ​ໃນ​ວົງ​ການບັນ​ເທີ​ງກໍ​ຕາມ ​ແຕ່ Ruby ​ໄດ້​ຕັດສິນ​ໃຈ​ເຮັດ​ວຽກ​ໃນ​ວົງ​ການ​ບັນ​ເທີ​ງຈົນ​ເປັນ​ທີ່ຍອມຮັບ​ຂອງ ພໍ່​ແມ່ ​ແລະ ອະ​ນຸຍາດ​ໃຫ້​ເຊັນ​ສົນ​ຍາ​ກັບບໍລິສັດ​ການບັນ​ເທີງ.

ນັບ​ແຕ່​ເຂົ້າ​ສູ່​ວົງ​ການຕັ້ງ​ແຕ່ປີ 1995 ​ເຖິງ​ປັດ​ຈຸ​ບັນ​ແມ່ນ​ມີ​ການສະ​ແດງ​ລະຄອນໃນ​ແນວ​ຍ້ອນ​ຍຸກແລະລະຄອນ​ທົ່ວ​ໄປ​ຫຼາຍ​ເຖິງ 30 ກວ່າ​ເລື່ອງ ​ເຊັ່ນ 3 ກົກ  story of dragon dynasty ​ແລະ ​ໃນ​ປີ​ນີ້ ​ແມ່ນມີ​ທັງໝົດ 3 ​ເລື່ອງ​ດ້ວຍ​ກັນ.

ນອກ​ຈາກ​ຜົນງານ​ດ້ານ​ລະຄອນ​​ໂທລະ​ພາບ, Ruby lin ຍັງ​ມີ​ຜົນງານ​ດ້ານ​ຮູບ​ເງົາ​​​ໃນຫຼາຍໆ​ເລື່ອງ ​ແລະ ​ໃນ​ປີນີ້ ​ແມ່ນ​ມີ ຢູ່ 2 ​ເລື່ອງ ກໍ​ຄື  Fallen city ​ແລະ Building.

ສ່ວນ​ຜົນງານດ້ານ​ການ​ຮ້ອງ​ເພງນັ້ນ ​ເລີ່​ມຕັ້ງ​ແຕ່ ປີ 1999 ​ມາ ​ແມ່ນ ມີ ພຽງ 6 Album

1.    1999: Heartbeat (心跳)
2.    2001: Double Faced Ruby Lin (雙面林心如)
3.    2001: Pala Pala (趴啦趴啦)
4.    2004: Half a Lifetime's New and Best Songs (半生缘新歌和精选)
5.    2004: Possessiing Ruby Lin (拥有林心如)
6.    2008: New Rubyology (新如主义)

​​   ສ່ວນ​ຜົນງານດ້ານ​ການ​ສະ​ແດງ​ຮູບ​ເງົາໃນ​ປີ 2012 ແມ່ນ Blood Stained Shoes
1 2