Lin xin ru

(GMT+08:00) 2012-03-31 15:51:41     cri

 
ນ: ເຂົ້າມາໄລຍະນີ້, ອີງຕາມຄຳຮຽກຮ້ອງຂອງມິດລາຍການທີ່ຢາກໃຫ້ພວກເຮົາທັງສອງ ມາຈັດອັນດັບເພງດັງໃຫ້ຟັງແນ່ ! ເພື່ອເປັນການຕອບສະໜອງຄຳຮຽກຮ້ອງດັ່ງກ່າວເຂົ້າມາ ໄລຍະເພງສາກົນທຸກໆວັນອາທິດ! ພວກເຮົາຈະມີການຈັດອັນດັບຜົນງານເພງທີ່ຄົນທົ່ວໂລກ ໃຫ້ຄວາມສົນໃຈຫລາຍທີ່ສຸດ ໂດຍອາໃສເວັບໄຊທີ່ໜ້າເຊື່ອຖືອັນດັບ1ຂອງອາເມຣິກາ ນັ້ນ ກໍ່ຄື: Billboards Chart ນັ້ນເອງ! ເຊິ່ງເວັບໄຊດັ່ງກ່າວຈະມີການຮວບຮວມບັນດາເພງ ສາກົນໃນທົ່ວໂລກ ບໍ່ຈະເປັນຢູໂຣບ ແລະອາຊີ ໂດຍບໍ່ມີການເຂົ້າຂ້າງຄ້າຍເພງໃດ ຫລືວ່າສິລະປິນຄົນໃດເປັນພິເສດ !

ລ: ແລະການຈັດອັນດັບຂອງ Billboards Chart ກໍ່ມີການປ່ຽນແປງຢູ່ຕະຫລອດເວລາ ເນື່ອງຈາກສິລະປິນໃນທົ່ວໂລກມີການແຂ່ງຂັນກັນສູງໃນດ້ານຜົນງານເພງ, ຊື່ສຽງແລະ ລາຍໄດ້ຈາກການຂາຍແຜ່ນເພງ ແລະສື່ທາງອິນເຕີເນັດຕ່າງໆ ! ແລະພິເສດມື້ນີ້ ພວກເຮົາກໍ່ໄດ້ນຳເອົາ10ເພງດັງ ທີ່ລ່າສຸດເວັບໄຊດັ່ງກ່າວຫາກໍ່ຈັດສຳເລັດສົດໆຮ້ອນໆ ມາແນະນຳ!

ນ: ເອົາເປັນວ່າມາຮູ້ຈັກ3ອັນດັບກ່ອນ ເຊິ່ງເລີ່ມຈາກອັນດັບທີ່10ມາ ! ແລະເພງທີ່ຖືກຈັດໃຫ້ຢູ່ອັນອັນດັບທີ່10ຂອງ Billboards Chart ກໍ່ແມ່ນເພງ: Not Over You ຜົນງານເພງຂອງນັກຮ້ອງດັງໃນນະຄອນຫລວງນິວຍອກ Gavin DeGraw ທີ່ໂດດຂື້ນມາຈາກອັນດັບທີ18ໃນເວັບໄຊດັ່ງກ່າວ!

ລ: ແລະອັນດັບທີ 9ໄດ້ແກ່ເພງ: Sexy And I Know It ຂອງກຸ່ມສິລະປິນນອກກອບ LMFao ທີ່ມີຮູບແບບການແຕ່ງໂຕແບບແປກໆ ກັບແນວເພງຈັງຫວະຣັອກ!!!!! ແລະຕາມມາດ້ວຍອັນດັບທີ 8 ກັບໜຸ່ມໜ້າຕາດີຄົນນີ້: David Guetta ກັບຜົນງານເພງ Turn Me On ທີ່ໄດ້ຮັບຄວາມນິຍົມສູງໃນມື້ເປີດໂຕ ຈາກການຕິດຢູ່ອັນດັບທີ2ໃນ Billboards Chart ແລະພິເສດເພງນີ້ກໍ່ມີນັກຮ້ອງສາວ Nicki Minaj ມາຮ່ວມສ້າງສັນຜົນງານເພງ!
 
(ເພງ)

ນ: ເຂົ້າມາໄລຍະນີ້ພວກເຮົາກໍ່ຍັງມີເຫລືອອີກ 7ອັນດັບ ທີ່ເປັນເພງດັງໃນ Billboards Chart ! ເອົາເປັນວ່າບໍ່ເສຍເວລາ ມາຮູ້ຈັກອັນດັບທີ 7 ກັບເພງ: Love You Like A Love Song ທີ່ມິດລາຍການຊື່ນິດຂໍມາເກືອບທຸກມື້ ! ເຊິ່ງເປັນຜົນງານເພງຂອງສາວນ້ອຍ Selena Gomez ທີ່ຮ້ອງຮ່ວມກັບກຸ່ມສິລະປິນ The Scene !!!! ແລະຕາມມາດ້ວຍອັນດັບທີ 6ໄດ້ແກ່ເພງ: Domino ທີ່ເປັນຜົນງານເພງຂອງ Jessie J ນັກຮ້ອງສາວຈາກນະຄອນຫລວງລອນດອນ ປະເທດອັງກິດ !

ລ: ແລະເຂົ້າສູ່ອັນດັບທີ5 ໄດ້ແກ່ເພງຂອງສາວຫຸ້ນດີປະຈຳປີ2011ຂອງອາເມຣິກາ: Rihanna ທີ່ຮ້ອງຄູ່ກັບ Calvin Harris ໃນຜົນງານເພງ: We Found Love ທີ່ເຄີຍຂື້ນຢູ່ອັນດັບ1ຂອງ Billboards Chart ມາແລ້ວ ! ແລະຕາມມາດ້ວຍອັນດັບທີ 4ຂອງໜຸ່ມທີ່ມີຜົນງານເພງຮ້ອນແຮງຂ້າມປີ: Bruno Mars ກັບເພງດັງ It Will Rain ທີ່ເຄີຍຂື້ນຢູ່ອັນດັບ1ຂອງ Billboards Chart ດົນເຖິງ4ອາທິດເຕັມໆ !

ນ: ແລະອັນດັບທີ3 ໄດ້ແກ່: The One That Got Away ທີ່ເປັນຜົນງານເພງຂອງນັກຮ້ອງສາວໃນລັດແຄລິຟໍເນຍ ສະຫາລັດອາເມຣິກາ: Katy Perry ທີ່ນຳເອົາເພງດັ່ງກ່າວຂື້ນຢູ່ອັນດັບ1ໃນມື້ເປີດໂຕ, ແຕ່ປັດຈຸບັນຕົກລົງມາຢູ່ອັນດັບທີ3 ! ແລະຕາມມາດ້ວຍອັນດັບທີ2ຂອງມື້ນີ້ໄດ້ແກ່ເພງໃໝ່: Set Fire To The Rain ຂອງນັກຮ້ອງສາວ Adele ທີ່ປ່ອຍເພງດັ່ງກ່າວອອກມາໃນກາງປີ2011ທີ່ຜ່ານມາ ແລະກໍ່ກາຍເປັນເພງດັງຂ້າມປີ ຈົນຢູ່ໃນອັນດັບທີ2ຂອງມື້ນີ້ !

(ເພງ)

ນ: ສຳລັບເພງທີຢູ່ອັນດັບ1 ໃນ Billboards Chart ເວັບໄຊເພງດັງແລະໜ້າເຊື່ອຖືອັນດັບ1ຂອງອາເມຣິກາ! ເປັນໃຜໄປບໍ່ໄດ້ນອກຈາກໜຸ່ມທີ່ຮັກບ້ານເກີດແຮງ ຈົນເອົາມາຕັ້ງເປັນຊື່ແທ້ຂອງຕົນເອງ ! ກັບໜຸ່ມແນວເພງຮິບຮັອບຄົນນີ້: Flo Rida ທີ່ນຳເອົາເພງ Good Feeling ຂື້ນຢູ່ອັນດັບ1ຂອງພວກເຮົາໃນມື້ນີ້ !
ລ:   ສຳລັບເພງ Good Feeling ຂອງ Flo Rida ແມ່ນປ່ອຍອອກມາແຕ່15ປີຫລັງ ໃນປີ1997 ! ແຕ່ດ້ວຍແນວເພງທີ່ທັນສະໃໝ ຈິ່ງເຮັດໃຫ້ເພງນີ້ຍັງເປັນທີ່ນິຍົມຈົນຮອດປັດຈຸບັນ ! ແລະຍັງເຂ່ຍໃຫ້ບັນດາເພງໃໝ່ຂອງນັກຮ້ອງດັງຫລາຍຄົນຕົກລົງມາໃນອັນດັບທີ່ຕ່ຳກວ່າອີກ !
1 2