ທ່ານອັນໂຕນ ເຊຄົຟ(Anton Chekhov), ນັກປະພັນຣັດເຊຍເຄີຍເວົ້າວ່າ: ຄົນເຮົາມີ 3 ສະໝອງ, ຄື: ສະໝອງທີ່ໄດ້ມາແຕ່ເກີດ, ສະໝອງທີ່ໄດ້ມາຈາກປຶ້ມ, ແລະສະໝອງທີ່ໄດ້ມາຈາກຊີວິດການເປັນຢູ່.
ຄົນເຮົາເກີດມາ, ແຕ່ລະຄົນກໍ່ຕ່າງກັນ. "ຄຳສັ່ງສອນຂອງຄອບຄົວຕະກຸນອຽນ" ຊຶ່ງເປັນປຶ້ມບູຮານຈີນຂຽນວ່າ: ຜູ້ສະຫຼາດບໍ່ສອນກໍ່ເປັນ, ຜູ້ໂງ່ສອນກໍ່ບໍ່ມີປະໂຫຍດ, ສ່ວນຄົນທຳມະດານັ້ນ, ບໍ່ສອນແມ່ນບໍ່ມີຄວາມຮູ້. ຢູ່ໃນຊີວິດຕົວຈິງ, ຜູ້ເກັ່ງທີ່ມີພອນສະຫວັນມາແຕ່ເກີດແລະຄົນປັນຍາອ່ອນແມ່ນມີໜ້ອຍທີ່ສຸດ. ພວກເຮົາສ່ວນຫຼາຍແມ່ນຄົນທຳມະດາທີ່ມີສະຕິປັນຍາທຳມະດາ. ສະໝອງທີ່ພໍ່ແມ່ໃຫ້ນັ້ນ ແມ່ນປ່ຽນແປງບໍ່ໄດ້ແລ້ວ, ແຕ່ວ່າ, ກໍ່ຄືທ່ານເຊຄົຟເວົ້າມານັ້ນ, ນອກຈາກສະໝອງທີ່ໄດ້ມາຈາກພໍ່ແມ່ຕັ້ງແຕ່ເກີດແລ້ວ, ຄົນເຮົາຍັງສາມາດຮັບເອົາທາດບຳລຸງຈາກປຶ້ມແລະຊີວິດການເປັນຢູ່ຢ່າງບໍ່ຢຸດຢັ້ງໄດ້, ພວກເຮົາສາມາດຍົກສູງຄວາມຮູ້ແລະສ້າງຕົນເອງໃຫ້ສົມບູນຂຶ້ນເລື້ອຍໆ ດ້ວຍຄວາມພະຍາຍາມ.
ສຸພາສິດຈີນເວົ້າວ່າ: ອ່ານປຶ້ມໝື່ນເຫຼັ້ມ, ເດີນທາງໝື່ນລີ້. ຄວາມເວົ້າສອງຄວາມນີ້ກໍ່ແມ່ນລະດົມໃຈໃຫ້ຄົນທັງຫຼາຍອ່ານປຶ້ມຫຼາຍໆ, ດຳລົງຊີວິດຢ່າງຕັ້ງໜ້າ, ເພື່ອເພີ່ມຄວາມຮູ້ແລະຍົກລະດັບຂອງຕົນໃຫ້ສູງຂຶ້ນ.
ປຶ້ມແມ່ນສິ່ງໃຫ້ທາດບຳລຸງສະໝອງແກ່ມວນມະນຸດ, ແມ່ນປຶ້ມປະຫວັດສາດພົງສາວະດານຂອງມວນມະນຸດ, ແມ່ນການສະສົມບົດຮຽນອຸດົມສົມບູນຈົນນັບບໍ່ຖ້ວນຂອງມວນມະນຸດ, ແລະໄດ້ຮັກສາໄວ້ໃນຖານເປັນຊັບສົມບັດຂອງມວນມະນຸດ, ສະນັ້ນ, ປຶ້ມທີ່ດີເລີດແມ່ນນ້ຳນົມອັນປະເສີດທີ່ຫຼໍ່ລ້ຽງບຸກຄົນຜູ້ມີພູມປັນຍາດີເດັ່ນ, ແມ່ນຂັ້ນໃດແຫ່ງການກ້າວໜ້າຂອງມວນມະນຸດ.
1 2