ອ່ານປຶ້ມ​ໝື່ນ​ເຫຼັ້ມ, ​ເດີນທາງ​ໝື່ນ​ລີ້

(GMT+08:00) 2012-04-17 16:48:38     cri


ອ່ານ​ປຶ້ມ​ເຮັດ​ໃຫ້​ຄົນ​ກ້າວໜ້າ, ອຸດົມ​ໄປ​ດ້ວຍ​ສະຕິ​ປັນຍາ, ​ແຕ່​ອ່ານ​ປຶ້ມ​ກໍ່​ຕ້ອງ​ມີ​ວິທີ. ສັງຄົມ​ມະນຸດ​ວິວັດ​ພັດທະນາ​ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີ​ປຶ້ມ​ຫຼວງຫຼາຍຈົນ​ນັບ​ບໍ່​ຖ້ວນ, ຄົນ​ຜູ້​ໜຶ່ງຕະຫຼອດ​ຊີວິດ​ກໍ່​ສາມາດອ່ານ​ໄດ້​ແຕ່​ສ່ວນ​ນ້ອຍໆ​ທໍ່​ນັ້ນ, ສະ​ນັ້ນ, ອ່ານ​ປຶ້ມ​ຕ້ອງ​ເລືອກ​ກ່ອນ. ຄວນເລືອກ​ອ່ານ​ປຶ້ມ​ທີ່​ນຳ​ເອົາ​ຄວາມ​ມ່ວນ​ຊື່ນ​ມາ​ໃຫ້​ຕົນເອງ, ​ເມື່ອ​ເປັນ​ແນວ​ນັ້ນ, ​ການອ່ານປຶ້ມກໍ່​ຈະ​ກາຍ​ເປັນ​ເລື່ອງ​ມ່ວນຊື່ນ, ​ແລະ​ເຮັດ​ໃຫ້ພວກ​ເຮົາ​ໄດ້​ຮັບ​ຄວາມ​ຮູ້​ໃນ​ເວລາ​ມ່ວນ​ຊື່ນ. ສອງ, ຄວນເລືອກ​ອ່ານ​ປຶ້ມ​ທີ່​ເໝາະ​ກັບ​ຕົນ​ເອງ, ປຶ້ມ​ທີ່​ມີ​ຊື່​ລື​ນາມ​ທີ່​ຄົນ​ທັງຫຼາຍຍ້ອງຍໍ​ນັ້ນ​ ບໍ່​ແນ່​ວ່າ​ຈະ​ເໝາະ​ສຳລັບພວກ​ເຮົາ​ໝົດ​ທຸກ​ເຫຼັ້ມ, ຄວນ​ເລືອກ​ເອົາ​ປຶ້ມ​ທີ່​ເໝາະກັບ​ອົງ​ປະກອບ​ຄວາມ​ຮູ້​ແລະ​ລະດັບ​ຄວາມ​ເຂົ້າ​ໃຈ​ຂອງ​ຕົນ​ເອງ. ສຸດ​ທ້າຍ, ຄວນ​ເລືອກ​ເອົາ​ປຶ້ມອະມະຕະ​ທີ່​ດີ​, ອ່ານ​ປຶ້ມໜ້ອຍ​ຫຼື​ຫຼາຍປານ​ໃດ​ບໍ່​ໄດ້​ພິສູດ​ຫຍັງ​​ເລີຍ, ມີ​ແຕ່​ປຶ້ມອະ​ມະຕະ​ທີ່​ດີໆ​ທີ່​ໄດ້​ບັນທຶກ​ແນວ​ຄິດ​ອັນ​ດີ​ເລີດ​ຂອງ​ມວນ​ມະນຸດ​ເທົ່ານັ້ນ, ຈຶ່ງ​ສາມາດ​ເຮັດ​ໃຫ້​ຄົນ​ກ້າວໜ້າ, ປຶ້ມ​ທີ່​ບໍ່​ດີ ບໍ່​ພຽງ​ແຕ່​ບໍ່​ສາມາດ​ເຮັດ​ໃຫ້​ຄົນ​ສະຫຼາດ ຮູ້​ເຫດ​ຮູ້​ຜົນ, ບາງ​ເທື່ອ​ຍັງ​ອາດ​ຈະ​ພາ​ໃຫ້​ໄດ້ຜົນ​ກົງ​ກັນ​ຂ້າມ​ອີກ​ຊ້ຳ.

ຄຳ​ວ່າ​ໃຫ້ "ອ່ານ​ປຶ້ມ​ໝື່ນ​ເຫຼັ້ມ" ​ແມ່ນ​ຄຳ​ເຕືອນ​ໃຫ້​ຄົນ​ທັງຫຼາຍອ່ານ​ປຶ້ມ​ໃຫ້ຫຼາຍ, ສ່ວນ​ຄຳ​ວ່າ "​ເດີນທາງ​ໝື່ນ​ລີ້" ​ແມ່ນ​ໃຫ້​ໄປ​ທ່ຽວ​ຊົມຫຼາຍໆ​ບ່ອນ, ນີ້​ແມ່ນ​ສອງ​ດ້ານ​ທີ່​ຂາດ​ດ້ານ​ໃດດ້ານ​ໜຶ່ງ​ກໍ​ບໍ່​ໄດ້​ໃນ​ການສະ​ແຫວ​ງຫາ​ຄວາມ​ຮູ້. ພຽງ​ແຕ່​ອ່ານ​ປຶ້ມ​ແມ່ນ​ບໍ່ພໍ​ເທື່ອ, ຍັງ​ຕ້ອງ​ດຳລົງ​ຊີວິດ​ຢ່າງ​ຕັ້ງໜ້າ, ​ເປີດ​ຫູ​ເປີດ​ຕາ, ​ເພີ່ມ​ຄວາມ​ຮູ້​ເຫັນ, ຮ່ຳຮຽນ​ຈາກຊີວິດ​ການ​ເປັນ​ຢູ່. ຊີວິດ​ກໍ່​ແມ່ນ​ພຶດຕິ​ກຳຕົວ​ຈິງ, ​ເອົາ​ສິ່ງ​ຮຽນ​ຮູ້​ຈາກ​ປຶ້ມ ​ໃຊ້​ເຂົ້າ​ໃນ​ພຶດຕິ​ກຳຕົວ​ຈິງ, ສາມາດ​ພິສູດ​ຄວາມ​ຮູ້​ທີ່​ຮຽນ​ໄດ້ຈາກ​ປຶ້ມ, ພ້ອມ​ກັນ​ນັ້ນ, ເອົາ​ຄວາມ​ຮູ້​ທີ່​ຮຽນ​ໄດ້​ຈາກ​ປຶ້ມມາ​ພິຈາລະນາ​ການ​ປ່ຽນ​ແປງ​ແລະ​ມູນ​ເຫດ​ຂອງ​ເລື່ອງ​ລາວ, ປັບ​ຕົນ​ເອງ​ເລື້ອຍໆ, ມີ​ແຕ່​ຜູ້​ທີ່​ໄດ້​ພຽບພ້ອມ​ໄປ​ດ້ວຍ​ຄວາມ​ຮູ້​ອັນ​ພຽງພໍ​ແລະ​ປະສົບ​ການ​ອຸດົມສົມບູນ​ທໍ່​ນັ້ນ, ຈຶ່ງ​ຈະ​ມີ​ສາຍຕາ​ອັນ​ກວ້າງຂວາງ, ໃນ​ໃຈ​ມີ​ພາບ​ວິວຂອງ​ໂລກ​ອັນ​ໃຫຍ່​ໂຕ​ມະ​​ໂຫຖານ. ​ເມື່ອ​ມີ​ພື້ນຖານ​ແບບ​ນີ້​ແລ້ວ, ກໍ່​ເອົາ​ຄວາມ​ຮູ້​ແລະ​ທິດ​ສະ​ດີ​ທີ່​ຮຽນ​ມາ​ໄດ້​ໃນ​ຊີວິດ​ນັ້ນ​ໄປ​ໃຊ້​ເຂົ້າ​ໃນ​ພຶດຕິ​ກຳ, ​ແນ່ນອນ​ຈະສາມາດ​ປະກອບສ່ວນ​ອັນ​ໃຫຍ່ຫຼວງ​ໃຫ້​ແກ່​ສັງຄົມ, ພ້ອມ​ທັງ​ບັນລຸ​ຄຸນຄ່າ​ຂອງ​ຕົນ​ແລະ​ໄດ້​ຮັບ​ຜົນງານ​ຢ່າງ​ໃດ​ຢ່າງ​ໜຶ່ງ.


1 2