ມີມື້ໜຶ່ງ, ມີສາສະດາຈານຜູ້ມີຄວາມຮູ້ຫຼາຍຜູ້ໜຶ່ງທີ່ສອນຢູ່ມະຫາວິທະຍາໄລໄປຂໍຮຽນຫຼັກທຳຄຳສອນນຳພະສົງທີ່ມີຊື່ສຽງອົງໜຶ່ງ, ພະສົງອົງນີ້ໄດ້ຕ້ອນຮັບເພິ່ນດ້ວຍນ້ຳຊາ. ໃນເວລາພະສົງບັນຍາຍທຳນັ້ນ, ສາສະດາຈານຜູ້ນີ້ໄດ້ເວົ້າດອດຂຶ້ນຫຼາຍເທື່ອວ່າ: ຂ້າພະເຈົ້າຮູ້, ຂ້າພະເຈົ້າຮູ້ແລ້ວ…
ຕໍ່ມາ, ພະສົງໄດ້ເຍັ້ນນ້ຳຊາໃສ່ຈອກຂອງສາສະດາຈານ, ຈົນເຕັມຈອກແລ້ວແຕ່ຍັງເຍັ້ນໃສ່ຢູ່ບໍ່ເຊົາ.
ສາສະດາຈານຈ້ອງເບິ່ງນ້ຳຊາໄຫຼລົ້ນອອກຢູ່ບໍ່ເຊົາ, ຈົນອົດບໍ່ໄດ້, ເລີຍເວົ້າວ່າ: "ນ້ຳຊາລົ້ນຈອກແລ້ວ!"
ພະສົງຈຶ່ງເວົ້າວ່າ: "ເຈົ້າບໍ່ຖອກນ້ຳໃນຈອກອອກກ່ອນ, ຈອກຂອງເຈົ້າເຕັມຢູ່ແລ້ວ, ຈະໂຕ່ງເອົານ້ຳຊາໃໝ່ໄດ້ຈັ່ງໃດ? ເຈົ້າກໍເໝືອນດັ່ງຈອກໜ່ວຍນີ້ແຫຼະ! ໃນສະໝອງຂອງເຈົ້າ ມີຄວາມຄຶດຄວາມເຫັນຂອງຕົນເຕັມຢູ່, ເຈົ້າບໍ່ປະຄວາມເຫັນຂອງຕົນໄວ້ກ່ອນ, ອາດຕະມາຈະສອນຫຼັກທຳໃຫ້ເຈົ້າໄດ້ແນວໃດ?"
ນິທານເລື່ອງນີ້ສອນໃຫ້ເຮົາຮູ້ວ່າ ຢ່າອີ່ມອົກອີ່ມໃຈຕໍ່ຕົນເອງ, ຕ້ອງຮູ້ຖ່ອມຕົວ, ມີແຕ່ຮູ້ຈັກຖະໜອມຖ່ອມຕົວທໍ່ນັ້ນ ຈຶ່ງສາມາດຮຽນຮູ້ສິ່ງໃໝ່, ຖ້າຫາກຄຶດວ່າ, ຕົນເອງອັນໃດກໍຮູ້ໝົດແລ້ວ, ມັນກໍ່ຈະເໝືອນດັ່ງຈອກນ້ຳຊາທີ່ເຕັມແລ້ວ, ຈະບັນຈຸສິ່ງອື່ນໆບໍ່ໄດ້ອີກ, ກໍ່ບໍ່ຫ່ອນຈະມີຄວາມກ້າວໜ້າໄດ້ອີກແລ້ວ.
ສັງຄົມປະຈຸບັນແມ່ນສັງຄົມທີ່ພັດທະນາຢ່າງວ່ອງໄວ, ຂໍ້ມູນຂ່າວສານກໍ່ມີສິ່ງໃໝ່ໆເກີດຂຶ້ນເລື້ອຍໆ, ຖ້າຫາກມົວແຕ່ເພິ່ງພໍໃຈຕໍ່ຕົນເອງ, ເຮັດຫຍັງກໍເອົາແຕ່ຮູໂຕ, ຄຶດວ່າ ໂຕເອງດີຫຼາຍ, ຮູ້ໝົດ, ບໍ່ເອົາໃຈໃສ່ນຳການປ່ຽນຖ່າຍຮັບເອົາຄວາມຮູ້ໃໝ່ແລ້ວ, ກໍ່ຈະໄປບໍ່ທັນບາດກ້າວແຫ່ງການພັດທະນາຂອງຍຸກສະໄໝ, ແລະຖືກຍຸກສະໄໝຄັດຖິ້ມ. ທີ່ຈິງແລ້ວ, ບໍ່ວ່າໃນຍຸກໃດ ສະໄໝໃດ, ກໍ່ບໍ່ມີໃຜສາມາດເວົ້າໄດ້ວ່າ, ສິ່ງທີ່ຕົນຮູ້ນັ້ນຫຼາຍພຽງພໍແລ້ວ, ດັ່ງນັ້ນ, ຈຶ່ງມີສຸພາສິດວ່າ: "ຢູ່ຮອດເຖົ້າຮຽນຮອດເຖົ້າ, ຮຽນແລ້ວຮຽນອີກ, ຮຽນເລື້ອຍໆໄປ".
1 2