ຄວາມ​ຖ່ອມຕົວ

(GMT+08:00) 2012-05-03 14:19:07     cri


ໃນ​ການ​ຄົບ​ຄ້າ​ສະມາຄົມ, ກໍ່​ຕ້ອງ​ຖື​ທ່າ​ທີ​ຖ່ອມຕົວ. ຂົງຈື້​ເວົ້າ​ວ່າ: "ໝູ່​ໄປ​ນຳ​ກັນ 3 ຄົນ, ຕ້ອງ​ມີ​ຜູ້​ເປັນ​ຄູ​ຂອງ​ຂ້ອຍ". ທຸກ​ຄົນ​ກໍ່​ມີ​ຈຸດ​ດີ​ຈຸດ​ເດັ່ນ​ຂອງ​ໃຜລາວທີ່​​ໃຫ້​ຜູ້​ອື່ນຮຽນ​ນຳ, ຖ້າ​ບໍ່​ມີຈິດ​ໃຈ​ອ່ອນ​ນ້ອມ​ຖ່ອມຕົວ, ກໍ່​ບໍ່ຫ່ອນ​ຈະ​ເຫັນ​ຈຸດ​ດີ​ຈຸດ​ເດັ່ນ​ຂອງ​ຜູ້​ອື່ນ​ໄດ້. ມີ​ຄົນ​ເວົ້າ​ວ່າ: ຖ້າ​ຢາກ​ມີໝູ່ຫຼາຍໆ, ກໍ່​ຕ້ອງ​ຮຽນ​​ເປັນ​ຜູ້​ຟັງສຽງ​ຜູ້​ອື່ນ. ​ເພາະວ່າ, ທຸກ​ຄົນ​ຕ້ອງການ​ໃຫ້​ຜູ້​ອື່ນ​ຟັງສຽງ​ຂອງ​ຕົນ, ​ແລະ​ຢາກ​ໃຫ້​ຜູ້​ອື່ນ​ເຂົ້າ​ໃຈຕົນ​ເອງ. ​ແຕ່​ຖ້າຢາກ​ເຂົ້າ​ໃຈ​ຜູ້​ອື່ນ, ກໍ່​ຕ້ອງ​ປະ​ຄວາມ​ເຫັນ​​ຂອງ​ຕົນ​ກ່ອນ, ຈົ່ງ​ຊ່ອງ​ຫວ່າງ​ຢູ່​ໃນ​ໃຈ​ຂອງ​ຕົນ​ໄວ້​ໃຫ້​ຜູ້​ອື່ນ, ​ເອົາ​ໃຈ​ໃສ່​ຟັງສຽງ​ຜູ້​ອື່ນ, ລອງ​​ສັງ​ເກດ​ເລື່ອງ​ລາວ​ໃນ​ມຸມ​ຂອງ​ຜູ້​ອື່ນ, ຈຶ່ງ​ຈະ​ເຂົ້າ​ໃຈຄວາມ​ຄຶດ​ແລະ​ທັດສະນະ​ຂອງ​ຜູ້​ກ່ຽວ. ຖ້າ​ບໍ່​ປະທັດ​ສະ​ນະ​ຂອງ​ຕົນ, ​ໃຊ້​ທັດສະນະ​ຂອງ​ຕົນ​ໄປ​ວິຈານ​ຜູ້​ອື່ນ​ຢູ່​ຕະຫຼອດ​ແລ້ວ, ກໍ່​ມີ​ແຕ່​ຈະ​ເຮັດ​ໃຫ້​ຕົນ​​ເອງ​ກາຍ​ເປັນ​ຄົນ​ທີ່​ມີ​ໃຈ​ຄັບ​ແຄບ. ​

​ໃນ​ຊີວິດ​ຂອງ​ເຮົາ, ຜົນສຳ​ເລັດ​ທີ່​ພວກ​ເຮົາ​ໄດ້ຮັບ​ນັ້ນ, ບາງທີ​ອາດ​ຈະ​ກາຍ​ເປັນ​ສິ່ງ​ທີ່​ກີດຂວາງ​​ເສັ້ນທາງ​ກ້າວ​ໄປຂ້າງໜ້າຂອງ​ພວກ​ເຮົາ, ຖ້າ​ພວກ​ເຮົາຮູ້ສຶກ​ເພິ່ງ​ພໍ​ໃຈ​ນຳ​ແຕ່​ຜົນສຳ​ເລັດ​ທີ່​ຕົນ​ໄດ້ຮັບ, ຄຶດ​ວ່າ, ຕົນ​ເອງ​ເຮັດ​​ໄດ້​ຊ່ຳນີ້​ກໍ​ນັບ​ວ່າ​ເກັ່ງຫຼາຍ​ແລ້ວ, ຄວາມ​ຄຶດ​ແນວ​ນີ້​ຈະ​ເຮັດ​ໃຫ້​ເຮົາ​ຢຸດ​ຈຶ້ງ​ຢູ່​ບ່ອນ​ເກົ່າ, ​ແລ້ວ​ບໍ່​ມີ​ຄວາມ​ພະຍາ​ຍາມ​ເພື່ອ​ແນ​ໃສ່​ຈຸດໝາຍ​ທີ່​ສູງ​ກວ່າ​ເກົ່າ, ​ເໝືອນ​ດັ່ງ​ຈອກ​ທີ່​​ເຍັ້ນ​ນ້ຳ​ຊາ​ໃສ່​ເຕັມ​ແລ້ວ, ບໍ່​ຫ່ອນ​ຕື່ມ​ນ້ຳ​ຊາ​ໃໝ່​ໃສ່​ໄດ້​ອີກ. ​ແຕ່​ວ່າ, ຖ້າ​ພວກ​ເຮົາ​ຫາກ​ປ່ຽນ​ທັດສະນະ​ໃໝ່, ຖືຜົນສຳ​ເລັດ​ທີ່​ໄດ້​ຮັບ​ນັ້ນ​ເປັນ​ຈຸດ​ເລີ່​ມຕົ້ນ​ໃໝ່, ຫາກ​ບໍ່​ແມ່ນ​ຈຸດ​ຈົບ, ​ເຮັດ​ໄດ້​ແນວ​ນີ້, ພວກ​ເຮົາກໍ່​ຈະ​ກ້າວໜ້າ​ເລື້ອຍ​ໆໄປ, ກໍ​ຄື​ກັບ​ຈອກ​ນ້ຳ​ຊາ​ຂອງ​ເຮົາ, ມີ​ແຕ່​​ເຮັດ​ໃຫ້​ເປົ່າ​ຫວ່າງ​​ເທົ່າ​ນັ້ນ, ມັນ​ຈຶ່ງ​ບັນຈຸ​ນ້ຳ​ຊາ​ໃໝ່​ໄດ້ຫຼາຍກວ່າ​ເກົ່າ.

ສະໝອງ​ຂອງ​ຄົນ​ເຮົາມີ​ຄວາມ​ສາມາມຮັບ​ເອົາ​ສິ່ງ​ໃໝ່​ໄດ້ຫຼາຍທີ່​ສຸດ, ຄວາມ​ສາມາດ​​ຖ່າຍ​ເທ​ອັນ​ເກົ່າ​ເພີ່ມ​ຕື່ມ​ອັນ​ໃໝ່​​ນັ້ນແຂງ​ແຮງທີ່​ສຸດ, ພວກ​ເຮົາ​ຄວນ​ປ່ຽນ​ໃໝ່​ເລື້ອຍໆ, ຈັ່ງ​ໃດ​ກໍຢ່າ​ເຮັດ​ຄື​ສາ​ສະ​ດາ​ຈານ​ໃນ​ນິທານເລື່ອງ​ນີ້, ​ໃນ​ສະໝອງ​ຂອງ​ເຂົາ​ເຕັມ​ໄປ​​ແຕ່​ຄວາມ​​ເພິ່ງພໍ​ໃຈ​ຕໍ່​ຕົນ​ເອງ, ຖ້າ​ເປັນ​ດັ່ງ​ນັ້ນ, ນ້ຳ​ຊາ​ແນວ​​ໃດ​ກໍ​​ເຍັ້ນໃສ່​ບໍ່​ໄດ້​ອີກ​ແລ້ວ, ຜົນ​ສຸດ​ທ້າຍ​ກໍ່​ຈະ​ມີ​ແຕ່​ເຮັດ​ໃຫ້​ຕົນ​ເອງ​ຢຸດ​ສະ​ງັກ, ບໍ່​ກ້າວໜ້າ​ອີກ. ສຸພາສິດ​ຈີນ​ກ່າວ​ໄວ້ວ່າ: "ຄວາມ​ອວດ​ເກັ່ງ​ຈອງຫອງ, ນຳ​​ເອົາ​ຄວາມ​ເສຍ​ຫາຍ​ມາ​ໃຫ້. ຄວາມ​ຖ່ອມຕົວ​ນຳ​ເອົາ​ຜົນ​ປະ​​ໂຫຍ​ດມາ​ໃຫ້". ລອງ​ດຳລົງ​ຊີວິດ​ດ້ວຍ​ຄວາມ​ນອບ​ນ້ອມ​ຖ່ອມຕົວ, ​ເຊື່ອ​ວ່າ, ທ່ານ​ຈະ​ໄດ້ຮັບ​ສິ່ງ​ທີ່​ມີ​ປະ​ໂຫຍ​ດຫຼາຍກວ່າ​ເກົ່າ!


ຢ່າງ​ໃດ​ກໍ່ຕາມ...                                                     3 ຄົນ​ທີ່​ຈະ​ພົບ​ກັນ​ບົນ​ເສັ້ນ​ທາງ​ແຫ່ງ​ຄວາມ​ຮັກ...


1 2