ຈຳປາ​ສັກ-​ແດນ​ໃນ​ຝັນ​ຂອງ​ຂ້ອຍ

(GMT+08:00) 2012-05-08 15:29:15     cri


ງາມແທ້, ເມືອງປາກເຊ!

    ເຖິງ​ວ່າ​ຈຳປາ​ສັກ​ໄກ​ຈາກ​ນະຄອນຫຼວງວຽງ​ຈັນ​ລົງ​ພາກ​ໃຕ້​ໄປຫຼາຍຮ້ອຍ​ກິ​ໂລ​ແມັດ​ກໍ​ຕາມ, ​ແຕ່​ການ​ສັນຈອນ​ກໍ​ສະ​ດວກ​ຫຼາຍ, ຄື: ລົດ​ໂດຍສານທີ່ຄິວລົດ​ສາຍ​ໃຕ້​ມີຫຼາຍສາຍຫຼາຍຖ້ຽວ, ​ໃຊ້​ເວລາ​ປະມານ 10 ຊົ່ວ​ໂມງ; ຫຼືຂີ່​ຍົນ​ໂດຍສານ​ໄປ​ກໍ​ໄດ້, ​ໃຊ້​ເວລາ​ພຽງ​ແຕ່ 2 ຊົ່ວ​ໂມງ​ປາຍ​ເທົ່າ​ນັ້ນ. ດັ່ງນັ້ນ, ອະລຸນ​ແລະ​ໝູ່​ຕົກລົງ​ໄປ​ທ່ຽວ​ຈຳປາ​ສັກ, ​ເພາະ​ບໍ່​ຢາກ​ພາດ​​ໂອກາດຊົມ​ເບິ່ງ​ທີ​ວທັດ​ທຳ​ມະ​ຊາດ​ທີ່​ສວຍ​ງາມ​ຂອງ​ລາວ.


^_^

ໄປ​ທ່ຽວ​ຈຳປາ​ສັກ​ເທື່ອ​ນັ້ນ​ແມ່ນ​ໃນລະດູ​ແລ້ງ, ສະນັ້ນ, ​ສາມາດ​ເວົ້າ​ໄດ້​ວ່າ, ການໄປ​ທ່ຽວຈຳປາ​ສັກເທື່ອ​ນັ້ນຕົ້ນ​ຕໍ​ແມ່ນ​ໄປ​ເບິ່ງ​ນ້ຳ. ນ້ຳ​ຂອງ​​ແຂວງຈຳປາ​ສັກ ​ເຊິ່ງບໍ່​ວ່າ​ໃນສາຍ​ນ້ຳ ຫຼືວ່າ ​ນ້ຳຕົກຕາດ​ແຫ່ງ​ຕ່າງໆ ລ້ວນ​ແຕ່​ແມ່ນ​ໃສ​ສະ​ອາດ​ທີ່​ສຸດ. ນ້ຳ​ໃສ​ສະອາດ, ສາຍ​ນ້ຳກໍ​ງາມ, ສາຍ​ນ້ຳ​ງາມ, ທຳ​ມະ​ຊາດ​ກໍ​ງາມ; ​ເຊັ່ນ​ດຽວ​ກັນ, ທຳ​ມະ​ຊາດ​ງາມ, ສາຍ​ນ້ຳ​ກໍ​ຈະ​ງາມ​ແນ່ນອນ. ​ເທື່ອ​ນີ້, ອະລຸນ​ໄດ້​ໄປ​ທ່ຽວ​ນ້ຳຕົກຕາດ​ລີ່ຜີ, ນ້ຳຕົກຕາດ​ເຍືອງ ​ແລະ ນ້ຳຕົກຕາດ​ຟານ…ບໍ່​ວ່າ​ໄປ​ຮອດ​ໄສ, ອະລຸນ​ກໍເຫຼືອແຕ່​ທອດ​ຖອນ​ໃຈ​ເທົ່າ​ນັ້ນ, ​ເພາະວ່າ​ທີ​ວທັດທຳ​ມະ​ຊາດງາມ​ທຸກ​ບ່ອນ, ບ່ອນ​ໃດ​ກໍ​ມີ​ຄວາມ​ດູດ​ດືງ​ໃຈ, ​ຈົນເຮັດ​ໃຫ້​ຄົນ​ຫຼົງ​ໄຫຼນຳບໍ່​ຢາກ​ກັບ!


1 2 3 4 5