ຈຳປາ​ສັກ-​ແດນ​ໃນ​ຝັນ​ຂອງ​ຂ້ອຍ

(GMT+08:00) 2012-05-08 15:29:15     cri


ນັ່ງເຮືອໄມ້ລຳດຽວເທື່ອທຳອິດ, ຮູ້ສຶກຢ້ານແລະຕື່ນເຕັ້ນຫຼາຍ^_^ໄປເບິ່ງນ້ຳຕົກຕາດຫຼີ່ຜີເທື່ອນັ້ນ ໄດ້ພັກຢູ່ດອນ​ເດດ--ໜຶ່ງ​ໃນ​ເກາະ​ສີ່​ພັນ​ດອນ, ນ້ຳ ທີ່ຢູ່ບໍລິເວນ​ເກາະສີ່ພັນດອນຈັ່ງແມ່ນໃສສະອາດແລະງາມແທ້ໆ!

ໝູ່​ຂອງ​ອະລຸນ​ບອກ​ວ່າ, ຢູ່​ລາວ ​ເຊິ່ງບໍ່​ວ່າ​ຢູ່​ພາກ​ເໜືອ, ພາກ​ກາງ ​ແລະ​ພາກ​ໃຕ້, ບ່ອນ​ໃດ​ກໍ​ງາມ, ​ບ່ອນ​ໃດກໍ​ງາມ​ໃນ​ທາງ​ຕ່າງຫາກ, ​ເຊິ່ງບໍ່​ວ່າ​ໄປ​ທ່ຽວ​ຢູ່ບ່ອນ​ໃດ, ກໍ​ເຮັດ​ໃຫ້​ຄົນ​ເພີດ​ເພີນ​ນຳ​ພາບວີ​ວທີ​ວທັດ​ທີ່​ສວຍ​ງາມ, ບໍ່​ມີສິ່ງ​ຜິດ​ຫວັງ​ແຕ່​ຢ່າງ​ໃດ​ເລີຍ. ທີ່​ຈິງ​ແລ້ວ, ນີ້​ກໍ​ແມ່ນ​ຄວາມ​ໃນ​ໃຈ​ທີ່​ອະລຸນ​ຢາກ​ເວົ້າອອກ​ມາ​ແຫຼະ!


ເຮືອໄມ້ລຳດຽວທີ່ຂີ່ໄປດອນເດດ

ຢູ່​​ແຂວງຈຳປາ​ສັກ​ຍັງ​ມີ​ແຫຼ່ງທ່ອງ​ທ່ຽວຫຼາຍໆ​ແຫ່ງ, ​ແຕ່​ຍ້ອນວ່າຄວາມ​ງາມ​ຂອງ​ທຳ​ມະ​ຊາດ​ຢູ່​ແຫຼ່ງທ່ອງ​ທ່ຽວ​ທຸກໆ​ແຫ່ງ​ກໍ​ງາມ​ເຫຼືອພັນ​ລະ​ນາ, ​ເຮັດ​ໃຫ້​ອະລຸນ ​ແລະ ໝູ່​​ໃຊ້​ເວລາ​ເກີນ​ຄາດໝາຍ. ອະລຸນ​ ​ແລະ ໝູ່​ຕົກລົງ​ວ່າ, ວັດ​ພູ​ເດ່, ນ້ຳຕົກຕາດ​ຄອນ​ພະ​ເພັງ​ເດ່…​ໄວ້​ໃຫ້​ໄປ​ທ່ຽວ​ໃນ​ເທື່ອ​ໜ້າ.
ຈຳປາ​ສັກ-​ແດນ​ໃນ​ຝັນ​ຂອງ​ຂ້ອຍ!


ນ້ຳທີ່ຢູ່ບໍລິເວນເກາະສີ່ພັນດອນຈັ່ງແມ່ນໃສສະອາດແລະງາມແທ້ໆ!


1 2 3 4 5