ຄວາມ​ຮັກ​ແມ່ນ​ຫຍັງ(ໂດຍ: ທ່ານ​ສັງ​ຂານ ຈຸງ​ຄຳ​ພັນ)

(GMT+08:00) 2012-05-25 15:17:00     cri

ເຄີຍ​ມີ​ໃຜ​ຖາມ​ທ່ານ​ບໍ່​ວ່າ: "ຄວາມ​ຮັ​ກ​ແມ່ນ​ຫ​ຍັງ?" ແລະ​ທ່ານ​ເຄີຍ​ຕອບ​ເຂົາ​ເຈົ້າ​ວ່າ​ແນວ​ໃດ?

ຄຳ​ເວົ້າ​ຕໍ່​ໄປ​ນີ້​ອາດ​ຈະ​ເຮັດ​ໃຫ້​ທ່ານ​ໄດ້​ທົບ​ທວນ​ຄືນ​ໃໝ່​ວ່າ: "ຄວາມ​ຮັກແມ່ນ​ຫ​ຍັງ​ແທ້?"

ຄຳ​ເວົ້າ​ທີ່​ໃຊ້​ແທນ​ຄຳ​ວ່າ "ຄວາມ​ຮັກ" ໄດ້​ດີ​ແລະ​ຖືກ​ຕ້ອງ​ທີ່​ສຸດ ຄວນ​ຈະ​ແມ່ນ​ຄຳ​ທີ່​ວ່າ "ການ​ເອົາ​ໃຈ​ໃສ່"

—ຖ້າ​ທ່ານ​ຄິດ​ວ່າ​ຈະ​ບອກ​ຮັກ​ຫຼື​ຮູ້​ສຶກວ່າ​ຕົນ​ເອງ​ເລີ່ມ​ທີ່​ຈະ​ຮັກ​ໃຜ​ຜູ້​ໜຶ່ງ ລອງ​ຖາມ​ຕົວ​ເອງ​ເບີ່ງດຸ​ວ່າ: ທ່ານ​ເອົາ​ໃຈ​ໃສ່​ລາວ​ຫຼາຍ​ໜ້ອຍ​ຊ່ຳ​ໃດ?

ຄວາມ​ເອົາ​ໃຈ​ໃສ່ຕ່າງ​ກັບ​ການ​ເອົາ​ໃຈ:

ຫາກ​ຄົນ​ຮັກ​ຂອງ​ທ່ານ​ຈື່​ໄດ້​ດີ​ວ່າ ທ່ານ​ເຄີຍ​ເວົ້າ​ວ່າ​ຢາກ​ໄດ້​ຫ​ຍັງ​ ແລ້ວ​ລາວ​ກໍ່​ຫາ​ຊື້​ສິ່ງ​ນັ້ນ​ໃຫ້, ແຕ່, ບໍ່​ໝາຍ​ຄວາມ​ວ່າ​ມີ​ແຕ່​ ຊື້ ຊື້ ຊື້ ເຫັນ​ຫ​ຍັງ​ກໍ່​ຊື້​ໃຫ້​ໝົດ​ເພື່ອ​ເອົາ​ໃຈ. ນັ້ນ​ແຫຼະ​ຈຶ່ງ​ເອີ້ນ​ວ່າ "ຄວາມ​ເອົາ​ໃຈ​ໃສ່"

—ຄວາມ​ເອົາ​ໃຈ​ໃສ່ ບໍ່​ແມ່ນຄວາມ​ຫຶງ​ຫວງ:

ຫາກ​ຄົນ​ຮັກ​ຂອງ​ທ່ານໂທ​ລະ​ສັບ​ຫາ​ທ່ານ​ທຸກ​ຄືນ ຖາມ​ວ່າ​ເມືອ​ຮອດ​ເຮືອນ​ແລ້ວ​ບໍ່? ນີ້​ກໍ່​ຍ້ອນ​ວ່າ​ລາວ​ເປັນ​ຫ່ວງ, ເພາະ: ​ບໍ່​ຕ້ອງ​ການ​ໃຫ້​ທ່ານ​ມີ​ອັນ​ຕະ​ລາຍ​ໃດໆ​ໃນ​ຍາມ​ຄ່ຳ​ຄືນ. ນັ້ນ​ບໍ່​ໝາຍ​ຄວາມ​ວ່າ ລາວ​ຢ້ານ​ທ່ານ​ໄປ​ກັບ​ຍິງ/ຊາຍ​ອື່ນ​. ນີ້​ແຫຼະ​ທີ່​ຮຽກ​ວ່າ "ຄວາມ​ເອົາ​ໃຈ​ໃສ່".

—ຄວາມ​ເອົາ​ໃຈ​ໃສ່ ບໍ່​ແມ່ນ​ແຕ່​ຄວາມ​ມີ​ນ້ຳ​ໃຈ​ຢ່າງ​ດຽວ, ຕ້ອງ​ມີ​ການ​ຖະ​ໜຸ​ຖະ​ໜອມ​ນ້ຳ​ໃຈ​ກັນ​ດ້ວຍ

—ຫາກ​ຄົນ​ຮັກ​ຂອງ​ທ່ານ​ເຮັດ​ຫ​ຍັງ​ກໍ່​ຕາມທີ່​ເຮັດເພື່ອ​ທ່ານ​ດ້ວຍ​ຄວາມ​ຕັ້ງ​ໃຈ ແຕ່​ທ່ານ​ຊ້ຳ​ພັດ​ບໍ່​ມັກ ຂໍ​ໃຫ້​ທ່ານ​ຄິດ​ໃຫ້​ຄັກໆ​ກ່ອນ​ທີ່​ຈະ​ເວົ້າ​ຄຳ​ວ່າ "ບໍ່​ມັກ" "ບໍ່​ຄັກ" "ບໍ່​ຖືກ​ໃຈ" ອອກ​ໄປ, ແລະ​ທ່ານ​ກໍ່​ເປັນ​ຫ່ວງ​ໃນ​ຄວາມ​ຮູ້​ສຶກ​ຂອງ​ລາວ​ນຳ, ນັ້ນ​ລະ ຄື​ຄວາມ​ເອົາ​ໃຈ​ໃສ່.


1 2