ຄວາມ​ຮັກ​ແມ່ນ​ຫຍັງ(ໂດຍ: ທ່ານ​ສັງ​ຂານ ຈຸງ​ຄຳ​ພັນ)

(GMT+08:00) 2012-05-25 15:17:00     cri


—ຫາກ​ທ່ານ​ຜິດ​ຖ​ຽງ​ກັບ​ຄົນ​ຮັກ ແຕ່​ໃນ​ຕອນ​ເຊົ້າ​ມື້​ຕໍ່​ມາ ລາວ​ຍັງ​ໂທ​ມາ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ທ່ານ​ໃນ​ເລື່ອງ​ຕ່າງໆ​ປົກ​ກະ​ຕິ​ຄື​ທຸກວັນ​ທີ່​ຜ່ານ​ມາ ທັ້ງໆ​ທີ່​ລາວ​ແລະ​ທ່ານ​ຍັງ​ບໍ່​ທັນ​ເຊົາ​ຄຽດ​ໃຫ້​ກັນ. ນັ້ນ​ລະ ຮຽກ​ວ່າ: ຄວາມ​ເອົາ​ໃຈ​ໃສ່.

—ຫາກ​ຄົນ​ຮັກ​ຂອງ​ທ່ານຍອມ​ປະ​ວຽກ​ທີ່​ສຳ​ຄັນ​ຫຼາຍ​ຂອງ​ລາວ​ບຶດ​ໜຶ່ງ ເພື່ອ​ມາ​ເຮັດ​ໃນ​ສິ່ງ​ທີ່​ທ່ານ​ຂໍ​ຮ້ອງ, ນັ້ນ​ລະ ຮຽກ​ວ່າ: ຄວາມ​ເອົາ​ໃຈ​ໃສ່.

—ຄົນ​ເຮົາ​​ບາງ​ຄົນ​ກໍ່​ຕ້ອງ​ກາ​ນ​ມີ​ໃຜ​ຜູ້​ໜຶ່ງ​ຄອຍ​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ເປັນ​ຂອງ​ທຳ​ມະ​ດາ ຫາກ​ທ່ານ​ຕ້ອງ​ເດີນ​ທາງ​ໄກ ທ່ານ​ຈະ​ຮູ້​ສຶກ​ອົບ​ອຸ່ນ​ໃຈ​ທີ່​ສຸດ ຖ້າ​ຄົນ​ຮັກ​ຂອງ​ທ່ານ​ໂທ​ມາ​ ແລ້ວ​ຖາມ​ວ່າ "ຮອດ​ແລ້ວ​ບໍ່?" "ການ​ເດີນ​ທາງ​ສະ​ດວກ​ສະ​ບາຍ​ບໍ່?" "ປອດ​ໄພ​ດີ​ບໍ່?" ຫຼື "ເມື່ອຍ​ບໍ່?"

—ຫາກ​ທ່ານ​ຕ້ອງປະ​ຕິ​ບັດ​ວຽກ​ງານ​ສຳ​ຄັນ, ບໍ່​ວ່າ​ຈະ​ເປັນ​ການ​ເຮັດ​ວຽກ​ໃນ​ຫ້ອງ​ການ ຫຼື ການ​ຮຽນ ທ່ານ​ຈະ​ຮູ້​ສຶກ​ອົບ​ອຸ່ນ​ທີ່​ສຸດ ຖ້າ​ຄົນ​ຮັກ​ຂອງ​ທ່ານ​ຈື່​ໄດ້​ແລະ​ໂທ​ມາ​ບອກວ່າ "ໂຊກ​ດີ​ເດີ້! ຂ້ອຍ​ຈະ​ຄອຍ​ເປັນ​ກຳ​ລັງ​ໃຈ​ໃຫ້"

—ຫາກ​ທ່ານ​ຂັບ​ລົດ​ໄປ​ຄົນ​ດຽວ ທ່ານ​ຈະ​ຮູ້​ສຶກ​ອົບ​ອຸ່ນ​ແລະ​ມີ​ຄວາມ​ສຸກ​ໃຈ​ທີ່​ສຸດ ຖ້າ​ຄົນ​ຮັກ​ຂອງ​ທ່ານ​ໂທ​ມາ​ ແລ້ວບອກວ່າ "ຂັບ​ລົດ​ລະ​ວັງ​ແດ່​ເດີ້! ຄ່ອຍ​ໄປ​ຄ່ອຍ​ມາ​ເດີ້!"

—ຫາກ​ທ່ານ​ບໍ່​ສະ​ບາຍ ທ່ານ​ຈະ​ຮູ້​ສຶກ​ອົບ​ອຸ່ນ​ແລະ​ມີ​ກຳ​ລັງ​ໃຈ​ທີ່​ສຸດ ຖ້າ​ຄົນ​ຮັກ​ຂອງ​ທ່ານ​ໂທ​ມາ​ເຕືອນ​ໃຫ້​ທ່ານ ຢ່າ​ລືມ​ກິນ​ຢາ​ແລະ​ພັກ​ຜ່ອນ​ຫຼາຍໆ.

—ຄວາມ​ເອົາ​ໃຈ​ໃສ່​ ກັບ​ຄວາມ​ເກງ​ໃຈ ຄ້າຍ​ຄື​ກັນ​ໃນ​ຫຼາຍໆ​ດ້ານ, ເພາະ​ທ່ານ​ອາດ​ຄິດ​ວ່າ ຍິ່ງ​ຢູ່​ນຳ​ກັນ​ຫຼື​ໃກ້​ຊິດ​ສະ​ໜິດ​ສະ​ໜົມ​ກັນ​ຫຼາ​ຍ​ເທົ່າ​ໃດ ກໍ່​ບໍ່​ຈຳ​ເປັນ​ເກງ​ໃຈ​ກັນ​ຫຼາຍ​ຄື​ກັບ​ຄົນ​ທີ່​ຫາ​ກໍ່​ຮັກ​ກັນ, ແຕ່​ຜູ້​ຂຽນ​ບໍ່​ຄຶດ​ແນວ​ນັ້ນ ແຕ່​ຄິດ​ວ່າ: ຍິ່ງ​ຄົນ​ເຮົາ​ສະ​ໜິດ​ສະ​ໜົມ​ກັນ​ຫຼາຍ​ເທົ່າ​ໃດ, ຄວນ​ຍິ່ງ​ເກງ​ໃຈ​ຊຶ່ງ​ກັນ​ແລະ​ກັນ​. ເພາະ​ຄວາມ​ເກງ​ໃຈ​ເປັນ​ຄຸນ​ສົມ​ບັດ​ທີ່​ດີ​ແລ​ະ​ເປັນ​ບໍ່​ເກີດ​ຂອງ​ຄວາມ​ສຳ​ພັນ​ທີ່​ຍືນ​ຍົງ.

—ບັດ​ນີ້, ທ່ານ​ຄົງ​ຈະ​ເຫັນ​ແລ້ວ​ຕິ​ວ່າ ມັນ​ບໍ່​ແມ່ນ​ເລື່ອງ​ຍາກ​ເລີຍ​ທີ່​ທ່ານ​ຈະ​ສະ​ແດງ​ຄວາມ​ເອົາ​ໃຈ​ໃສ່​ໃຜ​ບາງ​ຄົນ. ແຕ່​ວ່າ, ມື້​ນີ້, ທ່ານ​ໄດ້​ເອົາ​ໃຈ​ໃສ່​ຄົນ​ຮັກ​ຂອງ​ທ່ານ​ແລ້ວ​ບໍ່?

 


1 2