ກຳ​ແໜ້ນ​ປະ​ຈຸ​ບັນ

(GMT+08:00) 2012-05-25 15:59:35     cri

ນັກ​ປັດ​ຊະ​ຍາ​ຜູ້​ໜຶ່ງ​ໄດ້​ພົບ​ເຫັນ​ເທວະ​ຮູບທີ່​ມີ​ສອງໜ້າ​​ຕົນ​ໜຶ່ງໃນ​ກອງ​ຊາກ​ເຮືອ​ນຂອງ​ໂຣມ​ບູ​ຮານ​ທີ່​ສະຫຼັກ​ຫັກ​ພັງ. ຍ້ອນ​ວ່າ​ບໍ່​ເຄີຍ​ເຫັນ​ເທວະ​ຮູບແບບ​ນີ້ມາ​ກ່ອນ, ນັກ​ປັດ​ຊະ​ຍາ​ຜູ້​ນັ້ນ​ຈຶ່ງ​ມີ​ຄວາມ​ປະ​ຫຼາດ​ໃຈ​ທີ່​ສຸດ ແລະ​ຖາມ​ວ່າ: "ເຈົ້າ​ແມ່ນ​ເທວະ​ດາ​ອົງ​ໃດ? ເປັນ​ຫ​ຍັງ​ຈຶ່ງ​ມີ​ສອງ​ໜ້າ?"

ເທວະ​ຮູບ​ຕອບ​ວ່າ: "ຂ້າ​ຊື່​ວ່າ ເທວະ​ດາ​ສອງ​ໜ້າ, ໜ້າ​ໜຶ່ງ​ຫວ​ນ​ຄືນ​ອະ​ດີດ, ຖອດ​ຖອນ​ບົດ​ຮຽນ​ຄຳ​ສອນ, ອີກ​ໜ້າ​ໜຶ່ງ​ຈ້ອງມອງ​ອະ​ນາ​ຄົດ, ເຕັມ​ໄປ​ດ້ວຍ​ຄວາມ​ຫວັງ."

ນັກ​ປັດ​ຊະ​ຍາຖາມ​ອີກວ່າ: "ຊັ້ນ​ປັດ​ຈຸ​ບັນ​ເດ? ປັດ​ຈຸ​ບັນ​ມີ​ຄວາມ​ໝາຍ​ທີ່​ສຸດ, ເຈົ້າ​ເຄີຍ​ສົນ​ໃຈ​ນຳ​ບໍ່?"

"ປັດ​ຈຸ​ບັນ​ຫວະ?" ເທວະ​ຮູບ​ຕົກ​ສະ​ເງີ້, ແລ້ວ​ເວົ້າ​ວ່າ "ຂ້າເອົາ​ໃຈ​​ໃສ່ນຳ​ແຕ່​ອະ​ດີດ​ກັບ​ອະ​ນາ​ຄົດ, ຈະ​ມີ​ເວ​ລາ​ຕິດ​ຕາມ​ປັດ​ຈຸ​ບັນ​ໄດ້​ແນວ​ໃດ!"

ນັກ​ປັດ​ຊະ​ຍາ​ເວົ້າ​ວ່າ: "ອະ​ດີດ​ໄດ້​ລ່ວງ​ໄປ​ແລ້ວ, ອະ​ນາ​ຄົດຍັງ​ບໍ່​ທັນ​ມາ​ຮອດ​ເທື່ອ, ສິ່ງ​ທີ່​ພວກ​ເຮົາ​ກຳ​ໄດ້​ນັ້ນ​ມີ​ແຕ່​ປັດ​ຈຸ​ບັນ​ເທົ່າ​ນັ້ນ. ຖ້າ​ບໍ່​ເອົາ​ຫົວ​ຊາ​ນຳ​ປັດ​ຈຸ​ບັນ, ເຖິງວ່າ​ເຈົ້າ​ຈະ​ຮູ້​ອະ​ດີດ​ແລະ​ອະ​ນາ​ຄົດ​ຫຼາຍ​ກໍ່ຕາມ, ​ແຕ່ມັນ​ຈະ​ມີ​ຄວາມ​ໝາຍ​ຫ​ຍັງ?"

ເທວະ​ຮູບ​ຟັງ​ແລ້ວ​ກໍ​ຊວາດ​ຮູ້​ເມື່ອ​ໃນ​ທັນ​ທີ​ແລະ​ຮ້ອງ​ໄຫ້​ຂຶ້ນ​ວ່າ: "ແຕ່​ກ່ອນ, ໃນ​ເວ​ລາ​ຂ້າ​ຮັກ​ສາ​ເມືອງ​ນີ້, ຂ້າ​ເອກ​ອ້າງວ່າ​ຕົນ​ສາ​ມາດ​ຫວນ​ຄືນ​ອະ​ດີດ ທັງ​ສາ​ມາດ​ເບິ່ງ​ເຫັນ​ອະ​ນາ​ຄົດ, ແຕ່​ພັດ​ບໍ່​ໄດ້​ກຳ​ປັດ​ຈຸ​ບັນ​ໃຫ້​ດີ, ສຸດ​ທ້າຍ, ເມືອງ​ນີ້​ຖືກ​ສັດ​ຕູບຸກ​ໂຈມຕີ​ຈົນ​ມຸ່ນ​ທະລາ​ຍ, ຄວາ​ມ​ຈະ​ເລີນ​ທີ່​ສວຍ​ງາມ​ໄດ້​ຫາຍ​ໄປ​ແລະ​ບໍ່​ມີ​ວັນ​ກັບ​ຕ່າວ​ຄືນ​ມາ, ຂ້າ​ເອງ​ກໍ່​ຖືກ​ເຂົາປ້ອຍ​ດ່າ​ແລະ​ປະ​ຖິ້ມ​ໄວ້​ໃນ​ກອງ​ຊາກ​ເຮືອນນີ້​ລະ.


1 2