ໃນນິທານເລື່ອງນີ້, ເທວະດາອົງນີ້ຍ້ອນບໍ່ໄດ້ເອົາໃຈໃສ່ນຳປັດຈຸບັນ, ຈຶ່ງເສຍບ້ານເສຍເມືອງແລະເສຍໝົດທຸກສິ່ງທີ່ເປັນຂອງຕົນ. ໃນຊີວິດຕົວຈິງ, ຄົນທັງຫຼາຍກໍ່ຄ້າຍຄືກັບເທວະດາອົງນີ້, ມັກດຳລົງຊີວິດຢູ່ໃນເງົາຂອງອະດີດ, ບາງທີກໍ່ມັກເກັບຕົວຢູ່ໃນຄວາມໃຝ່ຝັນຕໍ່ອະນາຄົດ, ແຕ່ຊ້ຳພັດເບິ່ງຂ້າມປັດຈຸບັນທີ່ສຳຄັນທີ່ສຸດ. ບໍ່ວ່າຈະດີໃຈຫຼືເສຍໃຈ, ບໍ່ວ່າມີໄຊຫຼືເສຍໄຊ, ທັງໝົດເຫຼົ່ານີ້ໄດ້ກາຍເປັນອະດີດຜ່ານໄປແລ້ວ, ແລະບໍ່ວ່າສິ່ງທີ່ຈະມາເຖິງນັ້ນຈະດີງາມຊ່ຳໃດ, ມັນກໍພຽງແຕ່ແມ່ນຈິນຕະນາການ, ມັນບໍ່ທັນເປັນຄວາມຈິງເທື່ອ, ມີແຕ່ປັດຈຸບັນນີ້ທໍ່ນັ້ນ, ຈຶ່ງແມ່ນເວລາທີ່ພວກເຮົາຈັບໄດ້ບາຍເຖິງ, ຖ້າກຳໄວ້ໄດ້, ພວກເຮົາກໍ່ສາມາດກ້າວໄປສູ່ຄວາມສຸກເທື່ອລະກ້າວ, ຖ້າບໍ່ດັ່ງນັ້ນ, ມັນຈະເປັນຄວາມຝັນຕະຫຼອດໄປ.
ທ່ານເຊັກສເປຍ, ນັກວັນນະຄະດີອັງກິດທີ່ມີຊື່ສຽງໂດງດັງໄປທົ່ວໂລກເຄີຍເວົ້າວ່າ: "ຢູ່ເທິງໂມງໃຫຍ່ທີ່ບອກເວລາ ມີແຕ່ໂຕໜັງສືຄຳດຽວ, ນັ້ນກໍ່ຄື: ປະຈຸບັນ."
ໃນຊີວິດຄົນເຮົາ, ເວລາທີ່ສາມາດປ່ຽນແປງໂຊກຊະຕາຂອງເຮົາໄດ້ນັ້ນ, ມີແຕ່ປັດຈຸບັນ, ການໃຝ່ຝັນຕໍ່ອະນາຄົດແມ່ນເລື່ອງສະແດງໃຫ້ເຫັນເຖິງທ່າທີເຫັນໄປໃນແງ່ດີຕໍ່ຊີວິດ, ແຕ່ວິທີດີທີ່ສຸດເພື່ອກຽມໄວ້ເພື່ອຕ້ອນຮັບມື້ອື່ນ ກໍ່ແມ່ນໃຊ້ຄວາມສາມາດແລະຄວາມຫ້າວຫັນຂອງຕົນເຂົ້າໃນວຽກງານປັດຈຸບັນ.
ສຸດທ້າຍ, ວິໄລວັນຂໍມອບສຸພາສິດອັງກິດຄຳໜຶ່ງໃຫ້ທຸກທ່ານ, ຄື: "yesterday is history, tomorrow is mystery, only today is a gift, that's why we call it preasent" ໝາຍຄວາມວ່າ: ມື້ວານນີ້ແມ່ນປະຫວັດສາດ, ມື້ອື່ນແມ່ນຄວາມເລິກລັບ, ມີແຕ່ມື້ນີ້ຈຶ່ງແມ່ນຂອງຂວັນ. ສະນັ້ນ, ໃນພາສາອັງກິດ, ຄຳທີ່ວ່າ "ປະຈຸບັນ"(preasent), ຍັງມີຄວາມໝາຍວ່າ "ຂອງຂວັນ".
1 2