ວຽກກຳມະກອນ​ເຄື່ອນ​ຍ້າຍ​ຂອງ​ຈີນ!

(GMT+08:00) 2012-06-05 09:36:38     cri
ສະບາຍດີ​ມິດ​ລາຍການ​ເບິ່ງ​ເມືອງ​ຈີນ​ທຸກໆທ່ານ! 19 ​ໂມງ​ຂອງ​ທຸກ​ມື້ ​ແມ່ນ​ເວລາ​ດີໆ ຫຼັງວຽກ, ຫຼັງງານ, ຫຼັງຮຽນ ລະ​ກະບໍ່ທັນ​ເດິກ​ທັນ​ດື່ນ​ເທື່ອ. ໜຸ່ມ​ໃຫຍ່​ອາລົມ​ດີ ກໍ່ນຳ​ເອົາ​ລາຍການ​ເບິ່ງ​ເມືອງ​ຈີນ ມາ​ພົບ​ມາ​ພໍ້​ກັນ, ​ເອົາ​ເພງ​ຈີນ​ມ່ວນໆມາ​ເປີດ​ໃຫ້​ຟັງ, ​ເອົາ​ເລື່ອງ​ລາວ​ກ່ຽວກັບ​ເມືອງ​ຈີນ​ດ້ານ​ຕ່າງໆທີ່ໜ້າສົນ​ໃຈ​ມາ​ເວົ້າ​ສູ່​ຟັງ​ແບບ​ສະບາຍ​ສະບາຍ ສະ​ຕາຍໜຸ່ມ​ໃຫຍ່​ອາລົມ​ດີນີ້​ລະ!! ຂະນະ​ນີ້ຫຼາຍຄອບ​ຫຼາຍຄົວ​ກະ​ນັ່ງ​ອ້ອມ​ພາ​ເຂົ້າ​ຢູ່​ໄດ໋ນິ​ເນາະ....!! ມີ​ຫຍັງ​ກິນ​ແດ່​ນໍ້​....?? ກິນ​ເພື່ອໜຸ່ມ​ໃຫຍ່​ແດ່​ເດີ້... ມີໜື່ງຜັກ, ລວກຜັກ, ຈ້ຳແຈ່ວປາແດກ ຫຼື ​ແຈ່ວໝາກ​ເລັ່ນ​ບໍ​ນໍ້...?? ຫຼື ວ່າ​ກິນ​ກ້ອຍ​ປາ​ບໍ...?? ອາຫານ​ກ້ອຍ​ປາ​ນີ້​ຂອງ​ມັກ​ຂອງໜຸ່ມ​ໃຫຍ່​ແທ້ໆລະ... ບໍ່​ວ່າ​ຜັກ​ສຸກ, ​ຜັກ​ດິບ, ​ແກງ​ປາ, ກ້ອຍ​ປາ, ປົ່ນ​ປາ​ແນວ​ນີ້. ປີ້ງ​ປາ​ກິນ​ກັບ​ສົ້ມ​ຜັກ​ສຽນ ຫຼື ສົ້ມ​ຜັກ​ກາດ​ນ້ອຍ... ​ເຈົ້າ​ເອີຍ... ດຶງ​ຫູ​ກະບໍ່ອອກ​ພຸ້ນ​ແລ້ວ!! ​ແຕ່​ວ່າການ​ກິນ​ເຂົ້າ​ນິ.. ຄາບ​​ແລງ​ແນວ​ນີ້ ກິນອີ່​ມຫຼາຍກະບໍ່ດີໄດ໋ທ່ານຜູ້ຟັງ!! ກິນອີ່ມໂພດ ກະເພາະເຮັດວຽກໜັກໂພດ ນອນບໍ່ຫຼັບດີປານໃດໄດ໋... ໜຸ່ມໃຫຍ່ບໍ່ແມ່ນແພດ ບໍ່ແມ່ນໝໍ ຫຼື ນັກໂພສະນາການດອກ ແຕ່ໄດ້ຍິນໝູ່ແພດເວົ້າສູ່ຟັງແດ່, ອ່ານປື້ມ, ອ່ານເວບໄຊແດ່, ວາລະສານໜັງສືພິມແດ່ ເພີ່ນກໍແນະນຳວ່າຄາບແລງແນວນີ້ບໍ່ກິນຫຼາຍກະໄດ້ດອກ ກິນໜ່ອຍໜື່ງພໍຢູ່ໄດ້ກະພໍແລ້ວ. ຜູ້ສາວ ຜູ້ຍິງບໍ່ຢາກຕຸ້ຍ ຢ່າກິນເຂົ້າແລງຫຼາຍເດີ້!! ກິນຜັກ ກິນໝາກໄມ້ ກິນນົມກໍ່ໄດ້ແລ້ວ!! ແຕ່ສຳຄັນແທ້ໆລະແມ່ນຄາບເຊົ້າກັບຄາບທ່ຽງ ກິນໃຫ້ອີ່ມໂລດ, ບໍ່ເປັນຫຍັງ!! ບໍ່ຢາກຕຸ້ຍກໍ່ຢ່າກິນເຂົ້າຄາບແລງອີ່ມຫຼາຍເກີນໄປ ທຸກຄາບຢ່າກິນຊີ້ນຫຼາຍ ອອກກຳລັງກາຍເປັນປົກກະຕິ ມັນກໍ່ໄດ້ລະເດ ຊິຢາກຫຍັງ ຄັນອົດໄດ້ເຮັດໄດ້ ບໍ່ຕ້ອງໄປເຂົ້າ caurse ດອກ!!!

ຢາກຫຼຸດຄວາມຕຸ້ຍລະຢ່າໄປໃກ້ເດີ້ຂໍບອກ ມີບາງຄົນຢາກຫຸ່ນດີລະໄປກິນຢາຫຼຸດຄວາມຕຸ້ຍ ຢາກງາມຫຼາຍຕາຍຈ້ອຍ.... ເຄີຍໄດ້ຍິນ
ຂ່າວບໍ?? ເລື່ອງຄາບເຂົ້ານິ ເຂົ້າເຊົ້າສຳຄັນອີ່ ຫຼີໄດ໋..!! ຄິດເບິ່ງແມ້ເຮົານອນໝົດຄືນ ກະເພາະອາຫານຍ່ອຍເຂົ້າແລງ 2-3 ຊົ່ວໂມງ
ກໍ່ໝົດແລ້ວ ເຫຼືອນັ້ນກະເພາະເປົາບໍ່ມີຫຍັງ!! ບາດຕື່ນເຊົ້າມາຕື່ນສວຍແດ່ພ້າວໄປວຽກ ບໍ່ກິນ ຫຼື ລືມກິນເຂົ້າເຊົ້າອັນນີ້ອັນຕະລາຍ
ຫຼາຍເຮັດໃຫ້ຮ່າງກາຍບໍ່ສົດຊື່ນ ຮອດ 11-12 ໂມງບໍ່ມີຫຍັງໃນກະເພາະເລີຍ ມັນຊິເອົາພະລັງງານເອົາທາດບຳລຸງມາແຕ່ໃສໃຫ້
ຮ່າງກາຍ. ໃຜເຮັດແນວນີ້ບໍ່ດົນ ເຈັບກະເພາະແນ່ນອນ....!!ຄັນໄດ້ເປັນແລ້ວກະປົວຢາກໄດ໋ກະເພາະນິນະ!! ບໍ່ກິນເຂົ້າເຊົ້າບໍ່ດີແທ້ໆ
ເດີ້ທ່ານຜູ້ຟັງ! ຜູ້ໃຊສະໝອງ ສະໝອງກໍບໍ່ແລ່ນດີ, ຜູ້ໃຊ້ກຳລັງກາຍກໍ່ສິເອົາແຮງມາແຕ່ໃສ ແມ່ນບໍລະ?? ເອົາທັກທາຍກັນຄືນນີ້ດ້ວຍ
ເລື່ອງກິນເຂົ້າກິນນ້ຳຫຼາຍເຕີບເນາະ!! ໜຸ່ມໃຫຍ່ອາລົມດີກໍ່ເລີ່ມຫິວເຂົ້າແດ່ລະໄດ່ນິ!

ເອົາສຳລັບເລື່ອງເບິ່ງເມືອງຈີນທີຈະເອົາມາເວົ້າສູ່ຟັງຄືນນີ້ ກໍ່ແມ່ນບັນຫາລູກຂອງກຳມະກອນເຄື່ອນຍ້າຍຢູ່ຈີນພຸ້ນລະ!! ມັນມີບັນຫາແນວໃດ?? ຈັກໜ້ອຍ ກັບມາເວົ້າສູ່ຟັງ

ເພງຜ່ານໄປ ຜູ້ໃດຢາກຟັງເພງໃດ ໂທເຂົ້າມາໄດ້ທີ່ 021 711477 ຫຼື ຈະສົ່ງຂໍ້ຄວາມເຂົ້າມາທີ່ ເບີ 2930, 5930, 7930 ແລະ
9930 ... ກັບເຂົ້າມາສູ່ເລື່ອງລູກຂອງກຳມະກອນເຄື່ອນຍ້າຍຈີນວ່າເປັນແນວໃດ? ຢູ່ຈີນເຮືອນຊານບ້ານຊ່ອງ, ຕຶກອາຄານຮ້ານຄ້າ
ສູງໆ ໃຫຍ່ໆ ງາມໆ ຖະໜົນຫົນທາງ ໂຄງການກໍ່ສ້າງຫຍັງກະແລ້ວແຕ່ປົ່ງຂື້ນມາປານດອກເຫັດ ຢູ່ຕາມຕົວເມືອງໃຫຍ່ນ້ອຍ
ລ້ວນແຕ່ຢາດເຮື່ອແຮງງານ ຫຼັງສູ່ຟ້າໜ້າສູ່ດິນຂອງກຳມະກອນທີ່ມາຈາກຄອບຄົວຊາວກະສິກອນຢູ່ຊົນນະ ບົດໝົດ, ກຳມະກອນ
ນີ້ຢູ່ຈີນເອີ້ນວ່າກຳມະກອນເຄື່ອນຢ້າຍ ຫຼື Migrant workers ນັ້ນລະ!!! ຕົວເລກລ້າສຸດມາຮອດປີກາຍນີ້ມີຮອດ 254 ລ້ານຄົນ!! ຫຼາຍບໍທ່ານຜູ້ຟັງເຂົ້າສ່ວນຫຼາຍກໍ່ໄປຈາກເຂດແຂວງທີ່ຍັງທຸກຍາກຢູ່ ພາກຕາເວັນຕົກຂອງຈີນ ຫຼຸຫຼັ່ງກັນໄປຊອກຫາວຽກເຮັດ
ງານທຳ ສ້າງຄວາມຈະເລີນ, ຮຸ່ງເຮືອງ ສີວິໄລໃຫ້ເຂດແຂວງແຄມທະເລ ແລະ ພາກຕາເວັນອອກເພື່ອລາຍໄດ້ດີກ່ວາ!! ແລ້ວ
ກໍ່ສົ່ງເງິນຄືນໄປໃຫ້ຄອບຄົວຢູ່ຊົນນະບົດ!! ແຕ່ວ່າຫຼັງຈາກກຸດຈີນປີນີ້ຜ່ານໄປ ກໍ່ເກີດປະກົດການ ຂາດແຮງງານຢູ່ຕາມຕົວເມືອງ
ໃຫຍ່ ເຮັດໃຫ້ເລື່ອງນີ້ຂື້ນມາຢູ່ໃນຄວາມສົນໃຈຂອງສັງຄົມ! ສາເຫດຍ້ອນຫຍັງ?
1 2