ວຽກກຳມະກອນ​ເຄື່ອນ​ຍ້າຍ​ຂອງ​ຈີນ!

(GMT+08:00) 2012-06-05 09:36:38     cri


ອັນໜື່ງກໍ່ຍ້ອນກຳມະກອນເຄື່ອນຍ້າຍຍັງບໍ່ມີສິດທີ່ຈະໄດ້ເປັນພົນລະເມືອງຂອງຕົວເມືອງໃຫຍ່ ແລະ ອີກບັນຫາໜື່ງ ທີ່ສຳຄັນ ກໍ່ແມ່ນກຳມະກອນເຄື່ອນຍ້າຍສ່ວນຫຼາຍໄປເຮັດວຽກຢູ່ໃນເມືອງໃຫຍ່ທັງຜົວທັງເມຍ ກໍ່ຈຳເປັນຕ້ອງໄດ້ປະລຸກນ້ອຍໄວ້ກັບພໍ່ແມ່
ເຖົ້າໆ ຫຼື ຍາດພີ່ນ້ອງ ເບິ່ງແຍງລ້ຽງດູໃຫ້!! ອັນນີ້ລະທີ່ເປັນສາເຫດສຳຄັນ ທີ່ເຮັດໃຫ້ກົມກຳມະກອນຈຳນວນໜື່ງ ຕັດສິນໃຈ
ບໍ່ກັບມາຕົວເມືອງໃຫຍ່ ຊອກເຮັດວຽກຢູ່ຊົນນະບົດ ບ້ານເກີດດີກວ່າ  ເພາະເປັນຫ່ວງລູກກໍ່ເລີຍເກີດສະພາບແຮງງານໃນເມືອງ
ໃຫຍ່ ທີ່ຂາດເຂີນແລ້ວບາດນີ້!! ຕາມປະເມີນຕົວເລກທີ່ບໍ່ຊັດເຈນບອກວ່າ ດຽວນີ້ມີລູກທີ່ຍັງນ້ອຍຂອງກຳມະກອນ ທີ່ປະໄວ້ທີ່
ບ້ານເກີດປະມານ 58 ລ້ານຄົນ. ເດັກນ້ອຍເຫຼົ່ານີ້ພົບກັບຄວາມໂດ່ດດ່ຽວ ຂາດຄວາມຮັກຄວາມອົບອຸ່ນ ການເບິ່ງແຍງດູແລຈາກ
ພໍ່ແມ່, ເດັກເຫຼົ່ານີ້ມັກເປັນພະຍາດຂາດອາຫານຫຼືມັກເກີດອຸປະຕິເຫດເລື້ອຍໆ ການບໍລິຈາກຊ່ວຍເຫຼືອຂອງສັງຄົມ ຫຼື ອາສາສະ
ໝັກ ກໍ່ຊ່ວຍໄດ້ພຽງໜ່ອຍດຽວ ບໍ່ສາມາດຕອບສະໜອງຄວາມຕ້ອງການສຳລັບການເຕີບໂຕຂອງເດັກນ້ອຍໄດ້!! ອັນນີ້ກໍ່ຄືສະ
ພາບຂອງເດັກນ້ອຍໃນຊົນນະບົດຂອງຈີນ ທີ່ພໍ່ແມ່ເຂົ້າໄປເປັນກຳມະກອນໃນຕົວເມືອງ!!! ຟັງເພງແລ້ວຈະກັບມາບອກເວົ້າສູ່ຟັງຕໍ່!!!! 

ຂະນະນີ້…. ກັບມາລົມກັນກ່ຽວກັບບັນຫາລູກກຳມະກອນເຄື່ອນຍ້າຍຢູ່ຈີນຕໍ່ເນາະ!! ກໍ່ຄືເວົ້າຫັນລະ ວ່າຫຼັງກຸດຈີນປີນີ້ ກໍາມະກອນ ຢູ່ຊົນນະບົດຫຼາຍຄົນກໍ່ກັບເຂົ້າໃນເມືອງເພື່ອສືບຕໍ່ເຮັດວຽກ ຍ້ອນເປັນຫ່ວງລູກເຕົ້າຈື່ງເຮັດໃຫ້ຕົວເມືອງຕ່າງໆຂາດແຮງງານກຳມະ
ກອນ!! ສຳລັບກຳມະກອນໜຸ່ມທີ່ມີລູກນ້ອຍນັ້ນ ເຂົາເຈົ້າມີບັດປະຈຳຕົວວ່າເປັນຄົນຊົນນະບົດມາຈາກແຂວງນັ້ນແຂວງນີ້ ກໍ່ເລີຍບໍ່ ສາມາດຂື້ນສຳມະໂນຄົວເປັນຄົນໃນເມືອງໄດ້ ເຖິງຈະມາເຮັດວຽກດົນຫຼາຍປີແລ້ວກໍ່ຕາມ!! ແຕ່ສິ່ງທີ່ເຂົາຕ້ອງການແມ່ນຫຍັງ??
ແມ່ນ… ຖ້າເຂົາມາເຮັດວຽກດົນແລ້ວກໍ່ຄວນໃຫ້ຂື້ນສໍາມະໂນຄົວເປັນຄົນໃນເມືອງໄດ້ ລວມທັງຄອບຄົວ ແລະ ລູກເຂົາເຈົ້າກໍ່ຄວນ
ໄດ້ຮັບນະໂຍບາຍຕ່າງໆ ທີ່ເທົ່າທຽມກັບລູກຄົນໃນເມືອງ ບໍ່ໃຫ້ມີການຈຳແນກ. ແຕ່ເມື່ອບໍ່ໄດ້ຕາມນີ້ ເຂົາເຈົ້າກໍ່ຕັດສິນໃຈຢູ່ນຳລູກ
ເບິ່ງແຍງລ້ຽງດູລູກຢູ່ຊົນນະບົດດີກວ່າ, ທັງສາມາດຍົກລະດັບການສຶກສາໃຫ້ລູກ ແຕ່ບັນຫາໜື່ງກໍ່ຄື ໂອກາດທີ່ເດັກນ້ອຍຊົນນະ
ບົດຈະໄດ້ເຂົ້າຮຽນໃນວິທະຍາໄລ ຫຼື ມະຫາວິທະຍາໄລອ່າວຢາກ! ສະນັ້ນຈື່ງມີຫຼາຍໆຄົນຮຽກຮ້ອງໃຫ້ລັດຖະບານຄວນຍົກລະ
ດັບຊີວິດການເປັນຢູ່ ກໍ່ຄືມາດຕະຖານຂອງຄູໃນຊົນນະບົດ, ໃຫ້ມີວັດຖຸອຸປະກອນການຮຽນການສອນທີ່ດີຂື້ນ ເພື່ອຍົກລະດັບ ມາດຕະຖານການສຶກສາຢູ່ຊົນນະບົດໃຫ້ດີກວ່ານີ້....! ແຕ່ມັນກໍ່ຕ້ອງໄດ້ເຮັດໄປເປັນເທື່ອລະກ້າວໃນຍຸດທະຍາດໄລຍະຍາວຂອງ
ຊາດ..!! ຖ້າພັດທະນາເສດຖະກິດໃນຊົນນະບົດໃຫ້ດີຂື້ນ ມັນກໍ່ສາມາດດຶງດູດໃຈຄູທີ່ສອນດີ, ສອນເກັ່ງລົງໄປສອນຢູ່ຊົນນະບົດຫ່າງ
ໄກສອກຫຼີກ!! ບັດນີ້ຄັນເສດຖະກິດດີ ຄວາມຈະເລີນເຂົ້າມາພື້ນຖານໂຄງລ່າງດີ ລະບົບການສຶກສາດີ ເດັກນ້ອຍທີ່ເປັນລູກກຳມະ
ກອນເຄື້ອນຍ້າຍປະມານ 58 ລ້ານຄົນ ໃຫຍ່ມາບໍ່ຢາກເຂົ້າຕົວເມືອງ ກໍ່ຈະເປັນກຳລັງແຮງຂອງຄົນລຸ້ນໃໝ່ ທີ່ຈະຊ່ວຍພັດທະນາ
ບ້ານເກີດຂອງເຂົາເຈົ້າເອງ ຕໍ່ໄປໃຫ້ກາຍເປັນຕົວເມືອງນ້ອຍ ທີ່ມີຄວາມສະດວກສະບາຍ. ເລື່ອງນີ້ເປັນສິ່ງທີ່ສົມບູນ ກໍ່ຄືອົງການ
ປົກຄອງທ້ອງຖິ່ນຈີນ ພວມຫາວິທີຊ່ວຍປັບປຸງຢູ່ ເພາະວ່າຖ້າຊົນນະບົດກັບໃນເມືອງ ການພັດທະນາບໍ່ຫ່າງໄກກັນຫຼາຍ ມັນກໍ່ ຊ່ວຍແກ້ໄຂບັນຫາສັງຄົມຫຼາຍອັນໄດ້ໄປໃນຕົວ. ອີກອັນໜື່ງຄົນເດັກເຫຼົ່ານີ້ມີສະພາບແວດລ້ອມ ສະພາບການດຳລົງຊີວິດ ແລະ
ມີການສຶກສາທີ່ດີ ພວກເຂົາກໍ່ບໍ່ຈຳເປັນຕ້ອງໄປເດີນຕາມຮອຍເກົ່າຂອງພໍ່ແມ່ ຫຼື ພໍ່ຕູ້ ແມ່ຕູ້ ທີ່ດີ້ນຮົນໄປຊອກວຽກເຮັດງານທຳ
ໃນເມືອງ ແລ້ວປະຄອບຄົວປະລູກເຕົ້າໄວ້ເບື້ອງຫຼັງອີກ!! ຟັງເພງອີກກ່ອນເນາະ ແລ້ວຈື່ງມາຟັງເລື່ອງນີ້ຕໍ່

ຂະນະນີ້........ ເວົ້າມາມື້ກີ້ກ່ອນເປີດເພງ ກໍ່ເວົ້າເຖິງກຳມະກອນຈຳນວນຫຼາຍສົມຄວນບໍ່ກັບຄືນຕົວເມືອງໄປເຮັດວຽກຍ້ອນເປັນຫ່ວງລູກ!!! ແຕ່ຫຼາຍຄົນແລ້ວກຸດຈີນແລ້ວກໍ່ກັບເພື່ອສືບຕໍ່ຫາເງິນສົ່ງເສຍຄອບຄົວ!!! ພາບໜື່ງທີ່ນັກຂ່າວຈີນພັນລະນາ ກໍ່ເປັນຕົວແທນໄດ້ເລີຍວ່າ ເດັກນ້ອຍທີ່ຖືກຖີ່ມໄວ້ເບື່ອງຫຼັງກັບພໍ່ຕູ້ ແມ່ຕູ້ ຂະເຈົ້າຂາດຄວາມຮັກຄວາມອົບອຸ່ນຈາກພໍ່ແມ່ປານໃດ?? ຫຼັງກຸດຈີນພໍ່ແມ່ຂອງຫຼານ
ສາວເຊິນສິ່ນຢີ່ ຈຳຕ້ອງຈາກບ້ານຕີ່ງຊີ່ເຈ ຂອງແຂວງ ຫູເປີຍຢູ່ພາກກາງ ເພື່ອຄືນໄປເປັນກຳມະກອນຢູ່ເສິ່ນເຈິ່ນ ເມືອງຈະເລີນຢູ່ພາກ
ໃຕ້. ຫຼານເຊິ່ນ ອາຍຸ 10 ປີ ພໍ່ແມ່ອອກເຮືອນໄປໄດ້ 20 ນາທີແລ້ວ ແຕ່ຫຼານຍັງສະອື່ນຢູ່, ນ້ອງຊາຍອາຍຸ 7 ປີ ບັງຄັບໂຕເອງຍີ້ມ ແຕ່
ສຸດທ້າຍກໍ່ໃຫ້ນຳເອື້ອຍ..... !!! ນີ້ຄືຕົວແທນຂອງເງົາມືດແຫ່ງຄວາມໂດດດ່ຽວປ່ຽວພອຍຂອງຄອບຄົວ !!! ພໍ່ຕູ້ຂອງນາງບອກວ່າ ລາວ
ຕ້ອງອົດທົນລ້ຽງຫຼານ 2 ຄົນ ທຸກໆປີນັບແຕ່ລູກຊາຍກັບລູກໃພ້ ເລີ່ມເປັນກຳມະກອນເຄື່ອນຍ້າຍມາໄດ້ 10 ປີ ແລ້ວຕອນຕອນຂະເຈົ້າ
ອອກບ້ານປີທຳອິດຫຼານສາວເຊິນຫາກໍ່ໄດ້ປີດຽວເພື່ອໄປຫາວຽກທີ່ມີລາຍຮັບດີກວ່າຢູ່ຊົນນະບົດປະຜູ້ເຖົ່າກັບເດັກນ້ອຍໄວ້ເບື້ອງຫຼັງ !!!
ແຕ່ສະພາບແບບນີ້ມັນກໍ່ມີດ້ານດີຢູ່ ທ່ານ ເສິນຮວນຈູ, ເລຂາພັກບ້ານ ຕີ່ງຊີເຈ່ ບອກວ່າບ້ານນີ້ມີພົນລະເມືອງ 380 ຄົນ ໃນນີ້ເກືອບ
ເຄິ່ງໜື່ງໄປເປັນກຳມະກອນຢູ່ຕ່າງຖິ່ນ ດຽວນີ້ຊີວິດການເປັນຢູ່ຂອວປະຊາຊົນໃນບ້ານກໍ່ດີຂື້ນຫຼາຍ ຈາກເຮືອນດິນເກົ່າໆ ເປື້ອນໆ ກໍ່ເຂົ້າແທນດ້ວຍເຮືອນກໍ່ສອງຊັ້ນຫຼາຍຫຼັງ!!! ແຕ່ພໍ່-ແມ່ຈາກໄປປີໜື່ງຈື່ງມາຢາມເທື່ອໜື່ງ ເດັກນ້ອຍບໍ່ຄືຜູ້ໃຫຍ່, ເດັກບໍ່ໄດ້ສົນນຳວັດຖຸ
ເງິນຄຳພໍທໍ່ໃດ ແຕ່ເດັກສົນນຳຄວາມຮັກຄວາມອົບອຸຸ່ນ ຄວາມເອົາໃຈໃສ່ຂອງພໍ່ແມ່ຫຼາຍກວ່າ ... ຕາມສະຖິຕິຂອງສະຫະພັນແມ່
ຍິງແຂວງຫູເປີຍບອກວ່າໃນແຂວງນີ້ມີເດັກທີ່ພໍ່ແມ່ປະໄປເຮັດວຽກຢູ່ເຂດແຂວງອື່ນປະມານ1ລ້ານ4 ແສນຄົນ. ອັນໃດຄືກັນເນາະ .....
ທ່ານຜູ້ຟັງ ມີດ້ານບວກ ດ້ານລົບຄືກັນໝົດ... ໄດ້ອັນໜື່ງ ເສຍອັນໜື່ງ ແຕ່ວ່າເລື່ອງຢູ່ຫ່າງໄກລູກເຕົ້ານິ... ສ່ຽງຫຼາຍອັນອີ່ຫຼີ ຍັງບໍ່ທັນ ວ່າປະໄປເປັນປີໄປຕ່າງເຂດຕ່າງແຂວງແນວນີ້!!! ຢູ່ເຮືອນນຳລູກແຕ່ບໍ່ມີເວລາໃຫ້ລູກ ບໍ່ໃກ້ຊິດລູກ ກໍ່ອັນຕະລາຍຢູ່ແລ້ວ!!! ກໍ່ຄິດວ່າ
ອີກບໍ່ດົນ ລັດທະບານຈີນກໍ່ອາດຈະມີມາດຕະຖານທີ່ເປັນຮູບປະທຳອອກມາແກ້ໄຂ ເພາະວ່າດຽວນີ້ກໍ່ພວມພິຈາລະນາ ແລະ ຊອກຫາ
ຫຼາຍວິທີທາງຢູ່...........!!!!


1 2