ແຕ່ກ່ອນ, ມີເຫຼັກກ້ອນໜຶ່ງ, ຖືກປະຖິ້ມໄວ້ຢູ່ແຈເຮືອນຢ່າງມິດງຽບແຕ່ດົນແລ້ວ.
ມີມື້ໜຶ່ງ, ຜູ້ເປັນເຈົ້າຂອງໄດ້ເອົາມັນຖິ້ມໃສ່ເຕົາໄຟ, ມັນຮູ້ສຶກຮ້ອນຫຼາຍຈົນອົດບໍ່ໄດ້, ຈຶ່ງເວົ້ານຳເຕົາໄຟວ່າ: "ອ້າຍເຕົາໄຟເອີຍ, ຂໍໃຫ້ອ້າຍຜ່ອນຄວາມຮ້ອນລົງຈັກໜ້ອຍໄດ້ບໍ່?"
ອ້າຍເຕົາໄຟໃຈອ່ອນ, ອີຕົນມັນຫຼາຍ, ເລີຍເຫັນດີເຮັດໃຫ້ໄຟອ່ອນລົງ.
ບຶດດຽວ, ເຫຼັກກ້ອນນີ້ກໍຖືກຄີບອອກຈາກເຕົາໄຟ, ໄປວາງໄວ້ເທິງເຫຼັກໜ້າທັ່ງ, ຖືກຄ້ອນເຫຼັກທຸບຕີຢ່າງຮຸນແຮງ. ບໍ່ພໍບຶດ, ກ້ອນເຫຼັກກໍທົນບໍ່ໄຫວອີກແລ້ວ, ຈຶ່ງອ້ອນວອນນຳຄ້ອນເຫຼັກວ່າ: "ອ້າຍຄ້ອນເອີຍ, ຂໍໃຫ້ອ້າຍຕີຊ້າແດ່, ຄ່ອຍແດ່ໄດ້ບໍ່? ຢ່າສູ່ໃຫ້ນ້ອງເຈັບຫຼາຍ."
ຄຳຮ້ອງຂໍດັ່ງກ່າວກໍເຮັດໃຫ້ຄ້ອນຕີອີຕົນເຫຼັກກ້ອນນີ້ຫຼາຍ, ເລີຍເຫັນດີປະຕິບັດຕາມ. ໃນທີ່ສຸດ, ເຫຼັກກ້ອນນີ້ບໍ່ໄດ້ຖືກຫຼໍ່ຫຼອມຢ່າງສົມບູນກໍຖືກສົ່ງອອກຈາກໂຮງງານແລ້ວ.
ແຕ່ວ່າ, ຜ່ານໄປບໍ່ດົນ, ເຫຼັກກ້ອນນີ້ກໍເຂົ້າຂີ້ໝ້ຽງ, ກາຍເປັນເຫຼັກເສດກ້ອນໜຶ່ງທີ່ໃຊ້ການບໍ່ໄດ້, ແລ້ວຖືກສົ່ງກັບຄືນໂຮງງານໄປຫຼໍ່ຫຼອມໃໝ່.
ເມື່ອເຫຼັກກ້ອນນີ້ສົ່ງກັບເມືອໂຮງງານແລ້ວ, ກໍພົບກັບເຕົາໄຟແລະຄ້ອນຕີອີກ, ມັນອຸທານອອກມາວ່າ: "ໂອ່! ດຽວນີ້, ຂ້ອຍຈຶ່ງເຂົ້າໃຈວ່າ, ຢູ່ໃນຊີວິດ, ມີອຸປະສັກບາງຢ່າງແມ່ນຫຼົບຫຼີກບໍ່ສາມາດຈະໄດ້, ມີແຕ່ໄດ້ຜ່ານຂັ້ນຕອນເຫຼົ່ານີ້ແລ້ວ, ຈຶ່ງສາມາດທົນຕໍ່ຄວາມລຳບາກຕ່າງໆໄດ້."
1 2