ການ​ຫຼໍ່​ຫຼອມ

(GMT+08:00) 2012-06-07 11:15:09     cri

ຈີນ​ມີ​ຄວາມ​ເວົ້າ​ບູ​ຮານ​ຄວາມ​ໜຶ່ງ​ທີ່​ເວົ້າ​ວ່າ: "玉不琢,不成器", ໝາຍ​ຄວາມ​ວ່າ: ແກ້ວ​ມໍ​ລະ​ກົດ​ຈະ​ງາມ​ປານ​ໃດ, ຖ້າ​ບໍ່​ເຈຍ​ລະ​ໄນ​ກໍ​ບໍ່​ຕ່າງ​ຫ​ຍັງ​ກັບ​ຫີນ​ທຳ​ມະ​ດາ, ມີ​ແຕ່​ຜັດ​ໃຫ້​ເຫຼື້ອມ​ໃຫ້​ເປັນ​ລ່ຽມ, ມັນ​ຈຶ່ງ​ກາຍ​ເປັນ​ແກ້ວ​ງາມ​ລ້ຳ​ຄ່າ, ຄົນ​ທັງ​ຫຼາຍ​ມັກ​ຍົກ​ຄວາມ​ເວົ້າ​ຄວາມ​ນີ້​ມາ​ສອນ​ຊາວ​ໜຸ່ມ, ໃຫ້​​ເຂົາ​ເຈົ້າເຝິກ​ຝົນ​ຕົນ​ເອງ​ໃນ​ຊີ​ວິດ​ຢ່າງ​ທໍ​ລະ​ຫົດ​ອົດ​ທົນ, ຈຶ່ງ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​. ດັ່ງ​ສຸ​ພາ​ສິດ​ລາວ​ທີ່​ເວົ້າ​ວ່າ: "ເກົ້າ​ອົດ​ເກົ້າ​ເຍື້ອນ​ຫາກ​ຈະ​ໄດ້​ທ່ອນ​ຄຳ".

ຢູ່​ຕໍ່​ໜ້າ​ຄວາມ​ຫຼົ້ມ​ແຫຼວ​ແລະ​ຄວາມ​ຫ​ຍຸ້ງ​ຍາກ, ມີ​ຄົນ 2 ປະ​ເພດ, ປະ​ເພດ​ໜຶ່ງ​ຢ້ານ​ຄວາມ​ຫຼົ້ມ​ແຫຼວ​, ພະ​ຍາ​ຍາມ​ຫຼົບ​ຫຼີກ, ຄື​ກັບ​ເຫຼັກ​ກ້ອນ​ນັ້ນ​ໃນ​ນິ​ທານດັ່ງ​ກ່າວ, ​ສຸດ​ທ້າຍ​ກໍ​ຖືກ​ຄວາມ​ຫ​ຍຸ້ງ​ຍາກ​ລຳ​ບາກ​ເອົາ​ຊະ​ນະ. ເຫຼັກ​ທີ່​ເຂົ້າ​ຂີ້​ໝ້ຽງ​ສົ່ງ​ກັບ​ຄືນ​ໂຮງ​ງານ​ຫຼໍ່​ຫຼອມ​ໃໝ່​ໄດ້, ແຕ່​ຊີ​ວິດ​ຂອງ​ຄົນ​ເຮົາ​​ແມ່ນ​​ເອົາ​ໃໝ່​ບໍ່​ໄດ້. ຍັງ​ມີ​ຄົນ​ອີກ​ປະ​ເພດ​ໜຶ່ງ, ພັດ​ກ້າ​ຫັນປະ​ເຊີນ​ໜ້າ​ສູ້​ກັບ​ຄວາມ​ຫຼົ້ມ​ແຫຼວ, ຍິ່ງ​ຕໍ່​ສູ້​ທໍ່​ໃດ ກໍ​ຍິ່ງ​ກ້າ​​ຫານ, ແລະ​ເອົາ​ຊະ​ນະ​ມັນ​ໃນ​ທີ່​ສຸດ, ຄົນ​ປະ​ເພດ​ນີ້​ຈຶ່ງ​ສາ​ມາດ​ກາຍ​ເປັນ​ຄົນ​ເກັ່ງ. ຈີນ​ຍັງ​ມີ​ຄວາມ​ເວົ້າ​ຄວາມ​ໜຶ່ງ​ທີ່​ຄົນ​ທັງ​ຫຼາຍ​ມັກ​ເວົ້າ​ເລື້ອຍໆ, ນັ້ນ​ກໍ​ຄື: "吃得苦中苦,方为人上人", ໝາຍ​ຄວາມ​ວ່າ, ຜູ້​ທີ່​ສາ​ມາດ​ອົດ​ທຸກ​ທົນ​ຍາກ​ແລະ​ຜ່ານ​ຜ່າ​ອຸ​ປະ​ສັກ​ແລະ​ຄວາມ​ທຸກ​ທໍ​ລະ​ມານ​ອັນ​ໃຫ​ຍ່​ຫຼວງ​ທີ່​ຄົນ​ທຳ​ມະ​ດາ​ອົດ​ບໍ່​ໄດ້​ນັ້ນ, ຈຶ່ງ​ແມ່ນ​ຜູ້​ທີ່​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ​ອັນ​ໃຫ​ຍ່​ຫຼວງ.

ເຫຼັກ​ກ້ອນ​ນ້ອຍ, ຢາກ​ກາຍ​ເປັນ​ເຫຼັກ​ກ້າ​ທີ່​ດີ, ຕ້ອງ​ຜ່ານ​ການ​ຫຼໍ່​ຫຼອມ​ໃນ​ເຕົາ​ໄຟ​ແລະ​ການ​ທຸບ​ຕີ​ດ້ວຍ​ຄ້ອນ​ເຫຼັກ, ຫີນ​ແກ້ວ​ມໍ​ລະ​ດົກ​ຈະ​ກາຍ​ເປັນ​ແກ້ວ​ທີ່​ລ້ຳ​ຄ່າ​ກໍ່​ຕ້ອງ​ຜ່ານ​ການ​ເຈຍ​ລະ​ໄນ​ຢ່າງ​ລະ​ອຽດ​ປາ​ນີດ, ຄົນ​ກໍ່​ຄື​ກັນ, ຕ້ອງ​ຜ່ານ​ການ​ເຝິກ​ຝົນ​ຫຼໍ່​ຫຼອມ​ໃນ​ຊີ​ວິດ, ຈຶ່ງ​ຈະ​ໄດ້​ຮັບ​ຜົນ​ສຳ​ເລັດ. ຊີ​ວິດ​ຈະ​ສົມ​ບູນ​ງົດ​ງາມ​ຫຼາຍ​ສີ​ຫຼາຍ​ສັນ, ບໍ່​ພຽງ​ແຕ່​ຕ້ອງ​ມີ​ດິນ​ດຳ​ນ້ຳ​ຊຸ່ມ, ຍັງຕ້ອງ​ມີ​ຟ້າ​ຝົນ​ລົມ​ແດງ, ບໍ່​ພຽງ​ແຕ່​ຕ້ອງ​ມີ​ຄວາມ​ສະ​ດວກ​ສະ​ບາຍ, ຍັງ​ຕ້ອງ​ມີ​ຄວາມ​ຫ​ຍຸ້ງ​ຍາກ​ລຳ​ບາກ. ສ​ະ​ນັ້ນ, ບໍ່​ຕ້ອງ​ຢ້ານ​ຄວາມ​ຫຼົ້ມ​ແຫຼວ​ແລະ​ຄວາມ​ຫ​ຍຸ້ງ​ຍາກ​ລຳ​ບາກໃນ​ຊີ​ວິດ, ເພາະ​ສິ່ງ​ເຫຼົ່າ​ນີ້​ລ້ວ​ນ​ແຕ່​ແມ່ນ​ຫຼັກ​ສູດ​ທີ່​ຕ້ອງ​ຮຽນ​ໃນ​ຊີ​ວິດ​ຂອງ​ເຮົາ, ມີ​ແຕ່​ຕໍ່​ສູ້​ກັບ​ສິ່ງ​ທ້າ​ທາຍ​ເຫຼົ່າ​ນີ້​ຢ່າງ​ກ້າ​ຫານ​ແລະ​ເອົາ​ຊະ​ນະ​ມັນ​ແລ້ວ, ພວກ​ເຮົາ​ຈຶ່ງ​ຈະ​ສາ​ມາດ​ຮຽນ​ຈົບ​ຈາກ​ໂຮງ​ຮຽນ​ແຫ່ງ​ຊີ​ວິດ​ໄດ້.


1 2