ທ່ານ​ສີ​ຈິ້ນ​ຜິງ​ພົບ​ປະ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ແລະ​ຜູ້​ນຳ​ທ່ານ​ອື່ນໆ​ຂອງ​ອາ​ຊຽນ

(GMT+08:00) 2012-09-22 13:05:59     cri

ຕາມ​ຂ່າວCRI, ວັນ​ທີ20​ກັນຍາ​ນີ້, ຢູ່​ນະຄອນ​ໜານ​ໜິງ ​ເທດ​ສະບາ​ນ​ເຂດ​ກວງ​ຊີ​ຈີນ, ທ່ານ​ສີ​ຈິ້ນ​ຜິງ,​ຮອງ​ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ທ່ານ​ທອງ​ສິງ ທຳ​ມະ​ວົງ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນ​ຄັ້ງ​ທີ​9.

ໃນ​ການ​ພົບ​ປະ, ທ່ານ​ສີ​ຈິ້ນ​ຜິ​ງກ່າວ​ວ່າ, ພາຍ​ໃຕ້​ສະຖານະ​ການ​ໃໝ່, ສອງ​ຝ່າຍ​ຄວນ​ເລັ່ງລັດ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄວາມ​ຮັບ​ຮູ້​ຄື​ກັນ​ອັນ​ສຳ​ຄັນ​ທີ່​ຜູ້​ນຳ​ສູງ​ສຸດ​ຂອງ​ສອງ​ປະ​ເທດ​ໄດ້​ຕົກ​ລົງ​ກັນ​ເພື່ອ​ລົງ​ເລິກ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ, ​ເລັ່ງ​ລັດ​ຊຸກ​ຍູ້​ການ​ຮ່ວມ​ມື​ທີ່​ຕິດ​ແທດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງໆ, ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ທີ່​ສອງ​ປະ​ເທດ​ມີ​ລະ​ບອບ​ທີ່​ຄື​ກັນ​ແລະ​ອຸ​ດົມ​ການ​ທີ່​ຄື​ກັນ​ຢ່າງ​ເຕັມ​ສ່ວນ, ​ເພີ່ມ​ທະວີ​ຄວາມ​ສາ​ມັກ​ຄີ​ແລະ​ຮ່ວມ​ມື​ກັນ,​ຮ່ວມ​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ, ​ເພື່ອ​ບັນ​ລຸ​ສະ​ຖຽນ​ລະ​ພາບ​ແລະ​ຄວາມ​ວັດ​ຖະນາ​ຖາ​ວອນ​ຂອງ​ສອງ​ປະ​ເທດ.

ທ່ານ​ທອງ​ສິງ​ກ່າວ​ວ່າ, ລາວ​ຂອບ​ໃຈ​ຈີນ​ທີ່​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ແລະ​ສະ​ໜັບ​ສະ​ໜູນ​ອັນ​ລ້ຳ​ຄ່າ​ແກ່​ລາວ​ໃນ​ໄລ​ຍະ​ຜ່ານ​ມາ​ນີ້,​ຍິນ​ດີ​ຮ່ວມ​ກັບ​ຈີນ​ຮັກ​ສາ​ການ​ໄປ​ມາ​ຫາ​ສູ່​ກັນ​ລະ​ຫວ່າງ​ຜູ້​ນຳ​ຂັ້ນ​ສູງ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຕ່າງໆ​ຢ່າງ​ແໜ້ນ​ແຟ້ນ, ​ເປັນ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ,​ເພື່ອນ​ມິດທີ່​ດີ,​ສະ​ຫາຍ​ທີ່​ດີ​ແລະ​ຄູ່​ຮ່ວມ​ທີ່​ດີ​ຕະ​ຫຼອດ​ໄປ.


1 2