ສິນ​ຄ້າ​ລາວ​ບຸກ​ເບີກ​ຕະ​ຫຼາດ​ຈີນ​ເປັນ​ກ້າວໆ

(GMT+08:00) 2012-09-25 15:12:08     cri

ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາຊ​ຽນຄັ້ງ​ທີ9​ພວມ​ດຳ​ເນີນ​ໄປ​ຢູ່​ສູນ​ວາງ​ສະ​ແດງ​ສາ​ກົນ​ນະ​ຄອນ​ໜານ​ໜິງ​ຂອງ​ຈີນ. ​ໂດຍ​ອີງ​ອາ​ໄສ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້,​ສິນ​ຄ້າ​ລາວ​ພວມ​ບຸ​ກ​ເບີກ​ຕະ​ຫຼາດ​ຈີນ​ເປັນ​ກ້າວໆ.

ຫໍ​ວາງສະ​ແດງ​ລາວ​ໃນ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​ຄັ້ງ​9​ມີ​ຜູ້​ຊົມ​ເຂົ້າ​ຊົມ​ຢ່າງ​ຟົດ​ຟື້ນ.​ເມື່ອ​ເຂົ້າ​ໄປ​ໃນ​ຫໍ​ແລ້ວ, ກໍ​ເຫັນ​ລູກ​ຄ້າ​ຫຼາຍ​ຄົນ​ມີ​ຄວາມ​ສົນ​ໃຈ​ຫຼາຍ​ຕໍ່​ສິນ​ຄ້າ​ທີ່​ມາ​ຈາກ​ລາວ.​ຢູ່​ໜ້າ​ຮ້ານ​ຂາຍ​ເຄື່ອງ​ແຜ່ນ​ແພ,​ນາງ​ຈຳ​ປາ ​ເຈົ້າ​ຂອງ​ຮ້ານ​ພວມ​ແນະ​ນຳ​ຜ້າ​ຝ້າຍ​ທຳ​ມະ​ຊາດ​ລາວ​ແກ່​ລູກ​ຄ້າ​ຈີນ

ຈຸດ​ພິ​ເສດ​ຂອງ​ພວກ​ເຮົາ​ແມ່ນ, ພວກ​ເຮົາ​ໃຊ້​ສີ​ທຳ​ມະ​ຊາດ​ມາ​ຍ້ອມ​ຜ້າ​ຝ້າຍ, ຜ້າ​ໄໝ​ແລະ​ສົ້ງ​ເສື້ອຂອງ​ພວກ​ເຮົາ, ມີ​ຄຸນ​ນະ​ພາບ​ດີ​ແລະ​ບໍ່​ເຊື່ອມ​ພິດ.

ໃນ​ຖານະ​ທີ່​ເປັນ​ຜູ້ອຳນວຍການ​ໃຫຍ່​ຂອງ​ບໍລິສັດ​ເຄື່ອງ​ແຜ່ນ​ແພ"yoursilk", ນາງ​ຈຳປາ​ບອກ​ນັກ​ຂ່າວ​ວ່າ, ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ໄດ້​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນ,​ໃນ​ຄັ້ງ​ນີ້, ບໍ່​ພຽງ​ແຕ່​ໄດ້​ຂາຍ​​ເສື້ອ​ຜ້າ​ອາ​ພອນ​ຢ່າງ​ຫຼວງ​ຫຼາຍ​ເທົ່າ​ນັ້ນ,​ຍັງ​ມີ​ໂອ​ກາດ​ໄດ້​ພົບ​ປະ​ແລກ​ປ່ຽນ​ກັບ​ນັກ​ທຸ​ລະ​ກິດ​ຈີນ​ອີກ​ດ້ວຍ.

ຜູ້​ທີ່​ມາ​ຖາມ​ແລະ​ຢາກ​ຊື້​ສິນຄ້າ​ຂອງ​ເຮົາ​ນີ້​ມີ​ຫຼາຍ​ຄົນ. ຍ້ອນ​ວ່າ​ສິນຄ້າ​ສ່ວນ​ຫຼາຍ​ຂອງ​ເຮົາ​ຍັງ​ຢູ່​ລາວ,​ສະ​ນັ້ນ, ພວກ​ເຮົາ​ລ້ວນ​ແຕ່​ໄດ້​ແລກ​ປ່ຽນ​ອີ​ເມ​ວ, ​ເພື່ອ​ຕິດ​ຕໍ່​ກັນ​ໃນ​ພາຍ​ໜ້າ.

ວັດຖຸ​ດິບ​ຂອງ​ຜະລິດ​ຕະພັນ​ລ້ວນ​ແຕ່​ຊື້​ມາ​ຈາກ​ພໍ່​ແມ່​ປະຊາຊົນ, ດຽວນີ້, ນາງ​ຈຳປາ​ເລີ່​ມ​ເປັນ​ຫ່ວງ​ນຳ​ການ​ສະໜອງ​ວັດຖຸ​ດິບ, ​ແຕ່​ວ່າ, ​ເມື່ອ​ນາງ​ຄິດ​ວ່າ, ຖ້າ​ຂາຍ​ໄດ້​ຫຼາຍ, ຍ່ອມ​ຈະ​ນຳ​ເອົາ​ຜົນ​ປະ​ໂຫຍ​ດມາ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ລາວ​ຜູ້​ທີ່​ຜະ​ລິດ​​ເຄື່ອງ​ແຜ່ນ​ແພ,​ນາງ​ຮູ້​ສຶກ​ພູມ​ໃຈ​ທີ່​ສຸດ:

ຖ້າ​ພວກ​ເຮົາ​ສາມາດ​ພັດທະນາ​ທຸລະ​ກິດ​ຈອງ​ຊື້​ກັບ​ນັກທຸລະ​ກິດ​ຈີນ, ​ໄດ້​ຮັບ​ໃບ​ສັ່ງ​ຊື້​ຂອງ​ຈີນ​ຫຼາຍ​ກວ່າ​ເກົ່າ​, ​ເຊື່ອ​ວ່າ, ຈະ​ເປັນ​ສິ່ງ​ທີ່​ຊຸກ​ຍູ້​ຈິດ​ໃຈ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ທຳ​ການ​ຜະ​ລິດ​ເຄື່ອງ​ແຜ່ນ​ແພ​ທີ່​ມີ​ຄຸນ​ນະ​ພາບ​ດີ​ອອກ​ມາ​ຢ່າງ​ຫຼວງ​ຫຼາຍ,​ລາຍ​ຮັບ​ຂອງ​ເຂົາ​ເຈົ້າ​ກໍ​ຈະ​ສູງ​ຂຶ້ນ, ​ແລະ​ກໍ​ຈະ​ມີ​ຊີ​ວິດ​ທີ່​ດີກ​ວ່າ​ເກົ່າ.

1 2