ສິນ​ຄ້າ​ລາວ​ບຸກ​ເບີກ​ຕະ​ຫຼາດ​ຈີນ​ເປັນ​ກ້າວໆ

(GMT+08:00) 2012-09-25 15:12:08     cri

ໃນ​ຫໍ​ວາງສະ​ແດງ​ລາວ, ຮ້ານ​ທີ່​ຕົບ​ແຕ່ງ​ໄດ້​ດີກ​ວ່າ​ໝູ່​ກໍ​ແມ່ນ​ຮ້ານ​ຂາຍ​ເບຍ​ລາວ,​ປ້າຍ​ໂຄ​ສະ​ນາ​ສີຄຳ​ທີ່​ໃຫຍ່​ໂຕ​ໄດ້​ພິມ​ຮູບ​ທາດ​ຫຼວງ,​ປະ​ຕູ​ໄຊ​ແລະ​​ແກ້ວ​ເບຍ​ລາວ​ທີ່ສົດ​ຊື່ນ. ຢູ່​ໜ້າ​ຮ້ານ, ທ່ານ​ເຈ່ຍ​ເວີນ ປະທານ​ບໍ​ລິ​ສັດ​ການ​ຄ້າ​ຊິນ​ຮູ​ກວງ​ຊີ​ຈຳ​ກັດ ທີ່​ຮັບ​ຜິດ​ຊອບ​ທຸ​ລະ​ກິດ​ເບ​ຍລາວ​ຢູ່​ຈີນ ​ກໍ​ມັກ​ເບຍ​ລາວ​ຫຼາຍ, ​ເພິ່ນ​ເວົ້າ​ວ່າ:​"ເບຍ​ລາວ​ມີ​ຄຸນ​ນະ​ພາບ​ດີ​ທີ່​ສຸດ, ​ໄດ້​ໃຊ້​ເຊື້ອ​ໝັກ​ຂອງ​ເຢຍ​ລະ​ມັນ, ​ເຂົ້າ​ເບຼ​ຝຣັ່ງ,​ນ້ຳທີ່​ໄຫຼ​ລົງ​ມາ​ຈາກ​ສາຍ​ພູ​ຫິ​ມະ​ໄລ,​ຍ້ອນ​ວ່າ​ລາວ​ມີ​ສິ່ງ​ແວດ​ລ້ອມ​ທີ່​ດີ,​ນ້ຳ​ທີ່​ດີ​ແລະ​ພູ​ທີ່​ດີ​ຈະ​ມີ​ເບຍ​ທີ່​ດີ, ​ໃນ​ການ​ປະ​ກວດ​ເມື່ອ​ປີ​2004, ​ເບຍ​ລາວ​ຖືກ​ຍົກ​ໃຫ້​ເປັນ​ເບຍ​ທີ່​ດີ​ທີ່​ສຸດ​ໃນ​ອາ​ຊີ,​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນ​ໄດ້​ຈັດ​ເອົາ​ເບຍ​ລາວ​ເປັນ​ເບຍ​ຂອງ​ງານ​ວາງສະ​ແດງ."

ທ່ານ​ເຈ່ຍ​ເວີນ​ບອກ​ນັກ​ຂ່າວ​ວ່າ, ​ໃນ​ງານ​ວາງສະ​ແດງຄັ້ງ​ນີ້, ​ເບຍ​ລາວ​​ເປັນ​ເບຍ​ທາງ​ການ​ຂອງ​ງານ​ວາງ​ສະ​ແດງ​ເປັນ​ຄັ້ງ​ທຳ​ອິດ, ​ໄດ້​ຮັບ​ຜົນ​ດ້ານ​ໂຄ​ສະ​ນາ​ທີ່​ດີ,​ຜູ້​ທີ່​ມາ​ປຶກ​ສາ​ນຳ​ພວກ​ເຮົາ​ມີ​ຢ່າງ​ບໍ່​ຂາດ,​ຈົນ​ວ່າ​ຍັງ​ມີ​ບໍ​ລິ​ສັດ​ໜຶ່ງ​ຂອງ​ກາ​ນາ​ດາ​ຢາກ​ເປັນ​ຕົວ​ແທນ​ຂາຍ​ເບຍ​ລາວ.


ເຟີ​ນີ​ເຈີ​ລາວ​ກໍ​ຄື​ກັນ​ກັບ​ເບຍ​ລາວ, ​ໄດ້​ເຂົ້າ​ສູ່​ຕະຫຼາດ​ຈີນ​ຢ່າງ​ສຳ​ເລັດ​ຜົນ. ບໍລິສັດ​ເຟີ​ນີ​ເຈີ​ຊ່າງ​​ເຊີ້ງ​ລາວ​ກໍ​ແມ່ນ​ບໍ​ລິ​ສັດ​ເຟີ​ນີ​ເຈີ​ຮ່ວມ​ທຶນ​ຈີນ​ລາວ.​ພະ​ນັກ​ງານ​ທ່ານ​ໜຶ່ງ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ບອກ​ນັກ​ຂ່າວ​ວ່າ,​ບໍ​ລິ​ສັດ​ໄດ້​ເປີດ​ສາ​ຂາ​ຢູ່​ສອງ​ແຫ່ງ​ຄື​ຢູ່​ຄຸນ​ມິງ​ແລະ​ຈຸ່ງ​ກິ່ງ​ແລ້ວ,​ດຽວ​ນີ້,​ພວມ​ກຽມ​ເປີດ​ສາ​ຂາ​ແຫ່ງ​ທີ​ສາມ​ຢູ່​ນະ​ຄອນ​ເສິງ​ຕູ່.​ບໍ​ລິ​ສັດ​ໄດ້​ຮັບ​ຜົນ​ກຳ​ໄລ​ທີ່​ດີ, ລາຍ​ຮັບ​ຂອງ​ເຂົາ​ເຈົ້າ​ກໍ​ນັບ​ມື້​ນັບ​ສູງ​ຂຶ້ນ.

​ແຕ່​ກ່ອນ​ໄປ​ເຮັດ​ວຽກ​ຢູ່​ຕ່າງ​​ແຂວງ​ລ້ວນ​ແຕ່​ຂີ່​ລົດ​ໄຟ, ດຽວ​ນີ້​ລ້ວນ​ແຕ່​ຂີ່​ຍົນ​ໄປ​ກັບ.

ເຟີ​ນີ​ເຈີ​ລາວ​ກໍ​ເຮັດ​ໃຫ້​ພໍ່​ແມ່​ປະຊາຊົນ​ລາວ​ທີ່​ເຮັດ​ເຟີ​ນີ​ເຈີ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຄື​ກັນ. ​ໃນ​ຫໍ​ວາງ​ສະ​ແດງ,​ນັກ​ຂ່າວ​ໄດ້​ພົບ​ຄົນ​ລາວ​ຜູ້​ໜຶ່ງ ທີ່​ມີ​ພີ່​ນ້ອງ​ເປັນ​ເຈົ້າ​ຂອງ​ຮ້ານ​ເຟີ​ນີ​ເຈີ.​ລາວ​ບອກ​ນັກ​ຂ່າວ​ວ່າ:​"ພາຍ​ຫຼັງ​ເປີດ​​ໂຮງ​ງານ​ຜະ​ລິດ​ເຟີ​ນີ​ເຈີ​ແລ້ວ, ​ກຳ​ມະ​ກອນ​ທີ່​ໄປ​ເຮັດ​ວຽກ​ຢູ່​ໃນ​ໂຮງ​ງານ​ເຟີ​ນີ​ເຈີ​ກໍ​ມີ​ເງິນ​ເດືອນ,​ມີ​ເງິນ​ເດືອນ​ແລ້ວ​ກໍ​ຈະ​ມີ​ກຳ​ລັງ​ແຮງ​ໄປ​ເຮັດ​ວຽກ​ຕໍ່."

ທ່ານຄຳ​ໄພ ປະທານ​ສະມາຄົມ​ເຟີ​ນີ​ເຈີ​ລາວ​ມີ​ຄວາມ​ພິຈາລະນາ​ເລິກ​ເຊິ່ງ​ກວ່າ​ເກົ່າ​ຕໍ່​ການ​ຮ່ວມ​ມື​ໃນ​ຂະ​ແໜງ​ການ​ເຟີ​ນີ​ເຈີ​ລະຫວ່າງ​ຈີນ​ລາວ:

ປະຈຸ​ບັນ, ຝີ​ມື​ຂອງ​ຄົນ​ລາວ​ຍັງ​ບໍ່​ຄ່ອຍ​ດີ​ປານ​ໃດ, ສະ​ນັ້ນ, ພວກ​ເຮົາ​ຍັງ​ຕ້ອງ​ການ​ນາຍ​ຊ່າງ​​ແລະ​ກຳ​ມະ​ກອນ​ທີ່​ມີ​ຝີ​ມື​ທີ່​ດີ​ຂອງ​ຈີນ​ໄປ​ລາວ,​ຍົກ​ລະ​ດັບ​ຂອງ​ນາຍ​ຊ່າງ​ແລະ​ກຳ​ມະ​ກອນ​ຂອງ​ລາວ, ​ເພື່ອ​ຜະ​ລິດ​ເຄື່ອງ​ເຟີ​ນີ​ເຈີ​ມີ​ຄຸນ​ນະ​ພາບ​ທີ່​ດີ​ກວ່າ​ເກົ່າ​ເພື່ອ​ສົ່ງ​ໄປ​ຂາຍ​ຢູ່​ຈີນ.

​ໃນ​ຫໍ​ວາງສະ​ແດງ​ຂອງລາວ​ທີ່​​ເຕັມ​ໄປ​ດ້ວຍ​ບັນຍາກາດ​ຟົດ​ຟື້ນນັ້ນ, ລູກ​ຄ້າ​ກັບ​ເຈົ້າ​ຂອງ​ຮ້ານ​ໄດ້​ລົມ​ກັນ​ຢ່າງ​ສະ​ໜິດ​ສະ​ໜົມ,​ບໍ່​ວ່າ​ແມ່ນ​ນາງ​ຈຳປາ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນ​ເປັນ​ຄັ້ງ​ທຳ​ອິດ, ຫຼື​ວ່າ​ແມ່ນ​ທ່ານ​ເຈ່ຍ​ເວີນ ທີ່​ພວມ​ອອກ​ແຮງ​ບຸກ​ຕະ​ຫຼາດ​ຈີນ​ເພື່ອ​ເບຍ​ລາວ,​ຫຼື​ວ່າ ທ່ານ​ປຸນ ປະ​ທານ​ສະ​ມາ​ຄົມ​ເຟີ​ນີ​ເຈີ​ລາວ​ທີ່​ມີ​ການ​ພິ​ຈາ​ລະ​ນາ​ຕ່າງ​ຫາກ,​ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນ​ລ້ວນ​ແຕ່​ໄດ້​ອຳ​ນວຍ​ໂອ​ກາດ​ທີ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ໃຫ້​ແກ່​ເຂົາ​ເຈົ້າ, ​ແລະ​ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນກໍ​​ເປັນ​ເວທີ​ທີ່​ດີ​ເພື່ອ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ລະ​ຫວ່າງ​ສອງ​ປະ​ເທດ, ​ເຊື່ອ​ວ່າ, ຜ່ານ​ຈາກ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນ,​ສິນ​ຄ້າ​ລາວ​ຈະ​ເຂົ້າ​ສູ່​ຕະ​ຫຼາດ​ຈີນ​ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ຊີວິດ​ກ​ານ​ເປັນ​ຢູ່​ຂອງ​ຄົນ​ລາວ​ຫຼາຍ​ຄົນ​ກໍ​ຈະ​ນັບ​ມື້​ນັບ​ດີ​ຂຶ້ນ​ຍ້ອນ​ສິນຄ້າ​ລາວ​ໄດ້​ສົ່ງ​ເຂົ້າ​​ໄປ​ຂາຍ​ຢູ່​ໃນ​ຕະຫຼາດ​ຈີນ.


1 2