ບົດ​ສໍາພາດ​ຂອງ​ທ່ານ ອ່ອນ​ສີ ບຸດ​ສີ​ວົງ​ສັກ ປະທານ​ສະມາຄົມ​ອຸດສາຫະກໍາ​ຕັດຫຍິບ​ລາວ(VDO)

(GMT+08:00) 2012-10-25 15:49:46     cri








  ທ່ານ​ຜູ້​ຊົມ, ​ເມື່ອ​ເວົ້າ​ເຖິງ​ວຽກ​ງານ​ອຸກ​ສາ​ຫະກໍາ​ຕັດຫຍິບ​ລາວກໍ່​ເປັນ​ອີກ​ຂະ​ແໜງ​ການ​ໜື່ງທີ່​ສາມາດ​ສ້າງ​ຊື່​ສຽງ​ໃຫ້​ແກ່​ຄົນ​ລາວ ​ແລະ​ຍັງ​ເປັນ​ອີກ​ຂະ​ແໜງ​ການ​ໜື່ງທີ່​ເປັນ​ສີ​ໄມ້​ລາຍ​ມື​ຂອງ​ຄົນ​ລາວ​ ແລະ​ກໍ່​ຕິດ​ພັນ​ກັນ​ຄົນ​ລາວ​ມາ​ຕັ້ງ​ແຕ່​ດົນ​ນານ ​ແລະ​ກໍ່​ສ້າງ​ຊື່​ສຽງ​ໃຫ້​ແກ່​ຄົນ​ລາວ​ບໍ່​ວ່າ​ສັງຄົມ​ລາວ​ກໍ່​ຄື​ຕະຫຼາດ​ໂລກ.

    ​ເນື່ອ​ງ​ໃນ​ໂອກາດ​ທີ່​ປະ​ເທດ​ລາວ​ຈະ​​ໄດ້​ຮັບ​ເປັນ​ສະມາ​ຊິກ​ອົງການ​ການ​ຄ້າ​ໂລກ​ໃນ​ມໍ່​ໆ​ນີ້, ຫຼາຍທ່ານ​ກໍ​ຢາກ​ຮູ້​ວ່າ​, ຕໍ່​ກັບ​ອຸດສາຫະກໍາ​ຕັດຫຍິບ​ລາວ​ຈະ​ມີ​ຄວາມ​ກຽມພ້ອມ​​ແນວ​ໃດ? ຕໍ່​ບັນຫາ​ດັ່ງກ່າວ​, ມື້​ນີ້​, ລັດຕະນະ​ຈະ​ພາ​ທ່ານ​ມາ​ຫາ​ຄໍາຕອບ​ຈາກ​ຜູ້​ທີ່​ມີ​ປະສົບ​ການ​ມາ​ຫຼາຍ​ກວ່າ 17 ປີ ​​ເຊິ່ງກໍ​ແມ່ນ​ປະທານ​ສະມາຄົມ​ອຸດ​ສະຫະ​ກໍາ​ຕັດຫຍິບ​ລາວ ​ແລະ​ຂະນະ​ນີ້, ​ເພິ່ນ​ກໍ​ໄດ້​ນັ່ງ​ຢູ່​ກັບ​ພວກ​ເຮົາ​ເປັນ​ທີ່​ຮຽບຮ້ອຍ​ແລ້ວ. ສະບາຍດີ ກ່ອນ​ອື່ນ​ກໍ​ຕ້ອງ​ຂໍອະນຸຍາດ​ຂໍ​ຖາມ​ວ່າ ​ທ່ານ​ມີ​ຄວາມ​ຄິດ​ເຫັນ​ແນວ​ໃດ​ຕໍ່ອົງການ​ການ​ຄ້າ​ໂລກ​​ຈະ​ຮັບ​ເອົາ​ປະ​ເທດ​ລາວ​ເຂົ້າ​ເປັນ​ສະມ​າຊິກ​ໃໝ່​ໃນ​ວັນ​ທີ 26 ຕຸລາ​ນີ້?

    ທ່ານອ່ອນ​ສີ: ກອ່ນອື່ນຂ້າພະ​ເຈົ້າ​ກໍ່​ຂໍ​ສະ​ແດງ​ຄວາມ​ດີ​ໃຈ​ເປັນ​ຢ່າ​ງຍິ່ງ​ທີ່​ອົງການ​ການ​ຄ້າ​ໂລກ​ໄດ້​ໃຫ້​ກຽດ​ປະ​ເທດ​ລາວ​, ໄດ້​ຮັບ​ເຂົ້າ​ເປັນສະມາ​ຊິກ​ຂອງອົງການ​ດັ່ງກ່າວ, ພ້ອມ​ກັນ​ນັ້ນ, ກໍ່​ຂໍ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່ບັນ​ດາ​ປະ​ເທດຄູ່​ສັນຍາ​ທີ່​ໃຫ້​ໂອກາດ ສປປ ​ລາວ​ເຂົ້າ​ໃນ​ເວທີ​ສາກົນ​ກໍ່​ຄື​ໃນ​ອົງການ​ການ​ຄ້າ​ໂລກຄັ້ງ​ນີ້, ພ້ອມ​ກັນ​ນີ້, ຂ້າພະ​ເຈົ້າ​ກໍ່​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ມາ​ຍັງ​ອົງການ​ຈັດ​ຕັ້ງ​ລັດຖະບານ​ລາວ​ທີ່​ກ່ຽວຂ້ອງ​ທີ່​ໄດ້​ທຸ້ມ​ເທ​ຄວາມ​ສາມາດ ​ແລະ​ຄວາມ​ກ້າຫານ​ໃນ​ການ​ກະກຽມ​ເຂົ້າ​ເປັນ​ສະມາຊິກ​ນີ້​ໃນ​ຫຼາຍ​ປີຜ່ານມາ​ແລະ​ກໍ​ໄດ້​ຮັບ​ຜົນ​ສໍາ​ເລັດ​, ອັນ​ນີ້​ແມ່ນ​ຄວາມ​ທະ​ນົງ​ໃຈ​ຂອງ​ຂ້າພະ​ເຈົ້າ.

1 2