ເພື່ອຮັບມືກັບກັບໂອກາດດັ່ງກ່າວ, ທາງວສະມາຄົມອຸດສະຫະກໍາຕັດຫຍິບລາວກໍ່ໄດ້ມີການກຽມຕົວເປັນຢ່າງດີ, ທ່ານອ່ອນສີກ່າວວ່າ:
ອຸດສາຫະກໍາຕັດຫຍິບລາວໄດ້ຄ້າກັບຕະຫຼາດໂລກມາ 20 ປີແລ້ວ, ສິນທີ່ພວກເຮົາຜະລິດ ສ່ວນຫຼາຍກາຍ 98% ແມ່ນສົ່ງອອກໄປຕະຫຼາດສາກົນ, ດັ່ງນັ້ນ, ການທີ່ລາວເຮົາເຂົ້າເປັນສະມາຊິກອົງການການຄ້າໂລກນັ້ນ, ຂ້າພະເຈົ້າເຫັນວ່າ, ປະເທດລາວຍັງບໍ່ໄດ້ມີຜົນກະທົບໃນໄລຍະສັ້ນ, ເນື່ອງຈາກວ່າປະເທດລາວຍັງເປັນປະເທດທີ່ດ້ອຍພັດທະນາ ແລະຍັງໄດ້ຮັບສິດທິພິເສດຈາກບັນດາປະເທດທີ່ພັດທະນາແລ້ວທັງຫຼາຍ, ແຕ່ວ່າເຮົາຕ້ອງຄໍານືງເຖິງວ່າ, ຫຼັງຈາກປະເທດລາວເຮົາໄດ້ອອກຈາກປະເທດດ້ອຍພັດທະນາຕາມທີ່ລັດຖະບານໄດ້ກໍານົດໄວ້ໃນປີ 2020, ພວກເຮົາຈະຕ້ອງໄດ້ແຂ່ງຂັນກັບປະເທດອື່ນໃນຖານະດຽວກັນ, ພວກເຮົາຈະບໍ່ໄດ້ຮັບສິດທິພິເສດຕໍ່ໄປ. ດັ່ງນັ້ນ, ພວກເຮົາຈື່ງມີຄວາມຈໍາເປັນທີ່ຈະຕ້ອງພັດທະນາສີມືແຮງງານຂອງຄົນລາວໃຫ້ກ້າວຂື້ນ. ພ້ອມກັນນັ້ນ, ພວກເຮົາຍັງຕ້ອງພັດທະນາອຸດສະຫະກໍາຕັດຫຍິບລາວໃຫ້ດີຂື້ນກວ່າເກົ່າ, ໝາຍຄວາມວ່າ: ແທນທີ່ເຮົາຈະໃຊ້ຈັກແບບເກົ່າຊັກຊ້າ, ຄຸນນະພາບບໍ່ສູງ, ພວກເຮົາມີຄວາມຈໍາເປັນທີ່ສຸດທີ່ຈະຕ້ອງໃຊ້ຈັກທີ່ມີອັດຕະໂນມັດ, ມີຄວາມທັນສະໄໝ, ມີຄວາມວ່ອງໄວຫຼາຍຂື້ນ, ພ້ອມດຽວກັນນັ້ນ, ແຮງງານຂອງຄົນລາວກໍ່ຕ້ອງໄວຂື້ນ, ຂ້າພະເຈົ້າມີຄວາມທະນົງໃຈວ່າ: ຜະລິດຕະພັນຂອງລາວໂດຍສະເພາະແມ່ນເຄື່ອງນຸ່ງຮົ່ມພວກເຮົາ ມີຄຸນນະພາບທຽບເທົ່າກັບສາກົນ ຫຼືວ່າບາງໂຮງງານຍັງຜະລິດໄດ້ດີກວ່າ, ອັນນີ້ແມ່ນຄວາມທະນົງໃຈຂອງກໍາມະກອນລາວ, ຖ້າຫາກວ່າ ເຂົາໄດ້ມີການຝຶກແອບຫຼາຍປີດ້ວຍຄວາມເອົາໃຈໃສ່ ຈາກຜູ້ທີ່ໃຊ້ແຮງງານຫຼືຜູ້ທີ່ມີປະສົບການແລ້ວ, ພວກເຮົາແຮງຈະເຮັດໄດ້ດີທີ່ສຸດ. ເຖິງວ່າພວກເຮົາຜະລິດໄດ້ຊ້າ ແຕ່ວ່າຜົນຜະລິດຂອງພວກເຮົາພັດໄດ້ງາມ ແລະມີຄຸນນະພາບກດີຫຼາຍອັນນີ້ແມ່ນສິ່ງທ້າທາຍຫຼັງຈາກ 8 ປີຂ້າງໜ້າ.
ກ່ຽວກັບການເຂົ້າເປັນສະມາຊິກອົງການການຄ້າໂລກຈະສ້າງໂອກາດແນວໃດໃຫ້ແກ່ອຸດສາຫະກໍາຕັດຫຍິບລາວ, ທ່ານກ່າວວ່າ:
ພວກເຮົາຈະໄດ້ຮັບປົກປ້ອງສິດທິເທົ່າທຽມກັບປະເທດອື່ນ ໃນນາມປະເທດທີ່ດ້ອຍພັດທະນາ ພວກເຮົາຍັງໄດ້ສິດທິທີ່ບໍ່ຈໍາກັດເລື່ອງຕະຫຼາດໂກຕ້າ ແຕ່ວ່າສິ່ງທ້າທາຍອີກອັນໜື່ງໃນເມື່ອສິນຄ້າຮັບໃຊ້ຜູ້ຊື້ຢູ່ໃນສາກົນ ລູກຄ້າໃນສາກກົນ ເຂົາເອີ້ນວ່າເຮົາຕ້ອງມີຄວາມຮັບຜິດຊອບຕໍ່ສາກົນ, ໝາຍຄວາມວ່າ, ເຈົ້າຕ້ອງບໍ່ນໍາໃຊ້ແຮງງານເດັກ ບໍ່ນໍາໃຊ້ແຮງງານແບບບັງຄັບ, ຕ້ອງໃຫ້ຄວາມປອດໄພຕໍ່ແຮງງານທີ່ເຈົ້າໃຊ້ ມີຄວາມປອດໄພທາງດ້ານການເຮັດວຽກ ຄວາມປອດໄພທາງດ້ານແສງສະຫວ່າງ ທາງດ້ານແສງສີສຽງອື່ນໆ, ພ້ອມກັນນັ້ນຜະລິດຕະພັນຂອງເຈົ້າອອກໄປບໍ່ມີເຂັມຫັກ, ບໍ່ມີເຄມີທີ່ເປັນອັນຕະລາຍຕໍ່ຜີວໜັງ ແລະອື່ນໆອີກ, ອັນນັ້ນແມ່ນຄວາມຮັບຜິດຊອບຂອງພວກເຮົາທີ່ມີຕໍ່ລູກຄ້າ ແລະພວກເຮົາຕ້ອງເຮັດໃຫ້ໄດ້, ເພາະວ່າເມື່ອຜະລິດຕະພັນທີ່ອອກຈາກປະເທດລາວແລ້ວແມ່ນຕ້ອງຮັບປະກັນທາງດ້ານຄຸນະພາບ ແລະແຮງງານ.
ເມື່ອເວົ້າເຖິງມາດຕະການນໍາໃຊ້ໂອກາດທີ່ລາວເຂົ້າເປັນສະມາຊິກWTOເພື່ອຂະຫຍາຍທຸລະກິດຂອງຕົນເອງ, ທ່ານກ່າວຕື່ມວ່າ:
ຂ້າພະເຈົ້າເຫັນວ່າມາຮອດປັດຈຸບັນປະເທດລາວເປັນປະເທດທີ່ນ້ອຍ ແລະສິນຄ້າກໍມີໜ້ອຍ ຖ້າວ່າເຮົາຢາກເຮັດການຄ້າກັບສາກົນ, ເຮົາຕ້ອງມີສິນຄ້າຫຼາຍ ແລະກໍຕ້ອງຫຼາກຫຼາຍຊະນິດ, ພວກເຮົາເຫັນວ່າເຮົາຢາກໃຫ້ມີສິນຄ້າຫຼາກຫຼາຍໃນການສົ່ງອອກ ແຕ່ບາງຄົນບໍ່ເຂົ້າໃຈວ່າ ຖ້າເຮົາບໍ່ມີສິນຄ້າທີ່ຫຼາກຫຼາຍ, ລູກຄ້າສາກົນຈະບໍ່ສົນໃຈມາຊື້, ສົມມຸດວ່າມາຊື້ກາເຝກໍຕ້ອງມີຫຼາຍຊະນິດເຂົາຈຶ່ງຈະມາ ເຄື່ອງນຸ່ງຮົ່ມກໍ່ເຊັ່ນດຽວກັນກໍຕ້ອງມີຫຼາກຫຼາຍຊະນິດຈື່ງຈະເຮັດໃຫ້ລູກຄ້າສາກົນສົນໃຈຢາກມາຊື້ ແລະໃຫ້ເຂົາຊື້ໄດ້ຢ່າງຕໍ່ເນື່ອງໃນຄຸນນະພາບອັນສະໝໍ່າສະເໝີ, ນີ້ແມ່ນເງື່ອນໄຂທີ່ເຮົາຕ້ອງເບິ່ງ, ປະເທດລາວເປັນປະເທດນ້ອຍ, ຖ້າຜະລິດຜະລິດຕະພັນກະສິກໍາກໍ່ດີ, ຈະເປັນຜະລິດຕະພັນອຸດສາຫະກາກໍ່ດີ, ເຈົ້າຕ້ອງຮັບທາງດ້ານຄຸນນະພາບແລະຄວາມປອດໄພຜູ້ໃຊ້ນີແມ່ນຄວາມສໍາຄັນທີ່ສຸດ ບໍ່ແມ່ນວ່າຈະເຮັດແນວໃດກໍ່ໄດ້, ຕ້ອງໃຫ້ມັນຖືກກັບຫຼັກການສາກົນ.
ເອົາລະ, ທ່ານຜູ້ຊົມ, ນັ້ນລະ ແມ່ນຄໍາຄິດຄໍາເຫັນຂອງທ່ານ ອ່ອນສີ ບຸດສີວົງສັກເຊິ່ງເປັນປະທານສະມາຄົມອຸດສາຫະກໍາຕັດຫຍິບລາວ. ຂໍຂອບໃຈ.
1 2