ທ່ານ​ ດຣ. ທອງ​ລຸນ ສີ​ສຸ​ລິດ ມີ​ຄວາມ​ໝັ້ນ​ໃຈ​​ຕໍ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງທີ 9 ຈະ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ ​ແລະ​ຂອບ​ໃຈ​ການ​ສະໜັບສະໜຸນຂອງ​ຈີນ

(GMT+08:00) 2012-11-04 13:00:04     cri


(ທ່ານດຣ.ທອງບຸນ ສີສຸລິດ ໃຫ້ສຳພາດຕໍ່ນັກຂ່າວ cri  ແລະຂ່າວສານຊີນຮວາ)

ຕາມ​ຂ່າວ​CRI: ວັນ​ທີ 3 ພະຈິກ​ນີ້, ​ໃນ​ເວລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ສາກົນ​ແຫ່ງ​ປ​​ະ​ເທດຈີນຫຼືCRI ​ແລະ​ຂ່າວສານ​ຊີ​ນຮວານັ້ນ, ທ່ານ​ ດຣ. ທອງ​ລຸນ ສີ​ສຸ​ລິດ, ຮອງ​ນາຍົກລັດຖະມົນຕີ ທັງ​ເປັນ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດລາວ​ກ່າວ​ວ່າ, ​ເພື່ອ​ຕ້ອນຮັບ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງທີ 9, ສປປລາວ​ໄດ້​ມີ​ການ​ກະກຽມ​ຢ່າງ​ເຕັມ​ສ່ວນ, ກອງ​ປະຊຸມ​​​ເທື່ອ​ນີ້​ຈະ​ໄດ້​ຮັບ​ຜົນສຳ​ເລັດ​ຢ່າງຈົບງາມ​ແນ່ນອນ.

ທ່ານ​ທອງ​ລຸນ ສີ​ສຸ​ລິດ​ກ່າວ​ວ່າ, ໃນ​ກອງ​ປະ​ຊຸມ​ສຸດ​ຍອດອາ​ເຊັມ​ຄັ້ງ​ທີ​9​ທີ່​ລາວ​ເປັນ ເຈົ້າພາບ,​ ພວກ​ເຮົາ​ໄດ້​ເຮັດ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ​ເພຶ່ອກະກຽມ​ກອງ​ປະຊຸມ​ຄັ້ງ​ນີ້,​ ການກະກຽມ​ນີ້​ໄດ້​ໃຊ້​ເວລາ​ປີ​ໜຶ່ງ​ຫົກ​ເດືອນຈຶ່ງ​​​ໄດ້.​ຂ້າພ​ະ​ເຈົ້າ​ຄິດ​ວ່າ,​ກອງ​ປະຊຸມ​ຄັ້ງນີ້ ​ໄດ້​ມີ​ການ​ກະກຽມ​ເປັນ​ຢ່າງ​ດີ,​ ​ເນື້ອ​ໃນ​ກອງ​ປະຊຸມ​ລວມທັງ​ບັນ​ດາຫົວ​ຂໍ້​ກອງ​ປະຊຸມ, ​ເນື້ອ​ໃນ​ຂອງ​ການ​ປຶກສາ​ຫາລື​ລະຫວ່າງ​ຜູ້ນຳ​ຂອງ​ບັນຫາ​ສະມາຊິກ​ອາ​ເຊັມທີ່​ມາ​ຈາກ​ສອງ​ທະ​ວີ​ບ,​ຂ້າພ​ະ​ເຈົ້າ​ຄິດ​ວ່າ,​ຈະ​ເປັນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ,​​ໃຫ້​ແກ່​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ລະຫວ່າງ​ສອງ​ທະວີບ. ​ແລະ​ຈະ​ເປັນ​ປະ​ໂຫຍ​ດຫຼາຍ​ທີ່​ສຸດ​ທີ່​ວ່າ​ຜູ້ນຳ​ສອງ​ທະ​ວີ​ບພ້ອມ​ກັນ​ປຶກສາ​ຫາລື​ບັນຫາ​ສຳຄັນໆ,​ທີ່​ກ່ຽວຂ້ອງ​ກັບ​ສະພາບ​ການ​ໃນ​ປະຈຸ​ບັນ​ນີ້,​ຂອງ​ໂລກ​ກໍ່​ຄື​ສອງ​ທະ​ວີ​ບ​.

ທ່ານ​ ດຣ. ທອງ​ລຸນ ສີ​ສຸ​ລິດ​ກ່າວ​ວ່າ, ​ໃນ​ຖານ​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງນີ້​ມີ​ຄວາມ​ໝາຍ​ສຳຄັນ​ຕໍ່​ປະ​ເທດ​ລາວ.ທ່ານ​ກ່າວ​ວ່າ:"ສຳ​ລັບລາວ​ຈະ​ໄດ້​ຫຍັງ​ແດ່​ຈາກ​ກອງ​ປະຊຸມ​ຄັ້ງ​ນີ້, ຂ້າພະ​ເຈົ້າ​ຄຶດ​ວ່າ, ກ່ອນ​ອື່ນ​ໝົດ,​ ຜູ້ນຳ​ບັນດາ​ປະ​ເທດ​ທີ່​ມາ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຈະ​ເຫັນ​ນະ​ໂຍບາຍ, ການ​ພັດທະນາ, ນະ​ໂຍບາຍ​ການ​ຕ່າງປະ​ເທດ,​ທີ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ສປປລາວ, ທີ່ລາວ​ພວມ​ກ້າວ​ຂຶ້ນ,​ລາວ​ພວມ​ກ້າວ​ໄປ​ສູ່​ການ​ຂະ​ຫຍາ​ຍ ການ​ຮ່ວມ​ມື, ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນຂຶ້ນ​ເປັນ​ຢ່າງ​ດີ,​ ກໍ່​ໂຊກ​ດີ​ກ່ອນ​ກອງ​ປະຊຸມ​ອາ​ເຊັມຄັ້ງ​ນີ້,​ສປປລາວ​ໄດ້​ຜ່ານ​ການ​ຕົກລົງ​ຂອງ​ສະພາ​ບໍລິຫານ​ຂອງ​ອົງການ​ການ​ຄ້າ​ໂລກ, ຮັບ​ເອົາ​ລາວ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ໃນ​ວັນ​ທີ26​ເດືອນ​ແລ້ວ​ນີ້,​ ຂ້າພະ​ເຈົ້າ​ຄຶດ​ວ່າ​ນີ້​ເປັນ​ໂອກາດ​ອັນ​ດີ​ທີ່​ສາມາດ​ເຮັດ​ໃຫ້​ຜູ້ນຳ​ແລະ​ປະຊາຊົນ​ຂອງ​ສອງ​ທະວີບອາຊີ​ແລະ​​ເອີ​ຣົບມາ​ເຫັນ​ປະ​ເທດ​ລາວ,​ທີ່​ມີ​ສະຖຽນ​ລະ​ພາບ,​ມີ​ຄວາມ​ໝັ້ນຄົງ,​​ແລະ​ມີ​ເສດຖະກິດ​ທີ່​ພວມ​ຂະຫຍາຍຕົວ​ເລື້ອຍໆ,​ ຈາກ​ນັ້ນ​ກໍ່​ຄຶດ​ວ່າ,​​ເປັນ​ໂອກາດ​ດີ​ທີ່​ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ສະ​ໜັບສະ​ໜູນ​ຈາກ​ປະ​ເທດ​ເພື່ອນ​ມິດ, ທັງ​ເປັນ​ການ​ດຶງ​ດູດ​ການທ່ອງທ່ຽວ, ການ​ລົງ​ທຶນ​ຂອງ​ຕ່າງປະ​ເທດ​, ທີ່​ເຂົ້າ​ມາ​ປະ​ເທດ​ລາວ, ນັບ​ມື້​ນັບ​ຫຼາຍ​ຂຶ້ນ, ​ໃນ​ອະນາຄົດ. "



1 2