ທ່ານ​ ດຣ. ທອງ​ລຸນ ສີ​ສຸ​ລິດ ມີ​ຄວາມ​ໝັ້ນ​ໃຈ​​ຕໍ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ເຊັມຄັ້ງທີ 9 ຈະ​ໄດ້​ສຳ​ເລັດ​ຜົນ​ຢ່າງ​ຈົບ​ງາມ ​ແລະ​ຂອບ​ໃຈ​ການ​ສະໜັບສະໜຸນຂອງ​ຈີນ

(GMT+08:00) 2012-11-04 13:00:04     cri


(ທ່ານ ດຣ.ທອງລຸນ ສີສຸລິດໃຫ້ສຳພາດຕໍ່ນັກຂ່າວ cri)


ຂະນະ​ດຽວ​ກັນ, ທ່ານ ດຣ. ທອງ​ລຸນ ສີ​ສຸ​ລິດ​ຍັງ​ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ດ້ວຍ​ຄວາມ​ຈິງ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ແລະ​ສະໜັບສະໜູນ​ຈາກປະ​ເທດ​ເພື່ອນ​ມິດ​​ໂດຍ​ສະ​ເພາະ​ແມ່ນ​ປະ​ເທດ​ຈີນ. ທ່ານ​ກ່າວ​ວ່າ,ກ່ອນ​ອື່ນໝົດ,​ຂໍ​ຕາງໜ້າ​ລັດຖະບານ​ແລະ​ປະຊາຊົນ​ລາວ,​ ສະ​ແດງ​ຄວາມ​ຮູ້​ບຸນ​ຄູນ​ແລະ​ຂອບ​ອົກ​ຂອບ​ໃຈ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ລັດຖະບານ​ກັບ​ປະຊາຊົນ​ຈີນ​ອ້າຍ​ນ້ອງ, ນັບ​ຕັ້ງ​ແຕ່​ພວກ​ຂ້າພະ​ເຈົ້າ​ແຈ້ງ​ໃຫ້​ຝ່າຍ​ຈີນ​ທີ່​ລາວ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ອາ​ເຊັມ9,​ ​ໄດ້​ຂໍ​ການ​ຮ່ວມ​ມື​ແລະ​ສະໜັບສະໜູນ​ຈາກ​ຈີນ, ທາງ​ຝ່າຍ​ຈີນ​ໄດ້​ຕອບ​ສະໜອງ​ຢ່າງ​ເຕັມ​ສ່ວນ​ເຕັມທີ່,​ ນີ້​ກໍ່​ເປັນສາ​ເຫດ​ໜຶ່ງ​ທີ່​ພວກ​ເຮົາ​ສາມາດ​ຢ່າງ​ເຕັມ​ສ່ວນ​ໃນ​ການ​ກະກຽມ​ກອງ​ປະຊຸມ​ອາ​ເຊັມ9,​ ຈະ​ເປັນ​ການ​ສ້າງ​ພື້ນຖານ​ໂຄງ​ລ່າງ,​​ເປັນ​ບົດຮຽນ​ໃຫ້​ແກ່​ສປປລາວ, ທັງ​ເປັນ​ການ​ຊ່ວຍ​ເຫຼືອ​ທາງ​ດ້ານ​ຈິດ​ໃຈ,​ ສິ່ງ​ສຳຄັນ​ທີ່​ສຸດ​ອັນ​ໜຶ່ງ, ການ​ເດີນທາງ​ມາ​ຢ້ຽມຢາມ​ລາວ​ແລະ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ອາ​ເຊັມ9ຂອງ​ທ່ານ​ນາຍົກລັດຖະມົນຕີ​ເວິ່ນ​ເຈ່ຍ​ປາວ​ໄດ້​ເປັນ​ການ​ປຸກລະດົມ​ກຳລັງ​ໃຈ​ຢ່າງ​ໃຫຍ່​ຫຼວງ, ກໍ່​ຄື​​ໃຫ້​ຄວາມ​ສຳຄັນ​ຂອງ​ລັດຖະບານ​ແລະ​ປະຊາຊົນ​ຈີນ, ​​ແລະ​ເປັນ​ໃກ້​ກຽດ​ແກ່​ສປປລາວ​ທີ່​ເປັນ​ເຈົ້າພາບ.


1 2