ກອງ​ປະຊຸມ​ໃຫຍ່ຄັ້ງທີ 18 ຂອງ​ພັກ​ກອມ​ມູນິດຈີນ​ແມນ​ຈຸດ​ສູ​ມຂອງ​ປະຊາ​ຊົນ​ທົວ​ໂລກ

(GMT+08:00) 2012-11-08 15:21:52     cri


(ທ່ານສົມດີ ບຸນຄຸ້ມໃຫ້ສຳພາດຕໍ່ນັກຂ່າວ CRI)


ແຕ່ມື້​ນີ້​ຫາ​ວັນ​ທີ 14 ພະຈິກ​ນີ້, ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ18ຂອງ​ພັກ​ຄອມ​ມູນິດຈີນ​ໄດ້​​ໄຂ​ຂຶ້ນ​ຢູ່​ນະຄນຫຼວງ​ປັກ​ກິ່ງຂອງ​ຈີນ,​​ຍ້ອນ​ວ່າກອງ​ປະຊຸມ​ຄັ້ງ​ນີ້​ເປັນ​ກອງ​ປະຊຸມທີ່​ມີ​ຄວາມ​ໝາຍ​ສຳຄັນ​ຫຼາຍ​ຂອງ​ພັກ​ຄອມ​ມູນິດ​ຈີນ​ໃນ​ໄລຍະ​ສຳຄັນ​ທີ່​ສ້າງສາ​ສັງຄົມ​ອິ່ມໜຳສຳລານ​ຢ່າງຮອບດ້ານ, ​ ​ແລະລົງ​ເລິກ​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍນອກ, ​ເລັ່ງລັດ​ຫັນ​ປ່ຽນ​ຮູບ​ການ​ພັດທະນາ​ເສດຖະ ກິດ, ສະນັ້ນ, ປະຊາ​ຄົມ​ໂລກ​ກໍ່​ໄດ້​ໃຫ້​ຄວາມ​ສົນ​ໃຈ​​ຫຼາຍ​ຕໍ່​ກອງ​ປະ​ຊຸມ​ຄັ້ງ​ນີ້. ​ໃນ​ເວ​ລາ​ໃຫ້​ສຳພາດ​ຕໍ່​ນັກ​ຂ່າວCRI, ທ່ານ​ສົມ​ດີ ບຸນ​ຄຸ້ມ, ​ເອກ​ອັກຄະ​ລັດຖະທູດ​ລາວ​ປະຈຳ​ຈີນ​ກ່າວ​ວ່າ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18ຂອງ​ພັກ​ຄອມ​ມູນິດ​ຈີນ​ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງຍາວ​ໄກ​ຕໍ່​ປະຊາຊົນ​ຈີນ​ເທົ່າ​ນັ້ນ, ຍັງ​ມີ​ຜົນ​ສະທ້ອນ​ອັນ​ສຳຄັນ​ຕໍ່​ປະຊາ​ຄົມ​​ໂລກ. ທ່ານ​ກ່າວ​ວ່າ:

"​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ຄັ້ງ​ນີ້​ຈະ​ເປັນ​ການ​ສືບ​ຕໍ່​ການ​ປ່ຽນ​ແປງ​ຢູ່​ໃນ ສປ ຈີນ​, ສືບ​ຕໍ່​ນະ​​ໂຍບາຍ​ທີ່​ວ່າ​ ​ເປີດ​ປະ​ຕູ​ສູ່​ພາຍ​ນອກ ​ແລະ ສ້າງ​ສັງຄົມ​ນິຍົມ​ຕາມ​ສີສັນ​ຂອງ​ຈີນ, ພັດທະນາ​ຈີນ​ໃຫ້​ມີ​ຜົນສຳ​ເລັດ ​ແລະ ​ເພີ່ມ​ພູນ​ຄູນ​ສ້າງ​ໃນ​ການ​ພັດທະນາ​ດ້ານ​ຕ່າງໆ ບໍ່​ວ່າ​ທາງ​ດ້ານ​ການ​ເມືອງ, ​ເສດຖະກິດ-ສັງ​ຄົມ​ອັນ​ຈະ​ເປັນ​ການ ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຈີນ​ໃຫ້​ໄດ້​ຮັບ​ການ​ປັບປຸງ ​ແລະ ປົວ​ແປງ​ຂຶ້ນ​ເລື້ອຍ​ໆ。ກອງ​ປະຊຸມ​ຄັ້ງ​ທີ 18 ຂອງ​ພັກ​ຄອມ​ມູນິດ​ຈີນ​ນີ້​​ມີ​ຄວາມ​ໝາຍ​ສຳຄັນ​ຫລາຍ​ໃນ​ຊີ​ວິດ​ການ​ເມືອງ​ຂ​ອງປະຊາຊົນ​ຈີນ​, ໄດ້​ເປັນ​ຈຸດ​ສົນ​ໃຈບໍ່ພຽງ​ແຕ່​ປະຊາຊົນ​ຈີນ, ​ກໍ່​ຍັງ​ເກືອບ​ວ່າ​ເປັນ​ຈຸດ​​ໃຈກາງ​ທີ່​ກວ້າງ​ຂວາງ​ໃນ​ທົ່ວ​ໂລກ. ປະຊາ​ຄົມ​ໂລກ​ນີ້​ຕ່າງ​ກໍ່​ໃຫ້​ຄວາມ​ສົນ​ໃຈ​ທີ່​ສຸດ,ເພາະວ່າ​ກອງ​ປະຊຸມ​ໃຫຍ່​ດັ່ງກ່າວ​ມີ​ຄວາມ​ໝາຍ​ທີ່​ຈະ​ກຳນົດ​ທິດ​ທາງ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ​ຂອງ​ຈີນ​ໃນ​ຕໍ່​ໄປ."

ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ18ຂອງ​ພັກ​ຄອມ​ມູນິດ​ຈີນ​​ໄດ້​ທົບ​ທວນຄືນ​​ວຽກ​ງານດ້ານ​ຕ່າງໆ​ຂອງ​ພັກ​ກອມ​ມູນິດ​ຈີນ​ໃນ​ໄລຍະ 5 ປີ​ທີ່​ຜ່ານ​ມາເຊັ່ນ: ​ການ​ກໍ່ສ້າງ​ພັກ, ການພັດທະນາ​ເສດຖະກິດ​ສັງຄົມ, ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ແລະ​ອື່ນໆ,​​ແລະ​ຈະ​ດຳ​ເນີນ​ການ​ເລືອກ​ຕັ້ງຜູ້ນຳ​ຊຸດ​ໃໝ່​ຂອງ​ພັກ​ຄອມ​ມູນິດ​ຈີນ, ກຳນົດ​ທິດ​ທາງ​ແລະ​ນະ​ໂຍບາຍ​ພັດທະນາ​ຂອງ​ຈີນ​ໃນ​ອະນາຄົດ, ສະ​ນັ້ນ, ວາລະ​ປະຊຸມ​ຕ່າງໆ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກພາຍ​ໃນ​ແລະ​ຕ່າງປະ​ເທດ, ​​ເມື່ອ​ເວົ້າ​ເຖິງ​​ເນື້ອ​ໃນ​ທີ່​ສົນ​ໃຈ​ກ່ຽວ​ກັບ​ກອງ​ປະຊຸມ​ຄັ້ງ​ນີ້, ທ່ານ​ສົມ​ດີ ບຸນ​ຄຸ້ມ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ແມ່ນ​ມີ​ຄວາມ​ສົນ​ໃຈ​ຢ່າງ​ຕັ້ງໜ້າ ​ແລະ ຢາກ​ຮູ້​ກ່ຽວ​ກັບບົດ​ລາຍ​ງານ​ການ​ເມືອງ​ຂອງ​ພັກ​ໃນ​ການ​ປະຕິບັດແຜນ​ພັດທະນາ​ເສດຖະກິດ​ສັງຄົມ​ຄັ້ງ​ທີ່​ຜ່ານ​ມາ ​ແລະ ​ແນວທາງ​ນະ​ໂຍບາຍໃນ​ການ​ສືບ​ຕໍ່​ນຳພາ​ປະ​ເທດ​ຈີນ​ນີ້​ກ້າວ​ໄປ​ສູ່​ອະນາຄົດບົນ​ເສັ້ນທາງ​ປ່ຽນ​ແປງ​ໃໝ່ ​ແລະ ໝາຍ​ຄວາມ​ວ່າ​, ສືບ​ຕໍ່​ເຮັດ​ໃຫ້​ຜົນສຳ​ເລັດ​ໃນ​ການ​ເປີດ​ກວ້າງ​ຈີນ​ສູ່​ພາຍ​ນອກ ​ແລະ ການ​ສ້າງສາ​ພັດທະນາປະ​ເທດ​ຈີນ​ຕາມ​ສີສັນ​ຂອງ​ຈີນ​ເອງ."

1 2 3