ກອງ​ປະຊຸມ​ໃຫຍ່ຄັ້ງທີ 18 ຂອງ​ພັກ​ກອມ​ມູນິດຈີນ​ແມນ​ຈຸດ​ສູ​ມຂອງ​ປະຊາ​ຊົນ​ທົວ​ໂລກ

(GMT+08:00) 2012-11-08 15:21:52     cri


(ທ່ານສົມດີ ບຸນຄຸ້ມໃຫ້ສຳພາດຕໍ່ນັກຂ່າວ CRI)



ທ່ານ​ສົມ​ດີ ບຸນ​ຄຸ້ມ​ແມ່ນ​ເລີ່​ມ​ເຮັດ​ວຽກ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ແຕ່​ປີ2010, ທ່ານ​ເວົ້າວ່າ​,​​ໃນ​ເວລາ2ປີ​ປາຍ​ຜ່ານ​ມາ,​ ທ່ານ​ໄດ້​​ເຫັນການ​ພັດທະນາ​ຢ່າງ​ວ່ອງ​ໄວ​ຂອງ​ຈີນ, ການ​ສ້າງສາ​ຕົວ​ເມືອງ​ແລະ​ຊົນນະບົດ,​ ການປັບປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ,​ ການ​ພັດທະນາ​ດ້ານ​ເສດຖະກິດ,​ ​ແລະການ​ຍົກ​ສູງ​ຖານະ​ບົດບາດ​ໃນ​ເວທີ​ສາກົນ,​​ແລະ​ອື່ນໆ, ລ້ວນ​ແຕ່​ໄດ້​ສ້າງ​ຄວາມປະ​ທັບ​ໃຈ​ອັນ​ເລິກ​ເຊິ່ງ​ໃຫ້​ແກ່​ທ່ານ. ທ່ານ​​ຕີ​ລາຄາ​ສູງ​ຕໍ່​ຫຼັກ​ໝັ້ນ​ຂອງ​ຈີນ​ທີ່​ຮັກຫອມ​ສັນຕິພາບ, ​ແລະ​ຄວາມ​ພະຍາຍາມ​ເພື່ອ​ຊຸກຍູ້​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ກໍ່​ຄື​ຂອງ​ໂລກ. ທ່ານ​ກ່າວ​ວ່າ:

"ຂ້າພະ​ເຈົ້າ​ໄດ້​ເຫັນ​ໄດ້​ສຳຜັດ​ດ້ວຍ​ຕົນ​ເອງ, ​ເຫັນ​ໄດ້​ວ່າ​ແນວທາງ​ນະ​​ໂຍບາຍ​ຂອງ​ພັກ​ແລະ​ລັດຂອງ​ສປຈີນ​ມີ​ລັກສະນະ​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ​ເພື່ອ​ສັນຕິ ພາບ, ​ແລະ​ເສີມ​ຂະຫຍາຍ​ການ​ພົວພັນ​ກັບ​ທຸກ​ປະ​ເທດ​ໃນ​​ໂລກ, ​ບົນ​ສິດຜົນປະ​ໂຫຍ​ດ ຂອງ​ປະຊາ​ຄົມ​ໂລກ, ການ​ນຳ​ຂອງ​ຈີນ​ຂັ້ນ​ສູງກໍ່​ຄື​ຂັ້ນ​ຕ່າງໆ, ​ໄດ້​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ຫ້າວຫັນ​ໃນ​ເວທີ​ສາກົນ,​ ​ເພື່ອສົ່ງ​ເສີມ​ການ​ຮ່ວມ​ມື​ຂອງ​ຈີນ​ກັບ​ປະຊາ​ຄົມ​ໂລກ​ໃຫ້​​ໄດ້​ຮັບ​ການ​ພັດທະນາ, ​ເພື່ອ​ສິດຜົນປະ​ໂຫຍ​ດຂອງ​ປະຊາ​ຄົມ​ໂລກ."
ພ້ອມ​ກັນ​ນັ້ນ,​ທ່ານ​ສົມ​ດີ ບຸນ​ຄຸ້ມ,​​​ໃນ​ຖານະ​ເປັນ​ເອກ​ອັກຄະ​ລັດຖະທູດ​ລາວ​ປະຈຳ​ຈີນ ກໍ່​​ໄດ້​ນຳພາ​ສະຖານທູດ​ລາວ​ປະຈຳ​ຈີນ​ ທຳ​ຄວາມ​ພະຍາຍາມ​ຢ່າງຫຼວງຫຼາຍ​ ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ແລະ​ການ​ແລກປ່ຽນ​ລະຫວ່າງ​ສອງ​ປະ​ເທດ​ລາວ​ຈີນ​ໃນ​ຂົງ​ເຂ​ດຕ່າງໆ, ​ເຊັ່ນ:​ການ​ເມືອງ, ​ເສດຖະກິດ​ແລະ​ວັດທະນະທຳ​ເປັນ​ຕົ້ນ, ອອກ​ແຮງ​ປະສານ​ງານ​ໃນ​ການ​ຢ້ຽມຢາມ​​ໄມຕີ​ຈິດ​ລະຫວ່າງ​ສອງ​ປະ​ເທ​ດ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ແລະ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​​ກັນ, ​ເສີມ​ຂະຫຍາຍ​ມິດຕະ ພາບ​ອັນ​ເປັນ​ມູນ​​ເຊື້ອ​ແລະ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ໃຫ້​ກ້າວ​ສູ່​ລວງ​ເລິກ​ເລື້ອຍໆ. ທ່ານ​ກ່າວ​ວ່າ:

"ສະຖານທູດ​ພວກ​ເຮົາ​ໄດ້​ຮັບໜ້າ​ທີ່​ຊຸກຍູ້, ປະສານ ​ແລະ ອຳນວຍ​ຄວາມ​ສະດວກ ​ໃຫ້​ມີ​ການ​ແລກປ່ຽນ​ຄະນະຜູ້​ແທນ​​ແຕ່​ສູນ​ກາງ​ລົງ​ຮອດ​ຂັ້ນ​ທອງ​ຖິ່ນ​,ຜົນ​ຂອງ​ການ​ແລກປ່ຽນ​ການ​ຢ້ຽມຢາມ​​ໄດ້​ເຮັດ​ໃຫ້​ມີ​ຜົນສຳ​ເລັດ​ໃນ​ການ​ເສີມ​ຂະຫຍາຍ​ສາ​ຍພົວພັນ​ຂອງ​ສອງ​ປະ​ເທດ​ນີ້ , ​ ອັນ​ສຳຄັນ​ນີ້​ແມ່ນ​ໃນ​ໄລຍະ​ຜ່ານ​ມາ​ນີ້,​ ລັດຖະບານ​ຈີນ​ກໍ່​ຄື​ປະຊາຊົນ​ຈີນ​ອ້າຍ​ນ້ອງ​ໄດ້​​ໃຫ້ການ​ຊ່ວຍ​ເຫຼືອ​ອັນ​ລ້ຳ​ຄ່າ, ​ໃນ​ການ​ສ້າງ​ໂຄງ​ລ່າງ​ໃນ​ການ​ພັດທະນາ, ​ເສດຖະກິດ​ສັງຄົມ​ໃຫ້​ແກ່​ລາວ​ພວກ​ເຮົາ, ​ເຊີ່ງ​ທັງ​ໝົດ​ນີ້ເປັນ​ການ​ກະຕຸກ​ຊຸກຍູ້,​​ເລື່ອງ​ສ້າງ​ພື້ນຖານ​ໂຄງ​ລ່າງ​ທາງດ້ານ​ເສດຖະກິດ​ສັງຄົມ​ໃຫ້​ແກ່​ພວກ​​ເຮົາ​ໃນ​ການ​ສືບ​ຕໍ່​ພັດທະນາ​ເສດຖະກິດ​ສັງຄົມ​ໃນ​ຕໍ່​ໄປ.
​​ສຸດ​ທ້າຍ,​ ທ່ານ​ສົມ​ດີ ບຸນ​ຄຸ້ມ​ໄດ້​ຜ່ານ​ຄື້ນວິທະຍຸ CRI ສົ່ງ​ຄວາມ​ອວຍພອນ​ຢ່າງ​ຈິງ​ໃຈ​​ໄປ​ຍັງ​ກອງ​ປະຊຸມ​ໃຫຍ່​ຄັ້ງທີ18ຂອງ​ພັກ​ຄອມ​ມູນິດ​ຈີນ:

"ຂ້າພະ​ເຈົ້າ​ຂໍ​​ຜ່ານ​ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນCRI. ສະ​ແດງ​ຄວາມ​ອວຍພອນ​ອັນ​ປະ​ເສີດ​ມາ​ຍັງ​ກອງ​ປະຊຸມ​​ໃຫຍ່​ຄັ້ງ​ທີ18ຂອງ​ພັກ​ຄອມ​ມູນິດ​ຈີນ ​ຈົ່ງ​ໄດ້​ຮັບ​ຜົນສຳ​ເລັດ​ເປັນ​ຢ່າງ​ດີ,​​ ແລະ​ມີ​ຜົນສຳ​ເລັດ​ຢ່າງ​ໃຫຍ່ຫຼວງ. ຂໍ​ຂອບ​ໃຈ."

1 2 3