
ວັນປີໃຫມ່ສາກົນ2013 ກໍ່ໃກ້ຈະວຽນມາເຖິງແລ້ວ,ທ່ານຮູ້ບໍ່ວິທີການຫຼິ້ນບຸນປີໃຫມ່ຂອງຄົນທົ່ວໂລກຕ່າງກັນແນວໃດ? ຢູ່ເອີຣົບ, ຄົນອັງກິດມີປະເພນີ "ຕັກນ້ຳສ້າງ" ໃນບຸນປີໃໝ່, ເຂົາເຈົ້າພະຍາຍາມໄປຕັກນ້ຳສ້າງເປັນຜູ້ທຳອິດ,ເພາະ ເຂົາເຈົ້າເຊື່ອວ່າໃຜໄດ້ຕັກນ້ຳກ່ອຫມູ່ແມ່ນຈະມີຄວາມສຸກ, ນ້ຳທີ່ຕັກເອົາມາແມ່ນນ້ຳທີ່ເປັນສິລິມຸງຄຸນ. ຢູ່ສປປ ເກົາຫຼີຂອງອາຊີ, ໃນຕອນຂ້ອນແຈ້ງຂອງວັນທີ 1ມັງກອນ, ເຂົາເຈົ້າມັກເອົາເງິນຍັດເຂົ້າຫຸ່ນໄລ່ກາທີ່ກຽມໄວ້ກ່ອນ, ແລ້ວເອົາໄປຖິ້ມໄວ້ຢູ່ທາງ4ແຍກ, ໝາຍຄວາມວ່າ ໄດ້ເອົາຄວາມຊົ່ວຮ້າຍໄປຖິ້ມ ແລະຕ້ອນຮັບຄວາມສຸກ. ຢູ່ອິນເດຍ, ໃນມື້ທີໜຶ່ງຂອງປີໃໝ່, ໃຜກໍ່ຕ້ອງອົດກັ້ນບໍ່ໂມໂຫໃຈຮ້າຍຕໍ່ຜູ້ອື່ນ.
| © China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |