
ມາເວົ້າເຖິງການສະຫຼອງປີໃໝ່ຂອງປະເທດຕ່າງໆໃນໂລກຕໍ່,ແກ້ວມະ ນີຮູ້ປະເທດໜຶ່ງຂອງເອີລົບ ຄືແບນຊິກ, ໃນຕອນເຊົ້າບຸນປີໃໝ່ສາກົນ, ວຽກທຳອິດທີ່ປະຊາຊົນເຮັດຢູ່ໃນຊົນນະບົດຂອງປະເທດນີ້ແມ່ນອວຍພອນໃຫ້ສັດລ້ຽງ, ເຂົາຈະໄປຢູ່ຂ້າງຂອງສັດລ້ຽງຕ່າງໆ ເຊັ່ນງົວ, ມ້າ, ແບ້, ໝາ, ແມວແລະສັດອື່ນໆແລະກ່າວວ່າອອຍພອນສະບາຍດີປີໃໝ່ນຳພວກມັນ. ຄຳອອຍພອນໃນປີໃໝ່ກໍ່ມີຫຼາຍຮູບຫຼາຍແບບ, ແຕ່ຄວາມໝາຍຂອງມັນແມ່ນອັນດຽວກັນ, ກໍຄືລາຈາກອັນເກົ່າແລະຕ້ອນຮັບອັນໃໝ່, ອັນເກົ່າກໍແມ່ນສິ່ງທີ່ພວກເຮົາບໍ່ຕ້ອງການແລະບໍ່ຢາກໄດ້, ອັນໃຫມ່ກໍແມ່ນຄວາມຫວັງຫຼືສິ່ງທີ່ພວກເຮົາສະແຫວງຫາ. ເພື່ອໃຫ້ເກີດມີແຕ່ສິ່ງໃຫມ່,ສິ່ງດີໆແມ່ນຊີວິດຂອງຕົນເອງແລະຄອບຄົວ
| © China Radio International.CRI. All Rights Reserved. 16A Shijingshan Road, Beijing, China. 100040 |