ບົດສຳພາດທ່ານມັດ ສູນມາລາ ຫົວຫນ້າກົມແຜນການແລະການຮ່ວມມືກະຊວງຍຸທາທິການ ສປປ ລາວ

(GMT+08:00) 2013-09-02 10:20:04     cri


ນາງແສງແກ້ວ(ຜູ່ທີຫນຶ່ງເບື້ອງຊ້າຍ)ສຳພາດທ່ານມັດ ສູນມາລາ ຫົວຫນ້າກົມແຜນການແລະການຮ໋ວມມືກະຊວງຍຸທາທິການ ສປປ ລາວ

1. ເສັ້ນທາງ​ຫຼັກໆ​ທີ່​ລາວ​ໄປ​ຈີນ​ມີ​ເສັ້ນ​ທາງ​ໃດ​ແດ່? ສະພາບ​ຂອງ​ເສັ້ນທາງ​ເປັນ​​ແນວ​ໃດ? ຄົນ ​ແລະ ສິນ​ຄ້າ​ໄປ​ມາສະ​ດວກ​ບໍ່?

ສຳລັບ​ເສັ້ນທາງ​ຫຼັກ​ໆ​ຫຼັກ​ທີ່​ລາວ​ໄປ​ຈີນ​ມີ 2 ​ເສັ້ນທາງ, ​ເສັ້ນທາງ​ທີ​ໜື່ງ​ແມ່ນ​ເສັ້ນທາງ A3 ອາ​ຊຽນ​ໄຮ​ເວ​ນ້ຳ​ເບີ 3 ​ເສັ້ນທາງ A3 ​ເລີ່​ມຈາກ​ດ່ານ​ຊາຍ​​ແດນ​ບໍ່​ຫານ​ ​ແລະ ບໍ່​ເຕັນ ​ຜ່ານ​ເມືອງ​ວຽງ​ພູ​ຄາ ​ແລະ ​ເຂົ້າ​ມາ​ບໍ່​ແກ້ວ​ເມືອງ​ຫວ້ຍຊາຍ, ​ເຊິ່ງ​ແມ່ນ​ການ​ຮ່ວມ​ມື​ລະຫວ່າງ 3 ປະ​ເທດ ມີ​ລາວ, ​ໄທ ​ແລະ ຈີນ. ​ເສັ້ນທາງ​ດັ່ງກ່າວ​ສ້າງ​ສຳ​ເລັດ​ແລ້ວ. ຍັງ​ລໍຖ້າ​ການ​ເປີດ​ນຳ​ໃຊ້​ຂົວ​ຂ້າມ​ນ້ຳຂອງ​​ແຫ່ງ​ທີ 5 ​ເຊິ່ງຈະ​ເປີດ​ນຳ​ໃຊ້​ໃນ​ວັນ​ທີ 2 ​ເດືອນ ຕຸລາ ​ປີ 2013. ​ຖ້າວ່າ​​ເສັ້ນທາງ​ດັ່ງກ່າວ​ສຳ​ເຫຼັດການ​ຂົນ​ສົ່ງ​ຈາກ​ຈີນແມ່ນ​ສາມາດສ້າງ​ຄວາ​​ມສະດວກ​ໃຫ້​ແກ່​ການ​ຄົມມະນາຄົມ​ຈາກຜ່ານ​ມາ​ທາງ​ບໍ່​ຫານ-​ບໍ່​ເຕັນ​ທາງ​ພາກ​ເໜືອ​ຂອງ​ລາວ​ຕໍ່​ໄປ​ທາງ​ຈີນ ຫຼື ອາ​ຊຽນ​ໄດ້​ສະດວກ​ສະບາຍ.

​ເສັ້ນທາງ​ຫຼັກ​ທີ​ສອງ, ​​ແມ່ນ​ເສັ້ນທາງຫຼວງ​ນ້ຳ​ທາ​ຕາມ​​ເສັ້ນທາງ​ເລກ 13 ​ເໜືອ​ເຊິ່ງຈະ​ຜ່ານ​ແຂວງ​ຫຼວງ​ນ້ຳ​ທາ, ​ແຂວງອຸດົມ​ໄຊ, ​ແຂວງຫຼວງ​ພະ​ບາງ ​ລົງ​ມາ​ຮອດນະຄອນຫຼວງ​ວຽງ​ຈັນ. ການ​ຂົນ​ສົ່ງ​ອອກ​ຈາກ​ນະຄອນຫຼວງ​ວຽງ​ຈັນ​ອອກ​ໄປ​ທາງ​​ໂຮ່ຈີ​ມິນ​ທາງ​ໄຕ້ຂອງຫວຽດນາມ, ​ໄປ​ກຳ​ປູ​ເຈຍ ນີ້​ແມ່ນ​ເສັ້ນທາງ​ຫຼັກ​ລະຫວ່າ​ງລາວ​ກັບ​ຈີນ ​ແລະ ຈີນ​ກັບ​ອາ​ຊຽນທີ່​ຈະ​ນຳ​ໃຊ້​ໃນ​ອານາ​ຄົດ. ​ແລະ ຍັງ​ມີ​ເສັ້ນທາງ​ທີ່​ຕິດ​ກັບ 3 ​ແຂວງ​ຂອງ​ລາວ ມີ​ແຂວງ​ຫຼວງ​ນ້ຳ​ທາ, ​ແຂວງ​ບໍ່​​ແກ້ວ ​ແລະ ​ແຂວງ​ຜົ້ງ​ສາລີ.

ສຳລັບ​ສະພາບ​ຂອງ​ເສັ້ນທາງ​ແມ່ນ​ທາງ A3 ​ແລ້ວໆ​ເປັນ​ເສັ້ນທາງ​ໄຮ​ເວ ​ເຊິ່ງ​ສາມາດແລ່ນ​ດ້ວຍ​ຄວາມ​ໄວ 80-100 ກິ​ໂລ​ແມັດຕໍ່​ຊົ່ວ​​ໂມງ ສະດວກ​ສະບາຍ ​ສຳລັບ​ເສັ້ນທາງ​​​ເລກທີ 13 ​ເໜືອ​ ​ແຕ່​ນະຄອນຫຼວງ​ວຽງ​ຈັນ​ຂື້ນໄປ​ມາງ​ເລກທີ 13 ​ເໜືອ​ຍົກ​ຕົວຢ່າງ: ​ແຕ່​ບໍ່​ເຕັນ​ລົງ​ໄປ​ຫາ​ອຸດົມ​ໄຊ ​ເສັ້ນທາງ​ດັ່ງກ່າວ​ຈີນ​​ໄດ້​​ໃຫ້ການ​ຊ່ວຍ​ເຫຼືອ​ຍົກ​ລະດັບແລ້ວ. ປັດຈຸ​ບັນ, ​ຍັງ​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ​ຈີນ​​ໃຫ້​ຍົກ​ລະດັບເສັ້ນ​ທາງ​ແຕ່​ອຸດົມ​ໄຊ​ມາ​ຫາ​ປາກ​ມອງຫາ​ຫຼວງ​ພະ​ບາງ​ ຖ້າວ່າ​ເສັ້ນທາງ​ດັ່ງກ່າວ​ຫາກ​ສຳ​ເລັດກໍ່​ຈະ​ສ້າງ​ການ​ຂົນ​ສົ່ງ​ກໍ່​ຈະ​ເພີ່ມ​ຂື້ນ ​ແລະ ຈະ​ສ້າງຄວາມ​ສະດວກ​ສະບາ​ຍ​ໃຫ້​ແກ່​ການ​ສັນຈອນ. ນອກ​ນັ້ນ, ຍັງ​ມີ​ເສັ້ນທາງ​ທີ່​​ເຄີຍ​ໃຊ້​ມາ​ແຕ່​ກ່ອນນັບ​ແຕ່​ແຂວງຜົ້ງສາລີຫາ​ປາ​ຄາ ​ແລະ ​ເມືອງ​ສິງຫາ​ດ່າ​ນ​ໄກ້ໆ​ບໍລິ​ເວນ​ນັ້ນ. ​ປະຊາ​ຊົນ​ກໍ່​​ໄປມາຫາສູ່​ກັນ​ໄດ້​ສະດວກ​ດີ.

2. ລາວ​ມີ​​ແຜນຈະ​ສ້າງ​ສິ່ງ​ກໍ່ສ້າງ​ພື້ນຖານ​ທີ່​ຕິດ​ຕໍ່​ກັບ​ຈີນ​ແນວ​ໃດ​ແດ່​ໃນ​ອະນາຄົດ? (ສົມ​ມຸດ​ເສັ້ນທາງ​ຫຼວງ ​ເສັ້ນທາງ​ລົດ​ໄຟ)

ຍັງ​ມີຫຼາຍ​ແຜນ​ທີ່​ຈະ​ສ້າງ​ເສັ້ນທາງຕື່ມ​ອີກ ​ເພື່ອ​ຕິດ​ຕໍ່​ລະຫວ່າງ​ລາວ-ຈີນ ​ເພາະ​ສອງ​ປະ​ເທ​ດລາວ​ຈີນ ​ເປັນ​ປະ​ເທດ​​ເພື່ອນ​ມິດ​ຍຸດ​ທະ​ສາດ​ໃນ​ການ​ຮ່ວມ​ມື​ກັນ​ຮອບດ້ານ​ໃນ​ການ​ພັດທະນາ​ເສດຖະກິດ​-ສັງຄົມ​ນັ້ນ. ບັນດາ 3 ​ແຂ​ວງ​ເປັນ​ແຂ​ວງ​ເປັນ​ແຂວງ​ຫຼັກ​ທີ່​ຈະ​ຕິດ​ຈອດ​ກັບ ສປ. ຈີນ, ປັດຈຸບັນ, ລາວ​ ​ໄດ້​ຮັບ​ອະນຸມັດ​ທຶນ​ຈາກ​ ສປ. ຈີນ ​ແລ້ວ, ​ເພື່ອກໍ່ສ້າງ​ທາງ​ແຕ່​ລານ​ຕຸຍ​ລົງ​ມາ​ຫາ​ບຸນ​ເໜືອ. ປັດຈຸບັນ​ແມ່ນ​ກຳລັງ​ດຳ​ເນີ​ນການ​ກໍ່ສ້າງ​ຢູ່ ​ແລະ ປັດຈຸບັນ​, ພວກ​ເຮົາ​ຍັງກຳລັງຂໍ​​ໃຫ້ ສປ. ຈີນ ​ຊ່ວຍ​ເຫຼືອ ນັບ​ແຕ່​ເສັ້ນທາງ​ອຸດົມ​ໄຊ​ທີ່​ແລ້ວ​ນີ້ ລົງ​ຕໍ່​ມາ​ຮອດ​ນະ​ຄອນ​ຫຼວງ​ວຽງ​ຈັນ ​ໃຫ້​ຍົກ​ເປັນ​ລະດັບ​ອາ​ຊຽນ. ນອກນີ້, ຍັງ​ຂໍ​ການ​ຊ່ວຍ​ເຫຼືອ​ຈາກ ສ​ປ. ຈີນ ​ເພື່ອກໍ່ສ້າງ​ຂົວ​ແມ່​ນ້ຳຂອງ​ຢູ່​ປາກ​ແບ່ງ ​ເຊິ່ງກຳ​ລັງ​ດຳ​ເນີ​ນການ​ກໍ່ສ້າງ​​ໄດ້ 30 % ​ແລ້ວ, ຂົວ​ດັ່ງກ່າວ​​ແມ່ນ​ອອກ​ສູ່​ປະ​ເທດ​ໄທ. ຖ້າ​ເສັ້ນທາງ​ດັ່ງກ່າວ​ສຳ​ເລັດ​ແລ້ວ​ມັນ​ຈະ​ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​​ແກ່​ການ​ຂົນ​ສົ່ງ​ຂອງ​ຈີນ ຫຼື ບັນດາ​ນັກທ່ອງ​ທ່ຽວ​ຈີນ​ລົງ​ໃສ​ຮອດ​ອຸດົມ​ໄຊ​​ແລ້ວສາມ​າດ​ອອກໄປ​ໄທ, ​ໄປ​ດຽນວຽນ​ຟູ​ກໍ່​ໄດ້. ນອກຈາກ​ນັ້ນ, ການ​ກໍ່ສ້າງ​ທາງ​ທີ່​ຕິດ​ຕໍ່​ກັບ​ຈີນ​ຍັງ​ມີ​ຫຼາຍ​ເສັ້ນທາງ​ທີ່​ພວກ​ເຮົາ​ຈະ​ໄດ້​ນຳ​ສະ​ເໜີ​ໃນ​ຂັ້ນ​ຕໍ່​ໄປ.

1 2