ບົດສຳພາດທ່ານມັດ ສູນມາລາ ຫົວຫນ້າກົມແຜນການແລະການຮ່ວມມືກະຊວງຍຸທາທິການ ສປປ ລາວ

(GMT+08:00) 2013-09-02 10:20:04     cri

3. ​ເສັ້ນທາງ​ຫຼວງ​ທີ່​ໄປ​ຈາກ​ຈີນ​ໄດ້ນຳ​ເອົາ​ຜົນ​ສະທ້ອນ​ຫຍັງ​​ແດ່​ມາ​ໃຫ້​ແກ່​ລາວ ​ແລະ ອາຊຽນ? (ທາງ​ບວກ ​ແລະ ທາງ​ລົບ)

ຖ້າ​ເສັ້ນທາງ​ດັ່ງກ່າວຫາກ​ສ້າງສຳ​ເລັດ, ​ແມ່ນ​​ເພື່ອຈະ​ເຮັດ​ໃຫ້ການ​ພົວພັນ​ການ​ໄປມາຫາ​ສູ່​, ການ​ຄ້າຂາຍ​​ເຮັດ​ໃຫ້​​ປະຊາຊົນ​ໄດ້​ມີ​​ໄປ​ມາ​ຫາ​ສູ່ ​ແລະ ມີ​ການ​ພົວພັນ​​ເຊິ່ງກັນ​ ​ແລ​ະ ກັນສ້າງ​ມິດ​ໄມ​ຕີຮ່ວມ​ໄມ້​ຮ່ວມ​ມື​ເຊິ່ງກັນ​ ​ແລະ ກັນ.  ​ຜົນ​ປະ​ໂຫຍ​ດມະຫາ​ສານ​​​ ​ເພາະ​ສິນ​ຄ້າ​​ແມ່ນ​ເວົ້າ​ເຖິງ​ສິນຄ້າ​ການ​ກະ​ເສດ, ອຸດ​ສາ​ຫະກຳ ​ຜະລິດ​ຕະພັນ​ດການ​ກະ​ເສດ ​ແລະ ຜະລິດ​ຕະພັນ​ບໍ່​ແຮ່​ຕ່າງໆ ​ເສັ້ນທາງ​ດັ່ງກ່າວ​ແມ່ນ​ຈະ​ນຳ​ຄວາມ​ສີວິ​ໄລ​ມາ​ໃຫ້​ແກ່​ປະຊາ​ຊົນ.

4. ​ໃນ​ກາ​ນຳ​ພັດທະນາ​ເສັ້ນທາງ​ຄື​ທາງ​ຫຼວງ ​ແລະ ທາງ​ລົດ​ໄຟ​ທີ່ຕິດ​ຕໍ່​ລາວ-ຈີນ​ນັ້ນ, ຕ້ອງການ​ຈີນ​ເຮັດ​ຫຍັງ​ແດ່? ​ແລະ ບໍ່​ຄວນ​ເຮັດ​ຫຍັງ​ແດ່?

ຍ້ອນ​ວ່າ​ຈີນ​ມີ​ກຳລັງ​ແຮງ​ທາງ​ດ້ານ​ທຶນຮອນ​ ມີ​ປະສົບ​ປະການ​​ໃນ​ການ​ກໍ່ສ້າງ ຄົນ​ກໍ່​ຫຼາຍ ​ແຕ່​ຫຍັງ​ເຫັນວ່າ​ບໍລິສັດ​ຈີນ​ທີ່​ມາ​​ເຮັດ​ວຽກ​ຢູ່​ລາວສ່ວນ​ຫຼາຍ​ແມ່ນ​ເອົາ​​ແຮງ​ງານ​ມາ​ແຕ່​ຈີນ. ຖ້າ​ຈ້າງ​ແຮງ​ງານ​ລາວ​ມີ​ຜົນ​ດີ​ຫຼາຍ​ຢ່າງ​ເປັນ​ຕົ້ນ​ແມ່ນ​​​ເຮັດ​ໃຫ້​ຄົນ​ລາວ​ໄດ້​ມີ​ວຽກ​ເຮັດ​ງານ​ທຳ, ອັນ​ສອງມີ​ລາຍ​ໄດ້, ອັນ​ສາມ​ແມ່ນ​ຄວາມ​ສຳພັນ​ລະຫວ່າງ​ລາວ​ດີ​ຂື້ນ, ອັນ​ທີ​ສີ່​ວິຊາ​ລາວ​ຈະ​ແບບ​ຢືນ​ຍົງ ​ເພາະ​ຈະ​ເຮັດ​ໃຫ້​​ແຮງ​ງານ​ລາວ​ມີ​ປະສົບ​ການ​ໃນ​ການ​ເຮັດ​ວຽກ​ງານ, ດັ່ງ​ນັ້ນ, ຈື່ງ​ຂໍ​ຮຽກຮ້ອງ​ໃຫ້​ ​ຈີນ ມາ​​ເຮັດການ​ກໍ່ສ້າງ​ເສັ້ນ​ທາງ​ຢູ່​ລາວ​ຢາ​ກ​ຮຽກຮ້ອງໃຫ້​​​ໃຊ້ແຮງ​ງານ​ລາວ ​ໄດ້​ປະກອບ​ສ່ວນ​​ເຂົ້າ​ໃນ​ວຽກ​ງານ ​ເພື່ອ​ເປັນ​ການ​ສ້າງ​ໃຫ້​ຄົນ​ລາວ​ໃຫ້​ນັບ​ມື້​ຢືນ​ໂຕ​ດ້ວຍ​ຕົນ​ເອງ​ໄປ​ເລື້ອຍໆ. ​​ເພື່ອ​ສ້າງ​ຄວາມ​ສາມັກຄີ ສ້າງ​ຄວາມ​ຮັກ​ແພງ​ຄຽງ​ບ່າ​ຄຽງ​ໄລ່​ກັນ​ໄປ​ເລື້ອຍໆ.


1 2