ບົດ​ສຳພາດທ່ານດຣ. ຂຽນ ພັນສຸຣິວົງ ຫົວຫນ້າ​ກົມ​ອາ​ຊຽນຂອງ​ກະຊວງ​ການ​ຕ່າງປະ​ເທດ​ລາວ

(GMT+08:00) 2013-09-02 10:38:45     cri


(ນາງລັດຕະນາ ນັກຂ່າວ CRI ປະຈຳຢູ່ນະຄອນຫລວງວຽງຈັນສຳພາດທ່ານດຣ ຂຽນ ພັນສຸຣິວົງ ຫົວຫນ້າກົມອາຊຽນຂອງກະຊວງການຕ່າງປະເທດລາວ)



1.ກົມ​ອາ​ຊຽນຂອງ​ກະຊວງ​ການ​ຕ່າງປະ​ເທດ​ລາວ​ແມ່ນ​ສ້າງ​ຂຶ້ນ​ໃນ​ປີ​ໃດ? 
 ນັບແຕ່ອາ​ຊຽນ ສປປ ລາວ​ໄດ້​ກະກຽມ​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ​​ແຕ່​ຕົ້ນປີ 1990 ​ແລ​ະ​ກົມ​ອາ​ຊຽນ​ໄດ້​ສ້າງ​ຕັ້ງ​ຂື້ນ​ໃນ​ປີ 1996
ຈາກນັ້ນ​ມາ, ປີ 1997ສປປລາວກໍ໋ໄດ້​ເຂົ້າ​ອາ​ຊຽນປັດ ຍ້ອນ​ພັກ​ ແລະ ​ລັດ​ຖະບານ​ລາວ​ໄດ້​ໃຫ້​ຄວາມ​ສຳຄັນ​​ແກ່​ວຽກ​ງານ​ພົວພັນ
​ໃນ​ການ​ຮ່ວມ​ມື​ກັບ​ພາຍ​ນອກຈື່ງ​​ໄດ້​ສ້າງ​ຕັ້ງກົມ​ດັ່ງກ່າວ​ຂື້ນ​ມາ.

2.ປັດຈຸບັນ, ກົມ​ອາ​ຊຽນຂອງ​ກະຊວງ​ການ​ຕ່າງປະ​ເທດ​ຕົ້ນຕໍ​ແມ່ນ​ຮັບຜິດຊອບ​ວຽກ​ງານ​ໃນ​ດ້ານ​ໃດ?
ສຳລັບ​ວຽກ​ຕົ້ນຕໍ​ຂອງ​ພວກ​ເຮົາ​ແມ່ນ​ວຽກ​ການ​ຮ່ວມ​ມື​ກັບ​ອາ​ຊຽນເປັນ​ຕົ້ນ​​ແມ່ນ​ວຽກ​ຮ່ວມ​ມື​ກັບ​ພາກ​ພື້ນ​ໃນ​ອາຊີ​ຕາ​ເວັນ​ອອກສຽງ​​ໃຕ້
ມີ 10 ປະ​ເທດ​ທັງ ສປປ ລາວ. ສ່ວນ​ວຽກ​ງານ​ແມ່ນ​ມີ 2 ລັກສະນະ​ເຊັ່ນ: ໜື່ງ, ຮ່ວມ​ມື​ກັບພາຍ​ໃນ​ບັນດາ​ 10 ປະ​ເທດສະມາຊິກ
​ອາ​ຊຽນ. ສອງ, ອາຊຽນ​​ເປັນ​ອົງການ​ຈັດ​ຕັ້ງ​ພາກ​ພື້ນ​ລະຫວ່າງ​ລັດຖະບານ​ທີ່​ເປີດ​ກວ້າງ ມີ​ນະ​ໂຍບາຍ​ຮ່ວມ​ມື​ກັບ​ພາຍ​ນອກ​ ຊື່​ງ
ສອດຄ່ອງ​ແນວທາງ​ການ​ເປີດ​ກວ້າງ​ໃນ​ການ​ຮ່ວມ​ມື​ຂອງ​ລັດຖະບານ​ຂອງ ສປປ ລາວ ການ​ຮ່ວມ​ມື​ກັບພາຍ​ນອກ​ມີ​ຫຼາຍປະ​ເພດ​
ເປັນ​ຕົ້ນ ​ແມ່ນ​ການ​ຮ່ວມ​ມື​ຄູ່​ເຈ​ລະ​ຈາສົມບູນ ​ໃນ​ນັ້ນ​ລວມມີ​ ສປ ຈີນ. ປັດຈຸບັນ​ລວມມີ​ຄູ່​ເຈລະຈາສົມບູນ​ເຊິ່ງລວມທັງ ສປ. ຈີນ
ເຊິ່ງ​ເປັນ​ຄູ່​​ເຈລະຈາ​ແລະ​ເປັນ​ປະ​ເທດ​ທຳ​ອິດ​ທີ່​ເປັນ​ຄູ່ຮ່ວມ​ເຈລະ​ຈາ​ລະດັບ​ຢຸດ​ທະ​ສາດ​ເຊິ່ງຜ່ານ​ມາການ​ຮ່ວມ​ມື​ຜ່າ​ມມາ​ໄດ້​ຮັບ
​ໝາກ​ຮັບ​ຜົນ​ຢ່າງ​ຫຼວງ​ຫຼາຍ​​ເຊັ່ນ: ດ້ານ​ການ​ຄ້າຝ່າຍ​ອາ​ຊຽນຈີນ​ ພວກ​ເຮົາໄດ້​ຕັ້ງ​ເປົ້າໝາຍວ່າ  ​ປີ 2015 ​ໃຫ້​ໄດ້ 500 ຕື້​ໂດ​
ລາສະຫະລັດ ​ແຕ່​ມາ​ຮອດ​​ທ້າຍ​ປີ 2012 ຫຼື ຕົ້ນ​ປີ 2013 ​ແມ່ນ 400 ປາຍ​ຕື້​ໂດ​ລາ​ແລ້ວ. ການ​ລົງ​ທຶນ​ສອງ​ຝ່າ​ຍຮອດ 100
ຕື້​ເລື່ອງ​ນັກ​ທ່ອງ​ທ່ຽວ​​ຄາດ​ວ່າມີ 15 ລ້ານ​ຄົນ. ນອກ​ນັ້ນ, ໄດ້​ມີ​ການ​ຮ່ວມ​ມືກັນ​ໃນ​ຂະ​ແໜງ​ເສດຖະກິດ​ອື່ນໆ​​​ເປັນ​ຕົ້ນ​ແມ່ນ​ດ້ານ​ການ
​ເມືອງ​ຄວາມ​ໝັ້ນຄົງດ້ານ​ວັດທະນະທຳ​ສັງຄົມ​ ການ​ສຶກສາ​ຕ່າງໆ ​ແມ່ນ​​ໄດ້​ມີ​ການ​ຮ່ວມ​ມື​ກັນ​ຫຼາຍ ລວມ​ເຖິງ​ການ​ພັດທະນາ​ພື້ນ
ຖານ​ໂຄງ​ລ່າງ​ຕ່າງໆລະຫວ່າງ​ອາ​ຊຽນກັບ​ຈີນ.

3. ​ຜ່ານ​ຈາກ​ວຽກ​ງານ​ຕົວ​ຈິງ​ຂອງ​ທ່ານ​ແລ້ວ, ທ່ານ​ເຫັນ​ວ່າ​ໃນ 10 ປີມານີ້, ປະເທດລາວໄດ້ມີການປ່ຽນແປງແນວໃດໃນຂະ
ບວນການທີ່ເຊື່ອມໂຍງເຂົ້າກັບອາຊຽນ?
ນັບ​ແຕ່ 1997 ​​ເປັນ​ຕົ້ນ​ມາ, ທີ່​ລາວ​ໄດ້​ເຂົ້າ​ເປັນ​ສະມາຊິກ​ອາ​ຊຽນ ​ຖ້າ​ທຽບ​​ໃສ່ 10 ປີ​ທີ່​ຜ່ານ​ມາ ​ຖ້າ​ທຽບ​ໃສ່​ເມື່ອກ່ອນ​ເຫັນ​
ວ່າ: ມີ​ຄວາມ​ແຕກ​ຕ່າງ​​​ໃນ​ການ​ສ້າ​ງສາ​ພັດທະນາ​ເສດຖະກິດ​ສັງຄົມ​ທີ່​ພັກ​ແລະ​ລັດຖະບານ​ໄດ້​ມີ​​ແຜນ​​ແຕ່ລະ​ໄລຍະໆ​ເປັນ​ໄດ້
​ວ່າ​ໃນ​ດ້ານ​ຕ່າງ​ໆ​ ເປັນ​ຕົ້ນ​ແມ່ນ​​​ດ້ານ​ຊື່​ສຽງ​ຂອງສປປ ລາວພາຍຫຼັງ​ທີ່ ລາວ​ ໄດ້​ເປັນ​ປະທານ​​ໃນ​ກອວປະ​ຊຸມອາ​ຊຽນ​ໃນ​ປີ
2004 -2005 ​​ໄດ້​ເຮັດ​​ໃຫ້​ຫຼາຍ​ປະ​ເທດ​ໃນ​ໂລກ​ຮູ້ ສປປ ລາວຫຼາຍ​ຂື້ນ.ຄວາມ​ເຊືອ​ໝັ້ນ​ຂອງ​ປະ​ເທດ​ອື່ນ​ທີ່​ມີ​ຕໍ່ ສປປ ລາວ
​ກໍ່ມີ​ຫຼາຍ​ຂື້ນ. ສຳລັບ​ເລື່ອງ​ການ​ສ້າງສາ​ພັດທະນາ​​ເສດ​ຖະກິດ-ສັງ​ຄົມ ສປປ ​ລາວຍັງ​ໄດ້​ຮັບ​ການ​ສະໝັບສະ​ໜູນ​ຈາກບັນ
ດາປະ​​ເທດ​ເພື່ອ​ນມິດອົງກາ​ນຈັດ​ຕັ້ງ​ສາກົນອື່ນໆ.

4. ປະເທດລາວໄດ້ຮັບຜົນປະໂຫຍດໃນດ້ານໃດແດ່ຈາກການເຊື່ອມໂຍງເຂົ້າ ກັບອາຊຽນ?
 ດັ່ງ​ທີ່​ພວກ​ເຮົາ​ເຫັນ​ຖ້າ​ເຮົາ​ທຽບ​ໃສ່​ໃນ​ເມື່ອ​ກ່ອນ ກ່ອນ​ຈະ​ເປັນ​​ເຈົ້າ​ພາບ​ໃນ​ການ​ຈັດ​ກອງ​ປະຊຸມ​ໃດ​ໜື່ງ​ໃຫຍ່ໆ​ເຊັ່ນ: ກອງ​
ປະ​ຊຸມສຸດ​ຍອດ​ອາ​​ຊຽນ​ໃນປີ2004-2005 ພວກ​ເຮົາ​ໄດ້​ມີ​ຄວາມ​ຫຍຸ່ງຍາກ​ໃນ​ດ້ານ​ສິ່ງ​ອຳ​ນວຍ​ຄວາມ​ສະດວກ​ເປັນຕົ້ນ​
ວ່າ: ສະຖານ​ທີ່​ພັກ​ເຊົາ, ສະຖານ​ທີ່​ຈັດ​ກອງ​ປະຊຸມ, ​ເດີ່ນ​ບິນ​ແລະ ອື່ນໆ​ແມ່ນ​ພວກ​ເຮົາ​ໄດ້​ຮັບ​ການ​ສະໝັບສະ​ໜູນ​ຈາກ​
ປະ​ເທດ​ເພື່ອນ​ມິດ​ລວມທັງ ສປ. ຈີນ ແລະປະ​ເທດ​ອາ​ຊຽນອື່ນໆ ຫຼື ວ່າ​ປະ​ເທດ​ຄູ່​ເຈລະຈາ​ອາ​ຊຽນພວກ​ເຮົາ​ກໍ່​ໄດ້​ພັດ
ທະນາ​ສິ່ງ​ເລົ່າ​ນັ້ນ​ເປັນກ້າວໆ​ມາ ​ເຊິ່ງ​ໄດ້​ເຫັນ​ໃບ​ໜ້າ​ຂອງ​ນະຄອນຫຼວງວຽງ​ຈັນ ຫຼື ​ສປປ ລາວ​​ໃນ​ປັດຈຸບັນ​ໄດ້​ມີ​ການ​
ພັດທະນາຂື້ນ​ເທື່ອ​ລະ​ກ້າວ ຖ້າ​ທຽບ​ໃສ່​ໃນ​ເມື່ອ​ກ່ອນ​ເຮົາ​ກໍ່​ຈະ​ເຫັນ​ໄດ້ຢ່າງ​ຈະ​ແຈ້ງວ່າ​ມັນ​ມີ​ຄວາມ​ແຕກ​ຕ່າງ​ກັນ​ຫຼາຍ
ປັດຈຸບັນ, ມີ​ບັນດາ​ນັກ​ລົງທຶນ​​ໄດ້​ເຂົ້າ​ມາ​ຫຼາຍ​​ເປັນ​ຕົ້ນ​ແມ່ນ​ປະ​ເທດ​ທີ່​ບໍ່​​ເຄີ​ຍມາ​ລົງ​ທຶນ​ຕ່າງໆ​ກໍ່​​ໄດ້​ເຂົ້າ​ມາ​ລົງ​ທຶນ​ຢູ່
ສ​ປປ ລາວ ຫຼາຍ​ຂື້ນ​ເຊັ່ນ​: ສປປ ຈີນຢູ່​ອັນ​ດັບ​ໜື່ງຫຼືອັນ​ດັບ ສາມ, ຍີ່​ປຸ່ນ, ​ເກົາຫຼີ. ພ້ອມກັນນັ້ນ, ພັກ​ແລະລັດຖະບານ
​ລາວ​ຍັງ​ໄດ້​ມີ​ການ​ສ້າງເຂດເສດຖະກິດພິເສດເຂດເສດຖະກິດສະເພາະດ້ານບຸກຄະລາກອນ ກໍ່ໄດ້ຮັບການຊ່ວຍຈາກ
ບັນດາປະເທດຕ່າງໆ ໂດຍສະເພາະ ສປ. ຈີນ ແຕ່ລະປີກໍ່ ໄດ້ຮັບເອົານັກສຶກສາລາວໄປຮຽນຢູ່ ສປ. ຈີນ ເປັນຈຳ
ນວນຫຼາຍ. ພ້ອມນັ້ນ, ຍັງໄດ້ສົ່ງພະນັກງານລາວໄປຝຶກອົບຮົມ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ. ນອກນັ້ນ,
ຈາກອາຊຽນມັນກໍ່ໄດ້ເຮັດໃຫ້ເກີດມີເຂດການຄ້າອື່ນໆເກີດຂື້ນໄປຕົ້ນ ແມ່ນເຂດສາຍລ່ຽມແລະການພັດທະນາອື່ນໆ
ແມ່ນເພື່ອສະໜັບສະໜູນເຊິ່ງກັນ ແລະກັນເຮັດໃຫ້ການເຊື່ອມໂຍງເທື່ອລະກ້າວໂດຍການພັດທະນາດັ່ງກ່າວໂດຍ
ຜ່ານພື້ນຖານໂຄງລ່າງພື້ນຖານ ຫຼື ລະບົບຄົມມະນາຄົມກໍ່ຕ້ອງໃຫ້ເຊື່ອມຈອດກັນເພື່ອສະໜັບສະໜູນທາງດ້ານການ
ຄ້າ,  ການລົງທຶນ ຫຼື ວ່າການທ່ອງທ່ຽວດການບໍລິການດ້ານອື່ນໆໂດຍສະເພາະແມ່ນເຂດການຄ້າເສລີອາຊຽນ, ເຂດ
ການຄ້າເສລີຈີນກັບອາຊຽນ, ແລະ ເຂດການຄ້າເສລີກັບບັນດາປະເທດອື່ນໆ.

1 2