ບົດ​ສຳພາດທ່ານດຣ. ຂຽນ ພັນສຸຣິວົງ ຫົວຫນ້າ​ກົມ​ອາ​ຊຽນຂອງ​ກະຊວງ​ການ​ຕ່າງປະ​ເທດ​ລາວ

(GMT+08:00) 2013-09-02 10:38:45     cri

5.​ຍັງ​ມີ​ດ້ານ​ໃດ​ແດ່​ທີ່​ປະ​ເທດ​ລາວ​ຕ້ອງການ​ປັບປຸງ​ຕື່ມ​ອີກ?.
ສ່ວນບັນຫາທີ່ເປັນສິ່ງຖ້າທາຍ ສປປ ລາວ ຍັງເປັນປະເທດທີ່ມີການພັດ ທະນາຍັງຕໍ່າ ສະນັ້ນ, ບັນຫາທີ່ເປັນສິ່ງ
ທ້າທາຍຍັງມີຫຼາຍ,​ ເປັນ|ຕົ້ນ, ດ້ານບຸກຄະລາກອນດ້ານຄວາມຮູ້ຄວາມສາມາດຍັງຕໍ່າ.ດັ່ງນັ້ນ,ຍັງຕ້ອງໄດ້ບຸກ ບືນ
ຂື້ນຕື່ມ, ນອກນນັ້, ຍັງມີເລື່ອງລະບຽບກົດໝາຍນິຕິກຳຕ່າງໆຍັງຕ້ອງໄດ້ປັບປຸງ ແລະ ພັດທະນາໃຫ້ຫຼາຍຂື້ນຕື່ມ,
ສ້າງຂື້ນຕື່ມ ແລະ ປັບປຸງຂື້ນຕື່ມເພື່ອໃຫ້ມັນສອດຄ່ອງກັບສະພາບໃນປັດຈຸບັນໃນການຮອງຮັບກັບການຮ່ວມມືກັບ
|ພາຍນອກ ເປັນຕົ້ນ ແມ່ນເລື່ອງຂອງການລົງທຶນການຄ້າຂາຍແລະອື່ນໆ.

6. ຂໍ​ໃຫ້​ທ່ານ​ຕີ​ລາຄາ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ລາວ​ກັບ​ບັນດາ​ປະ​ເທດອາ​ຊຽນ,​​ແລະ​ການ​ພົວພັນ​ລະຫວ່າງ​
ລາວ​ກັບ​ຈີນ​ພາຍ​ໃນ​ຂອບ​ຂອງ​ການ​ຮ່ວມ​ມື​ລະຫວ່າງ​ອາ​ຊຽນກັບ​ຈີນ.
ພວກເຮົາມີການພົວພັນກັນດີ ຫວ່າງ ສປປ ລາວ ກັບບັນດາປະເທດອາຊຽນກໍ່ຄືລະຫວ່າງ ສປປ ລາວ ກັບ
ສປ ຈີນແມ່ນເປັນປະເທດເພື່ອນມິດຍຸດທະສາດຮ່ວມມືຍາວນານຮອບດ້ານຕ່າງໆ ແມ່ນໄດ້ຮັບໝາກຮັບຜົນມາ
ຕະຫຼອດ.

7.ປີ​ນີ້ ທ່ານ​ກໍ່​ຈະ​ໄປ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ນານ​ນິງຂອງ​ຈີນ,ຕາມ​ທ່ານ​
ສັງ​ເກດ​ເຫັນ​ວ່າ​ໃນ 10 ປີທີ່​ຜ່ານ​ມາ, ງານ​ວາງສະ​ແດງ​ສິນຄ້າ​ຈີນ​ມີ​ການ​ປ່ຽນ​ແປງ​ແນວ​ໃດ?
 ປີ 2013 ນີ້, ແມ່ນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ເຂົ້າຮ່ວມງານວາງສະແດງ ສິນຄ້າຈີນອາຊຽນຢູ່ນານນິງ. ງານ
ວາງສະແດງຈີນອາຊຽນເຊິ່ງເລີ່ມແຕ່ປີ 2004 ເປັນຕົ້ນມາແມ່ນໄດ້ຮັບໝາກຮັບຜົນ, ເປັນຕົ້ນ, ການຮ່ວມມືອາ
ຊຽນຈີນໂດຍສະ ເພາະທາງດ້ານວັດທະນະສັງຄົມ ໄດ້ນັບມື້ນັບກ້າວສູ່ລວງເລິກເລື້ອຍໆ. ສະນັ້ນ, ງານວາງ
ສະແດງສິນຄ້າຈີນອາຊຽນໄດ້ກາຍເປັນເວທີ່ເປີດໂອກາດໃຫ້ພັກ-ລັດຂອງລາວ ແລະ ບັນດານັກທຸລະກິດ
ທັງພາກລັດ ແລະ ເອກະຊົນໄດ້ມີການ ແລກປ່ຽນ ໄດ້ມີການຕິດຕໍ່ປະສານງານໃນການສ້າງເຄືອຂ່າຍທຸລະ
ກິດແລະ ອື່ນໆ. ເຊິ່ງມັນເຮັດໃຫ້ຕົວເລກການຄ້າ ແລະ ການລົງທຶນສອງຝ່າຍ ລະຫວ່າງອາຊຽນຈີນໄດ້ເພີ່ມ
ຂື້ນໃນແຕ່ລະປີເຊິ່ງເປັນບ່ອນສະໜັບສະໜູນການ ຈັດຕັ້ງປະຕິບັດເຂດການຄ້າເສລີອາຊຽນຈີນ ເຊິ່ງມີຜົນບັງ
ຄັບໃຊ້ແຕ່ປີ 2010 ເປັນຕົ້ນມາ. ເຫັນວ່າ: ຜ່ານການແລກປ່ຽນຜ່ານການເຈລະຈາຕົກລົງຕໍ່ລອງ ເລື່ອງການ
ຄ້າຂາຍຂອງບັນດານັກທຸລະກິດ, ໂຄງການຕ່າງໆ, ການທ່ອງທ່ຽວ, ວັດທະນະທຳສິລະປະຕ່າງໆໄດ້ຮັບໝາກ
ຮັບຜົນ. ໂດຍສະເພາະແມ່ນ ສປ ຈີນ ໄດ້ເອົາເຂດຍຸນນານ, ເຂດກວາງຊີ ເປັນປະຕູອອກສູ່ອາຊຽນແລະມີການ
ຮ່ວມມືກັບອາຊຽນຫຼາຍໃນດ້ານຕ່າງໆ.ສຳລັບປີນີ້ພາກທຸລະກິດຂອງລາວມີຈຳນວນເພີ່ມຂື້ນ ໃນການໄປເຂົ້າ
ຮ່ວມງານດັ່ງກ່າວ.

8.ງານ​ວາງສະ​ແດງ​ນີ້​ໄດ້​ເສີມ​ຂະຫຍາຍ​ບົດບາດ​ແນວ​ໃດ​ໃນ​ການ​ຊຸກ​ຍູ້ການ​ແລກປ່ຽນ​ກັນ​ລະຫວ່າງ​ບັນດາ​ປະ​
ເທດ​ອາ​ຊຽນກັບ​ຈີນ?
ຂ້າພະເຈົ້າເຫັນວ່າ:​ ເຮັດໃຫ້ການຄ້າ, ການລົງທຶນ, ການທ່ອງທ່ຽວ ຫຼື ການແລກປ່ຽນວັດທະນະທຳສິລະປະ
ຕ່າງໆເພີ່ມຂື້ນແລະຍັງສ້າງຄວາມເຂົ້າອົກເຂົ້າໃຈໃຫ້ແກ່ປະຊາຊົນ ລວມທັງພາກລັດ ພາກເອກະຊົນຕ່າງໆ
ທີ່ໄປຮ່ວມງານ ເພາະເຮົາຈະເຫັນໄດ້ວ່າ: ການເຂົ້າຮ່ວມງານໃນແຕ່ລະປີຈະມີທັງຜູ້ນຳລາວ ມີທັງນັກທຸລະ
ກິດນັກປະກອບການ ຜູ້ປະກອບການຕ່າງໆເຂົ້າຮ່ວມ.ພ້ອມກັນນັ້ນ, ສປ ຈີນ ກໍ່ມີປະຊາຊົນຢູ່ແຂວງກວາງຊີ
ແລະແຂວງອື່ນໆມາເຂົ້າຮ່ວມງານ ສະແດງດັ່ງກ່າວເປັນການເປີດໂອກາດໃຫ້ພວກເຮົາໄດ້ໂອ້ລົມກັນແລະ
ເຂົ້າອົກເຂົ້າໃຈເຊິ່ງກັນແລະກັນແລກປ່ຽນການຄ້າຂາຍເຊິ່ງກັນແລະກັນໂຄສະນາເຜີຍແຜ່ແລກປ່ຽນວັດທະ
ນະທຳເຊິ່ງກັນແລະກັນແລະອື່ນໆ.


1 2