ບົດ​ສຳພາດ​ທ່ານສີສະຫວາດ ທິຣະວົງ ປະທານສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ

(GMT+08:00) 2013-09-05 09:50:11     cri


(ທ່ານສີສະຫວາດ ທິຣະວົງ ປະທານສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວໃຫ້ສຳພາດຕໍ່ນັກຂ່າວ CRI)



1.ສະພາ​ການ​ຄ້າ ​ແລະ ​ອຸດ​ສາ​ຫະກຳ​ແຫ່ງ​ຊາດ​ໄດ້​ສ້າງ​ຕັ້ງຂື້ນ​ໃນ​ປີ​ໃດ? ມີ​ພາລະ​ບົດບາດ​ແນວ​ໃດ?

ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​​ແຫ່ງ​ຊາດ​ລາວ ຖືກ​ສ້າງ​ຕັ້ງ​ຂື້ນ​​ໃນ​ປີ 1989 ​ເພື່ອ​ເປັນ​ຕົວ​ແທນ​ໃຫ້​ແກ່​ພາກ​ທຸລະ​ກິດ. (ສຄອ) ​ແຫ່ງ​ຊາດ​ລາວ ຍັງ​ເປັນ​ຂົວ​​ເຊື່ອມ​ຕໍ່​ລະຫວ່າງ​ແງ​ການ​ລັດ ​ແລະ ຫົວໜ່ວຍ​ທຸລະ​ກິດ,​ເປັນຕົວ​ແທນ​ໃຫ້​​ແກ່​ຜູ້​ໃຊ້​ແຮງ​ງານ, ກຸ່ມ​ທຸລະ​ກິດ, ວະສາ​ຫະກິດ​ຕ່າງໆ ​ແລະ ​ເຄື່ອນ​ໄຫວ​ຢູ່​​ໃນ ສປ​ປ ລາວ.

ປັດຈຸບັນ, ສຄອ ​ແຫ່ງ​ຊາດ​ເປັນ​ຕົວ​​ແທນ​ໃຫ້​ແກ່ 1000 ກວ່າ​ບໍລິສັດ ​ໂດຍ​ມີ​ສະມາຊິກ​ຂອງ ສ​ຄອ ​ແຂວງ, ສະມາຄົມ ​ແລະ ກຸ່ມທຸ​ລະ​ກິດ. ອັນ​ນີ້​ໄດ້​ເຮັດ​ໃຫ້ ສຄອ ​ແຫ່ງ​ຊາດ ກາຍ​ເປັນ​ຕົວ​ແທນ​ທີ່​ກວ້າງຂວາງ​ແກ່​ທຸກ​ພາກສ່ວນ​ທຸ​ລິ​ກິດ​ໃນ ສປປ ລາວ.

ພາລະ​ບົດ​ບາດ ​ເພື່ອ​ໃຫ້​ສົມ​ກັບ​ວ່າ​ເປັນ​ຂົວ​ຕໍ່​ລະຫວ່າງ​ພາກ​ລັດ ​ແລະ ພາກ​ທຸລະ​ກິດ. ສຄອ ​ແຫ່ງ​ຊາດ​ລາວ ມີໜ້າ​ທີ່​ນຳ​ສະ​ເໜີ​ບັນຫາ​ຕ່າງໆ​ຂອງ​ສະມາຊິກ ​ແລະ ພາກ​ທຸລະ​ກິດ​ໃຫ້​ພາກ​ລັດ​ຮັບ​ຮູ້ ​ແລະ ພິຈາລະນາ​ທິດ​ທາງ​ແກ້​ໄຂການ​ນຳ​​ສະ​ເໜີ​ບັນຫາ​ຕ່າງໆນັ້ນ​ຈະ​ຊ່ວຍ​ໃຫ້​ນະ​​ໂຍບາຍ ​ແລະ ກົດໝາຍ​ທີ່​ພົວພັນ​ກັບ​ທຸລະ​ກິດ​ໄດ້​ຮັບ​ການ​ປ່ຽວ​​ແປງ ​ແລະ ປັບປຸງ ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ນັກ​ລົງທຶນ​ພາຍ​ໃນ ​ແລະ ຕ່າງ​ປະ​ເທດ​ຢູ່​ໃນ​ ສປປ ລາວ.

 ສຄອ ​ແຫ່ງ​ຊາດ​ລາວ ຍັງ​ເປັນ​ຕົວ​ແທນ​ໃຫ້​ແກ່​ພາກ​ທຸລະ​ກິດ​ໃນ​ການ​ເຈລະຈາ ດ້ານ​ທຸລະ​ກິດ, ການ​ຄ້າ ​ແລະ ​ແຮງ​ງານ​ໃນ​ລະດັບ​ພາກ​ພື້ນ ​ແລະ ສາ​ກົນ ​ເພື່ອ​ຂົນຂວາຍ ​ແລະ ຂະຫຍາຍ​ການ​ຄ້າ ​ແລະ ການ​ລົງ​ທຶນ.

ນອກຈາກ​ນັ້ນ, ສຄອ ​ແຫ່ງ​ຊາດ​ຍັງ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ການ​ບໍລິການ ​ແລະ ການ​ບໍລິຫານ​ແກ່​ບັນດາ ສຄອ ​ແຂວງ​, ສຄອ ນະຄອນຫຼວງ ​ແລະ ບັນດາ​ສະມາຄົມ ​ແລະ ກຸ່ມ​ທຸລະ​ກິດ ​ເພື່ອ​ໃຫ້​ອົງການ​ຈັດ​ຕັ້ງ​ເຫຼົ່າ​ນັ້ນ ສາມາດ​ຕອບ​ສະໜອງາ​ກນບໍລິການ​ຕໍ່​ບັນດາ​ຫົວໜ່ວຍ​ທຸລະ​ກິດ ສຄອ ​ແຫ່ງ​ຊາດ ​ໄດ້​ສ້າງ​​ໂອກາດ​ພົບ​ປະ ​ແລກປ່ຽນ​ຄຳ​ຄິດ​ຄຳ​ເຫັນ ​ເພື່ອ​ພັດທະນາ​ທັກ​ສະ​ໃໝ່ໆ ​ໃນ​ການ​ດຳ​ເນີນ​ທຸລະ​ກິດ​ໃຫ້​ທັນ​ຍຸກ​ທັນ​ສະ​ໄໝ ​ແລະ​ໃຫ້​ເສດຖະກິດ​ຂອງ ສປປ ລາວ ມີ​ຄວາມ​ສາ​ມາດ​ກຽມພ້ອມ​ເຂົ້າ​ໃນ​ການ​ເຊື່ອມ​ໂຍງ​ເສດຖ​​ະກິດ​ໃນ​ພາກ​ພື້ນ ​ແລະ ສາ​ກົນ.

2.ປີ​ນີ້, ຈີນ-ອາ​ຊຽນ ສ້າງສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຄົບຮອບ 10 ​ປີ, ​ໃນ​ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 10. ທີ່​ຈັດ​ຂື້ນ​ໃນ​ລະຫວ່າງ​ວັນ​ທີ 3 ຫາ​ວັນ​ທີ 6 ກັນຍາ​ນີ້, ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ລະ​ລຶກການ​ສ້າງສາ​ຍພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ ຄົບຮອບ 10 ປີ. ​ໂດຍ​ສະ​ເພາະ​ແມ່ນ​ຫົວ​ຂໍ້ " ການ​ຂະຫຍາຍຕົວ​ຂອງາ​ກນຮ່ວມ​ມື​ໃນ​ພາກ​ພື້ນ, ​ໂອກາດ​ໃໝ່, ​ແຮງ​ຊຸກຍູ້​ໃໜ່ ​ແລະ ​ໄລຍະ​ໃໜ່ " ທ່ານ​ມີ​ຄວາມ​ຄິດ​ຄວາມ​ເຫັນ​ແນວ​ໃດ​ຕໍ່​ການ​ຂະຫຍາຍຕົວ​ຂອງ​ສາຍ​ພົວພັນຄູ່ຮ່ວມ​ມື​ຍຸດ​ທະ​ສາດ​ຈີນ-ອາ​ຊຽນ​ໃນ 10 ປີ​ທີ່​ຜ່ານ​ມາ?
​ໃນ​ນາມ​ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາດ​ ​ຕະຫຼອດ​ໄລຍະ 10 ປີ​ທີ່​ຜ່ານ​ມາ, ​ໂດຍ​ລວມ​ແລ້ວ​ການ​ຮ່ວມ​ມື​ຈີນ-ອາ​ຊຽນ ​ໄດ້​ມີ​ບົດບາດ​ສຳຄັນ​ຫຼາຍ​ຕໍ່​ກັບາກ​ນສ້າງ​ສະຖຽນ​ລະ​ພາບ ທາງ​ການ​ເມືອງ ​ເສດຖະກິດ​ໃນ​ຂົງ​ເຂດ ​ແລະ ພາກ​ພື້ນ ​ໂດຍ​ໄດ້​ສະ​ແດງ​ອອກ​ເຊັ່ນ​ວ່າ: ນັບ​ແຕ່​ປີ 2003​ ​ເປັນ​ຕົ້ນ​ມາ, ອາ​ຊຽນ​ໄດ້​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ ທາງ​ເສດຖະກິດ​ຢ່າງ​ຈິງ​ຈັງ, ​ເຊິ່ງວ່າ: ​ສ​ປປ ລາວ ກໍ່​ມີ​ຜົນ​ປະ​ໂຫຍ​ດຈາກ​ຈຸດ​ເລີ່​ມຕົ້ນດັ່ງກ່າວ. ປະກອບ​ດ້ວຍ​ອາ​ຊຽນບວກ​ໜື່ງ, ອາ​ຊຽນບວກ​ສາມ, ອາຊຽນບວກ​ຫົກ ​ເຊິ່ງ​ເຮັດ​ໃຫ້​ສະຖານະ ​ແລະ ບົດບາດ​ທາງ​ການ​ເມືອງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນພົ້ນ​ເດັ່ນ​ຂື້ນ.
   ການ​ພົວພັນ​ຮ່ວມ​ມື​ທາງ​ດ້ານ​ການ​ລົງ​ທຶນການ​ຄ້າ​ກໍ່​ມີ​ຫຼາຍ​ຂະ​ແໜງ​ການ​ທີ່​ທາງ ສປ ຈີນ ​ໄດ້​ເຂົ້າ​ມາ​ໃຫ້ການ​ຊ່ວຍ​ເຫຼືອ​ລົງທຶນ ​ແລະ ຄ້າຂາຍ ​ໃນ ສປປ ລາວ. ​ເປັນ​ຕົ້ນ, ​ໃນ​ຂະ​ແໜງ​ພະລັງງານ​ຂອງ​ພວກ​ເຮົາ ​ໂດຍ​ອີງ​ຕາມ​ພູມ​ສັນຖານ​ທີ່​ຕັ້ງ​ຂອງ​ປະ​ເທດ, ຄວາມ​ອາດ​ສາມ​ດ​ເປັນ​ໄປ​ໄດ້​ໃນ​ດ້ານ​ການພດທະນາ​ໂຄງການ​ເຂື່ອນ​ໄຟຟ້າ​ນ້ຳຕົກ​ຢູ່ ສ​ປປ ລາວ 26,000 MW ​ແລະ ມາ​ຮອດ​ປະຈຸ​ບັນ, ​ໄດ້​ມີ​ການ​ສຶກສາ​ເພື່ອ​ພັດທະນາ​ມີ 136 ​ໂຄງການ​. ​ໃນ​ນັ້ນ, ​ໂຄງການ​ທີ່​ລົງທຶນ​ຈາກ ສປ ຈີນ ທີ່​ໄດ້​ສຳ​ເລັດ​ໄປ​ແລ້ວ​ນັ້ນ​ມີ 4 ​ໂຄງການ, ​ເຊິ່ງມີ​ກຳລັງ​ຕິດ​ຕັ້ງ 336 MW ມີ​ມູນ​ຄ່າ 432 ລ້ານ​ໂດ​ລາ​ສະຫະລັດ, ​ໂຄງການ​ທີ່​ກຳລັງ​ກໍ່ສ້າງ​ໃນ​ປັດຈຸບັນ​ມີ 11 ​ໂຄງການ, ​ເຊິ່ງມີ​ກຳລັງ​ຕິດ​ຕັ້ງ 1, 328 MW ມີ​ມູນ​ຄ່າ 2,260 ລ້ານ​ໂດ​ລາ​ສະຫະລັດ ​ແລະ ​ໃນ​ອານາ​ຄົດ​ທີ່​ຈະ​ດຳ​ເນີນ​ການຈັດ​ຕັ້ງ​ປະຕິ​ບັດນັ້ນ​ມີ 9 ​ໂຄງການ ​ໃນ​ນັ້ນ, ລວມທັງ​ເຂື່ອນ​ນ້ຳຂອງ​ປາກ​ແບ່ງ ​ແລະ ຊາ​ນະ​ຄາມ, ​ເຊິ່ງມີ​ກຳລັງ​ຕິດ​ຕັ້ງ 3,074 MW ​ເຊິ່ງມີ​ມູນ​ຄ່າ​ປະມານ 7,800 ລ້ານ​ໂດ​ລາ​ສະຫະລັດ​,​ ລວມທັງ​ໝົດ​ທີ່​ທາງ​ ສປ ຈີນ​ໄດ້​​​ໃຫ້ການ​ຊ່ວຍ​ເຫຼືອ​ລົງທຶນ ​ໃນ​ການ​ກໍ່ສ້າງ​ເຂື່ອນ​ໄຟຟ້າ​ໃນ ສປປ ລາວ ​ເປັນ​ມູນ​ຄ່າ​ປະ​ມານ 10,500 ລ້ານ​ໂດ​ລາ​ສະຫະລັດ.

ພາກ​ສາຍ​ສົງ​ໂຄງການ​ທີ່​ລົງທຶນ​ຈາກ ສປ ຈີນ ທີ່​ໄດ້​ສຳ​ເລັດ​ໄປ​ແລ້ວ​ນັ້ນ​ມີ 8 ​ໂຄງການ​ມມີ​ມູນ​ຄ່າ 312 ລ້າ​ໂດ​ລາ​ສະຫະລັດ. ​ໂຄງການ​ທີ່​ກຳ​ລັງ​ກໍ່ສ້າງ​ປັດຈຸບັນ​ມີ 2 ​ໂຄງການ​ມີ​ມູນ​ຄ່າ 242 ລ້າ​ນ​ໂດ​ລາ​ສະຫະລັດ, ​ແລະ ​ໃນອານາ​ຄົດ​ທີ່​ຈະ​ດຳ​ເນີນ​ການຈັດ​ຕັ້ງ​ປະຕິບັດ​ນັ້ນ​ມີ 8 ​ໂຄງການ, ​ເຊິ່ງມີ​ມູນ​ຄ່າ​ປະມານ 1,470 ລ້ານ​ໂດ​ລາ​ສະຫະລັດ. ລວມທັງ​ໝົດ​ ສປ ຈີນ ​ໄດ້​ໃຫ້ການ​ຊ່ວຍ​ເຫຼືອ​ລົງທຶນ​ໃນ​ພາກ​ສາຍ​ສົ່ງ​ນີ້​ເປັນ​ມູນ​ຄ່າ​ປະ​ມານ 2,000 ລ້ານ​ໂດ​ລາ​ສະຫະລັດ.

ນອກ​ນັ້ນ, ກໍ່​ຍັງ​ມີ​​ໂຄງການ​ກໍ່​ສ້າງ​ສູນ​ບັນຊາ LDC phase1 ​ແລະ phase2 ມູນ​ຄ່າ 187 ລ້ານ​ໂດ​ລາ​ສະຫະລັດ. ລວມທັງ​ໝົດ​ໃນ​ຂອ​ແໜງ​ພະລັງງານ​ທີ່ ສ​ປ ຈີນ ​ໄດ້​ລົງທຶນ​ເປັນມູນ​ຄ່າ​ປປະມານ 12,700 ລ້ານ​ໂດ​ລາ​ສະຫະລັດ.

ສ່ວນ​ໃນ​ຂະ​​ແໜງ​ບໍ່​ແຮ່​ມາ​ຮອດ​ປັດຈຸບັນ​ມີ​ຜູ້​ລົງ​ທຶນ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​ສຳ​ປະທານ​ເນື້ອ​ທີ່ ​ເພື່ອ​ເຮັດ​ການ​ກະກຽມ, ຂຸດ​ຄົ້ນ ​ແລະ ກໍ່ສ້າງ​ທັງ​ໝົດ​ມີ 67 ບໍລິສັດ, ປະກອບ​ມີ 103 ກິດຈະການ. ​ໃນ​ນັ້ນ, ຜູ້​ລົງທຶນ​ຈາກ ສປ ຈີນ​ມີ 31 ບໍລິສັດ, ປະກອບ​ມີ 50 ກິດຈະການ​ທີ່​ກຳລັງ​ດຳ​ເນີນ​ການ​ຂຸດ​ຄົ້ນ ​ແລະ ກໍ່ສ້າງ​ລວມທັງ​ເປັນ​ມູນ​ຄ່າ​ທັງ​ໝົດ 3,380 ລ້ານ​ໂດ​ລາ​ສະຫະລັດ.

ນອນ​ຈາກ​ນີ້, ກໍ່​ຍັງ​ມີ​ການ​ຄ້າ​ຊາຍ​ແດນ ​ເຊິ່ງວ່າ​ປະ​ເທດ​ລາວ​ມີ​ຊາຍ​ແດນ​ຕິດ​ກັບ ສປ ຈີນ​ລ້ວນ​ແຕ່​ສາມາດ​ເຂົ້າ​ມາ​ແລກປ່ຽນ ຫຼື ຄ້າຂາຍ​ຮ່ວມ​ກັນ​ໄດ້​ໂດຍ​ນຳ​ໃຊ້​ຫຼັກການ​ຄ້າ​ຊາຍ​​ແດນ​ເປັນ​ແຮງ​ກະ​ຕຸ້ນ​ໃນ​ຂົງ​​ເຂດ​ຂະ​ຫຍາ​ຍຕົວ​ເຊັ່ນ: ຂະ​ແໜງ​ປູກ​ຊາ, ​ເຂົ້າ, ຢາງ​ພາລາ, ດອກ​ເຜີ້ງ, ໝາກ​ແໜ່​ງ, ພືດ​ກິນ​ໃບ, ກາ​ເຟ ​ແລະ ອື່ນໆ ຢູ່​ແຂວງ​ຜົ້ງ​ສາລີ​, ອຸດົມ​ໄຊ, ຫຼວງ​ນ້ຳ​ທາ, ບໍລິ​ຄຳ​​ໄຊ, ສາລະວັນ.

​ໃນ​ບັນດາ​ປະ​ເທດ​ອາ​ຊຽນກໍ່​ຄື ສປປ ລາວ ກໍ່​ໄດ້​ມີ​ສິນຄ້າ​ສົ່ງ​ອອກ​ໄປ ສປ ຈີນ ຢ່າງ​ຫຼວງ​ຫຼາຍ ​ເຂົ້າ​ຮ່ວມງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ ຄັ້ງ​ທີ 10 ທີ່​ນານ​ນິນ, ​ເຂດ​ປົກ​ຄອງ​ຕົນ​ເອງ​ເຜົ່າ​ຈວ້າງກວາງຊີ, ງານ​ວາງສະ​ແດງ​ຄຸຸນມິ​ງ, ​ເສ​ສວນ, ຊຽງ​ໄຮ, ກວາ​ງ​ໂຈ ​ແລະ ສບ່ອນ​ອື່ນໆ​ນັ້ນ​ກໍ​ໝາຍ​ເຖິງ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ໄດ້​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ.

ຖື​ວ່າ​ເປັນ​ການ​ສ້າງ​ໂອ​ກາດ​ໃໝ່ ​ແລະ ມີ​ແຮງ​ດັນ​ຊຸກ​ຍູ້​ໃໝ່​ໃຫ້​ແກ່ ການ​ພັດທະນາ​ເສດຖະກິດ ​ໃນ​ຂົງ​ເຂດ​ອາ​ຊຽນຂະຫຍາຍ​ໄວ​ຂື້ນ ​ເພາະ​ມີ​ຕະຫຼາດ​ຮອງ​ຮັບ​ຢູ່ຈີນ​ແລ້ວ. ດັ່ງ​ນັ້ນ, ການ​ຜະລິດ ​ແລະ ການ​ຂາຍ​ໄປ ສປ ຈີນ ​ເຮັດ​ໃຫ້​ປະຊາຊົນ​ມີ​ທາງ​ເລືອກ​ໃໝ່​ທີ່​ດີ​ຂື້ນ, ປະຊາຊົນ​ໄດ້​ຮຽນ​ຮູ້​ວິທີ​ການ​ຫາ​ຢູ່​ຫາ​ກິນ​ທີ່​ນຳ​ໃຊ້​ເຕັກ​ໂນ​​​ໂລ​ຊີ​ທີ່​ທັນ​ສະ​ໄໝ​ທີ່​ດີ​ຂື້ນ​ຫຼາຍ​ຫວ່າ​ເກົ່າ.

    ສິ່ງ​ດັ່ງກ່າວ ທີ່​ໄດ້​ກ່າວ​ມາ​ນັ້ນ​ມັນ​ໄດ້​ສະ​ແດງ​ອອກ​​ໃຫ້​ເຫັນ​ວ່າ: ການ​ຮ່ວມ​ມື​ລະຫວ່າງ​ຈີ​ນ-ອາ​ຊຽນກໍ່​ຄື​ການ​ຮ່ວມ​ມື​ລາ​ວ-ຈີນ ​ເປັນ​ຂີດ​ໝາຍ​ທີ່​ຢັ້ງ​ຢືນ​ວ່າ​ເປັນ​ການ​ຮ່ວມ​ມື​ຮອບດ້ານ​ຍຸດ​ທະ​ສາດ ​ແລະ ​ເພື່ອ​​ເປັນ​ການ​ສື​ບຕໍ່​ເສີມ​ຂະຫຍາຍ​ສາຍ​ພົວພັນ​ການ​ຮ່ວມ​ມື​ອັນດີງາມ ລະຫວ່າງ 2 ປະ​ເທດ​ທີ່​ມີ​ມາ​ແຕ່​ດັ້ງ​ເດີມ​ນັ້ນ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນຍິ່ງ​ຂື້ນ ຂ້າພ​ະ​ເຈົ້າ​ຂໍ​ເຊີນຊວນບັນດາ​ເພື່ອນ​ມິດ​ສະຫາຍ​ນັກທຸລະກິດ​ຈີນ ​ເຂົ້າ​ມາ​ລົງ​ທຶນ ​ແລະ ຄ້າຂາຍ​ໃນ​ຕະຫຼາດ​ອາ​ຊຽນ ​ໂດຍ​ສະ​ເພາະ​ແມ່ນ​​ໃນ ສປປ ລາວ​ໃຫ້​ຫຼາຍ​ຂື້ນ. ​ເພື່ອ​ເສີມ​ສ້າງ​ຄູ່​ຮ່ວມ​ທູ​ລະ​ກິ​ໃຫ້​ນັບ​ມື້​ນັບ​ເຂັ້ມ​ແຂງ ​ໂດຍ​ຫັນ​ເອົາ ສ​ປປ ລາວ ​ໃຫ້​ເປັນ​ຂົວ​ຕໍ່​​ໃນ​ການ​ເຊື່ອມ​​ໂຍມ​ກັບ​ພາກ​ພື້ນ​ ​ໂດຍ​ພາຍ​ໄຕ້ທັງ 2 ຝ່າຍ​ຕ່າງ​ມີ​ສິດທິ​ຜົນ​ຜະ​​ໂຫຍ​ດ​ເທົ່າ​ທຽມ​ກັນ​ໃນ​ການ​ພັດທະນາ​ແບບ​ຍືນ​ຍົງ​.

1 2