ບົດ​ສຳພາດ​ທ່ານສີສະຫວາດ ທິຣະວົງ ປະທານສະພາການຄ້າແລະອຸດສາຫະກຳແຫ່ງຊາດລາວ

(GMT+08:00) 2013-09-05 09:50:11     cri

​3. ໃນ 10 ປີຜ່ານມາ​ຈີນ​ກັບ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ສອງ​ຝ່າຍ ​ແລະ ຫຼາຍ​ຝ່າຍ​ຢ່າງ​ມີ​ປະສິດທິ​ຜົນ, ​ໃນ​ການ​ຮ່ວມ​ມື​ດ້ວຍ​ຮູບ​ແບບ​ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ ​ແລະ ​ເຂດການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ວິ​ສະຫະ​ກິດ​ຂອງ​ລາວ ​ໄດ້​ມີ​ທ່າ​ແຮງ​ແນວ​ໃດ? ​ໄດ້​ມີ​ບົດບາດ​ແນວ​ໃດ​ໃນ​ການ​ສົ່ງ​ເສີມສາຍ​ພົວພັນ​ການ​ຮ່ວມ​ມື​ດັ່ງກ່າວ? ​ແລະ ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດຫຍັງ​ແດ່?

ພາກ​ທຸລະ​ກິດ​ຂອງ​ ສປປ ລາວ ​ແມ່ນ​ໄດ້​ເອົາ​ໃຈ​ໃສ່​ພິ​ເສດ​ຕໍ່​ກັບ​ການ​ພົວພັນ​ເສດ​ຖະກິດ​ການ​ຄ້າ​ກັບ​ບັນດາ​ປະ​ເທດ​ອາ​ຊຽນ ​ແລະ ສປ ຈີນ ​ເຊິ່ງ​ໃນ​ໄລຍະ​ຜ່ານ​ມາ​ໄດ້​ມີ​ການ​ຂະຫຍາຍຕົວ​ຢ່າງ​ວ່ອງ​ໄວ ​ແລະ​ມີ​ປະສິດທິ​ຜົນ. ການ​ຮ່ວມ​ມື​ດ້ວຍ​ຮູບ​ການ​ຊຽນງານ​ວາງສະ​ແດງ​ສິນ​ຄ້າ​ຈີນ-ອາຊຽນ ​ແລະ ​ເຂດ​ການ​ຄ້າ​ເສລີ​ຈີ​ນ-ອາ​ຊຽນ ​ແມ່ນ​ມີ​ບົດບາດ​ສຳຄັນ​ຫຼາຍ​ຕໍ່​ການ​ສົ່ງ​ເສີມ​ການ​ພົວພັນ​ການ​ຄ້າ​ລະຫວ່າງ​ຈີນ-ອາ​ຊຽນກໍ່​ຄື​ການພັວພັນ​ການ​ຄ້າ​ລະຫວ່າງ​ລາວ-ຈີນ ​ແລະ ລາ​ວ-ອາ​ຊຽນ ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ, ໜັ້ນຄົງ​ຍາວ​ນານ.
    ສປປ ລາວ ​ໄດ້​ຮັບ​ຜົນ​ປະ​​ໂຫຍ​ດຢ່າງ​ຫຼວງ​ຫຼາຍ​ຈາກ​ການ​ຮ່ວມ​ມື​ໃນ​ຮູບ​ການ​ດັ່ງກ່າວ, ​ເປັນ​ການ​ສ້າງ​ໂອກາດ​ໃກ້​ວິ​ສະຫະ​ກິດ​ຂອງ​ ສປ​ປ ລາວ ນຳ​ຜະລິດ​ຕະພັນ​ຂອງ​ຕົນ​ອອກ​ສູ່​ຕະຫຼາດ​ສາກົນ. ​ເຮັດ​ໃຫ້​ສາມາດ​ສົ່ງ​ສິນ​ຄ້າ​ອອກ​ໄດ້​ຢ່າງ​ຫຼວງ​ຫຼາຍ, ​ແລະ ຍັງ​ເປັນ​ເວທີ​ໃນ​ການ​ຮຽນຮູ້, ຖອດ​ຖອນ​ບົດຮຽນ, ພົບ​ປະ​ແລກປ່ຽນ​ປະສົບ​ການ​ກັບ​ບັນດາ​ປະ​ເທດ​ອື່ນໆ ​ແລະ ຍັງ​ເປັນ​ບ່ອນ​ຈັດ​ຊື້​ສິນຄ້າ, ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ ​ແລະ ອື່ນໆ ​ເພື່ອ​ນຳ​ມາ​ປັບປຸງ​ຜະລິດ​ຕະພັນ​ຂອງ​ຕົນ​ໃຫ້​ໄດ້​ທັງ​ປະລິມານ ​ແລະ ຄຸ​ນນະພາ​ບ ພ້ອມ​ກັນ​ນັ້ນ, ຍັງ​ເປັນ​ການ​ສົ່ງ​ເສີມ​ການ​ຮ່ວມ​ມື​ລະຫວ່າງ​ທຸລະ​ກິດ​ຈີນ-ອາ​ຊຽນ ​ໃຫ້​ນັບ​ມື້​ນັບ​ແໜ້ນ​ແຟ້ນບັນລຸ​ເປົ້າ​ໝາຍ ການ​ພັດທະນາ​ເສດຖະກິດ ​ແລະ ສັງຄົມ. ​ແນ່ນອນ​ແລ້ວ​ວ່າ, ວິ​ສາ​ຫະກິດ​ຂອງ ສປປ ລາວ ​ແມ່ນ​ຈະ​ເປັນ​ກຳລັງ​ໜື່ງທີ່​ສຳຄັນ ​ໃນ​ການ​ຂະຫຍາຍ​ການ​ພົວພັນ​ການ​ຄ້າ ​ແລະ ການ​ສ້າງ​ສະຖຽນ​ລະ​ພາບ​ທາງ​ການ​ເມືອ​ງ-​ເສດຖະກິດ ​ໃນ​ຂົງ​ເຂດ ​ແລະ ພາກ​ພື້ນ.

4. ນັບ​ແຕ່​ເປີດ​ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ​-ອາ​ຊຽນຄັ້ງ​ທຳ​ອິດ 10 ປີຜ່ານມາ, ວະສາ​ຫະກິດ​ລາວ ​ໄດ້​ມີ​ການ​ຂະຫຍາຍຕົວ​ແນວ​ໃດ? ( ປະລິມານ ​ແລະ ຄຸນ​ນະພາ​ບຂອງ​ວິ​ສາ​ຫະກິດ​ທີ່​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ມີ​ການ​ເຕີບ​ໂຕ​ແນວ​ໃດ? )

ໃນ​ໄລຍະ 10 ປີຜ່ານ​ມາ, ວະສາ​ຫະກິດ​ຂອງ ສປປ ລາວ ​ໄດ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ ​ແມ່ນ​ມີ​ຈຳນວນ​ເພີ່ມ​ຂື້ນ​ໃນ​ທຸກໆ​ປີ, ​ເຊິ່ງ​ເຫັນ​ໄດ້​ໃນ​ປີ 2004 ມີ​ວິ​ສາ​ຫະກິດ​ລາວ​ເຂົ້າ​ຮ່ວມ​ບໍ່​ເຖິງ 10 ບໍລິ​ສັດ, ມາ​ຮອດ​ປີ 2007 ​ເພີ່ມ​ຂື້ນ​ເປັນ 28 ບໍລິສັດ, 2009 ມີ 38 ບໍລິສັດ​, ​ແລະ ປີ 2013 ນີ້ມ​ແມ່ນ​ມີ​ທັງ​ໜົດ 54 ບໍລິ​ສັດ. ຕົວ​ເລກ​ດັ່ງກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ: ວິ​ສາ​ຫະກິດ​ຂອງ ສປປ ລາວ ​ແມ່ນ​ມີຄວາມ​ສົນ​ໃຈ​ໃນ​ຜະລິດ​ຕະພັນ​ທີ່​ນຳ​ໄປ​ວາງສະ​ແດງ​ແມ່ນ​ລວມມີ. ຜະລິດ​ຕະພັນ​ເຟີ​ນີ​ເຈີ້, ຜະລິດ​ຕະພັນ​ຫັດຖະກຳ​ເຄື່ອງ​ເງິນ, ​ເຄື່ອງ​ປະດັບ, ​ແຜ່ນ​ແພ​, ຜະລິດ​ຕະພັນ​ອາຫານ ​ແລະ ​ເຄື່ອງ​ດື່ມ, ການ​ໂຄສະນາ ​ແລະ ທ່ອງ​ທ່ຽວ.

​ເຊິ່ງຜະລິດ​ຕະພັນຕ່າງໆ​ທີ່​ໄດ້​ນຳ​ໄປວາງສະ​ແດງ​ກໍ່​ມີ​ການ​ເພີ່ມ​ຂື້ນ​ໃນ​ທຸກໆ​ປີ​ທັງ​ປະລິມານ ​ແລະ ຄຸນ​ນະພາ​ບ ​ແລະ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຫຼາຍ​ຈາກ​ລູກ​ຄ້າ ສປ ຈີນ ​ແລະ ບັນດາ​ປະ​ເທດ​ຕ່າງໆ. ​ໂດຍ​ສະ​ເພາະ​ແມ່ນ​ຜະລິດ​ຕະພັນ​ເຟີ​ນີ​ເຈີ້​ໄມ້, ການ​ເຟ, ​ເຄື່ອງ​ເງິນ ​ແລະ ອື່ນ​ໆ. ​ເຊິ່ງ​ໃນ​ແຕ່​ລະ​ປີ​ຜະລິດ​ຕະພັນ​ດັ່ງກ່າວ​​ແມ່ນ​ໄດ້​ມີ​ການ​ປັບປຸງ​ໃຫ້​ແທດ​ເໝາະ​ກັບ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ໃນ ສປ ຈີນ.
1 2