ຄວາມ​ເຈັບ​ທໍລະ​ມານ​ເໝືອນ​ດັ່ງ​ເກືອ

(GMT+08:00) 2013-12-03 14:15:31     cri


ຊີວິດ​ເໝືອນ​ດັ່ງ​ດົນຕີ​ປະສານ​ສຽງ, ມີ​ບ່ອນ​ຂຶ້ນມີ​ບ່ອນ​ລົງ, ບາງທີ​ຫວານຊື່ນ, ບາງທີ​ຂົມ​ຂື່ນ. ​ໃຜ​ກໍ​ຫວັງຢາກ​ໃຫ້​ຊີ​ວິດ​ຂອງ​ຕົນເຕັມ​ໄປ​ດ້ວຍ​ຄວາມ​ສຸກ​ສຳລານ, ມີ​ແຕ່​ຄວາມ​ມ່ວນ​ຊື່ນ, ​ແຕ່ວ່າ​ຊີວິດ​ບໍ່​​ໄດ້ດຳ​ເນີນ​ໄປ​ຕາມ​ຄວາມ​ປາຖະໜາ​ຂອງ​ຄົນ​ເຮົາທຸກ​ຢ່າງ, ຄວາມ​ຫຍຸ້ງ​ຍາກ​ແລະ​ຄວາມ​ເຈັບ​ປວດ​ທໍ​ລະ​ມານທີ່​ທຸກ​ຄົນ​ບໍ່​ຢາກປະສົບພົບ​ພໍ້ນັ້ນ, ​ໃຜ​ກໍ່​ປະຕິ​ເສດ​ບໍ່​ໄດ້, ​ເພາະ​ເສັ້ນ​ທາງ​ຊີວິດ​ຄົນ​ເຮົາ​ບໍ່​ໄດ້​ໂຮຍ​ດ້ວຍ​ດອກ​ກຸຫຼາບຕະຫຼອດ​ໄປ, ​​ເມື່ອພົບຄວາມ​ຫຍຸ້ງ​ຍາກ​ແລະ​ຄວາມ​ທຸກທໍລະ​ມານ​ແລ້ວ, ອາລົມຂອງ​​ເຮົາກໍ່​ຈະຄ້ອຍ​ໄປ​ນຳ​ແລະຮູ້ສຶກ​ໃນ​ທັນທີ​ວ່າ, ຊີວິດ​​ປົກຄຸມ​ດ້ວຍ​ຄວາມມົວ​ໝອງ​. ​ກ່ຽວ​ກັບ​ຄວາມ​ຫຍຸ້ງຍາກ​ແລະ​ຄວາມທຸກ​ທໍລະມານ, ວິ​ໄລ​ວັນ​ເຄີຍ​ໄດ້​ຍິນ​​ເລື່ອງ​ລາວ​ເລື່ອງ​ໜຶ່ງ, ​ຮູ້ສຶກ​ປະ​ທັບ​ໃຈຫຼາຍ, ​ສະ​ນັ້ນ, ກໍ່​ຢາກ​ແບ່ງປັນ​ກັບທ່ານ​ໃນ​ລາຍການ, ​ເລື່ອງ​ນີ້​ມີ​ຫົວ​ຂໍ້​ວ່າ: ຄວາມ​ເຈັບ​ທໍລະ​ມານ​ເໝືອນ​ດັ່ງ​ເກືອ.

​ຢູ່​ວັດ​​ແຫ່ງ​ໜຶ່ງ, ມີ​ຈົວ​ນ້ອຍ​ຕົນໜຶ່ງ, ​ເພິ່ນ​ມັກ​ຈົ່ມ​ນີ້​ຈົ່ມ​ນັ້ນຕໍ່​ເຈົ້າຫົວ​ເລື້ອຍໆ, ຕອນ​ເຊົ້າ​ມື້ໜຶ່ງ, ​ເຈົ້າຫົວ​ສັ່ງ​ໃຫ້​ຈົວນ້ອຍໄປ​​ເອົາ​ເກືອມາໜ້ອຍ​ໜຶ່ງມາ.

​ເມື່ອ​ຈົວ​ນ້ອຍ​ເອົາ​ເກືອ​ມາ​ແລ້ວ, ​ເຈົ້າຫົວ​ກໍ​ສັ່ງ​ໃຫ້​ຈົວ​ນ້ອຍ​ເອົາ​ເກືອ​ຖອກໃສ່ຈອກນ້ຳ, ​ແລ້ວ​ໃຫ້​ກິນ​ນ້ຳ​​ເກືອໃນ​ຈອກ, ​ຫຼັງຈາກ​ນັ້ນ, ​ເຈົ້າຫົວ​ກໍ່​ຖາມ​ຈົວ​ວ່າ ​ລົດ​ຊາດມັນ​ເປັນ​ຈັ່ງ​ໃດ?


ຈົວ​ນ້ອຍຖົ່ມ​ນ້ຳ​ເກືອ​ຖີ້ມ​ໃນ​ທັນທີ, ​ແລະ​ຕອບ​ວ່າ: "ມັນ​ເຄັມ​ໂພດ."

​ເຈົ້າຫົວຍີ້ມ​ໃສ່​ຈົວ​ນ້ອຍ, ​ແລ້ວ​ພາ​ຈົວ​ນ້ອຍ​ຖື​ເກືອໄປ​​ແຄມ​ໜອງ.



1 2