ຄວາມ​ເຈັບ​ທໍລະ​ມານ​ເໝືອນ​ດັ່ງ​ເກືອ

(GMT+08:00) 2013-12-03 14:15:31     cri



ເມື່ອ​​ຮອດ​ແຄມ​ໜອງ​, ​ເຈົ້າຫົວ​ກໍ​ໃຫ້​ຈົວ​ນ້ອຍ​ເອົາ​ເກືອຫວ່ານ​ໃສ່​​ໜອງ, ​ແລ້ວ​ເວົ້າ​ຕໍ່​ຈົວ​ນ້ອຍວ່າ: "ບັດ​ນີ້, ​ຕັກ​ເອົານ້ຳ​​ໃນໜອງ​ມາ​ຊີມ​ເບິ່ງ."

ຈົວ​ນ້ອຍ​ກໍຕັກ​ເອົາ​ນ້ຳ​ໃນ​ໜອງ​ມາ​ກິນ, ​ເຈົ້າຫົວ​ຖາມ​ວ່າ: "ລົດ​ຊາດ​ມັນເປັນ​ແນວ​ໃດ?"

ຈົວ​ນ້ອຍ​ຕອບ​ວ່າ: "ເຢັນດີ."

​ເຈົ້າຫົວ​ຖາມ​ວ່າ​: "ເຄັມ​ບໍ່?"

ຈົວ​ນ້ອຍ​ຕອບ​ວ່າ: "ບໍ່."

ຕໍ່ມາ, ​ເຈົ້າຫົວ​ກໍນັ່ງ​ຄຽງຂ້າງ​ຈົວ​ນ້ອຍ​ທີ່​ມັກ​ຈົ່ມ​ຜູ້​ນີ້, ​ພ້ອມ​ທັງຈັບ​ມື​, ​ແລ້ວ​ເວົ້າ​ວ່າ: "​ໃນ​ຊີວິດ​ຂອງ​ເຮົາ, ​ແນ່ນອນ​ຈະ​ພົບ​ຄວາມ​ຫຍຸ້ງຍາກ​ແລະ​ຄວາມທຸກ​ທໍລະມານ, ສ່ວນ​ມັນ​ຈະ​ພາ​ໃຫ້​ເກີດ​ມີຄວາມ​ເຈັບ​ປວດຫຼາຍໜ້ອຍປານ​ໃດນັ້ນ, ​​ແມ່ນ​ຂຶ້ນ​ກັບ​ຄວາມ​ອົດທົນ​ຂອງ​ເຮົາ​ເອງ. ຄວາມ​ທຸກທໍລະມານ​ນັ້ນ​ ​ກໍ​ຄືກັນ​ກັບ​ເກືອ​ເຫຼົ່ານີ້​ແຫຼະ, ​ຄວາມ​ອົດທົນ​ຂອງ​ເຮົາ​ກໍ່​ເໝືອນ​ດັ່ງ​ນ້ຳ, ຄວາມ​ເຄັມ​ເໝືອນ​ດັ່ງ​ຄວາມ​ເຈັບ​ປວດ. ເມື່ອ​ເຈົ້າ​ຮູ້ສຶກ​ເຈັບ​ປວດຫຼາຍ, ​ເຈົ້າ​ກໍ​​​​ເພີ່ມ​ຄວາມ​ອົດທົນ​ໃຫ້ຫຼາຍຂຶ້ນ, ບໍ່​​ແມ່ນ​ເອົານ້ຳ​ຈອກ​ໜຶ່ງມາ​ໃສ່, ​ແຕ່​ຫາກ​​ແມ່ນ​ນ້ຳ​ໝົດ​ໜອງ, ຕອນນັ້ນ, ​ເຈົ້າ​ກໍ​ຈະ​​ຮູ້​ສຶກວ່າ​ເກືອບໍ່​ເຄັມພໍ​ປານ​ໃດ​ແລ້ວ."

ໃນ​ຊີວິດ​ຂອງ​ຄົນ​ເຮົາ, ​ເລື່ອງ​ທີ່​ບໍ່ສົມ​ຫວັງ​ມີ​ເຖິງ​ 80 ຫາ 90 ສ່ວນ​ຮ້ອຍ, ຄົນ​ເຮົາ​ດຳລົງ​​ຊີວິດ​ໃນ​ໂລກນີ້, ຄວາມ​ເຈັບ​ປວດ​ແມ່ນຫຼີກ​ເວັ້ນບໍ່​ໄດ້. ເມື່ອ​​ເຮົາ​ພົບ​ຄວາມ​ຫຍຸ້ງຍາກ​ແລ້ວ, ຖ້າ​​ເຮົາບໍ່​ທໍ້ຖອຍ​ແລະ​ສູ້ກັບ​ມັນ​ດ້ວຍ​ຄວາມ​ທຸ່ນ​ທ່ຽງ, ​​​ເປັນ​ຄົນ​ອົນ​ທົນ​​ແລະ​ເຂັ້ມ​ແຂງ, ​​ເມື່ອ​​ເຮົາ​​ເຂັ້ມແຂງ​ແລ້ວ, ກໍ່​ຈະ​ສາມາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ນາໆ​ໄດ້.

ຖ້າ​ເປັນ​ແນວ​ນັ້ນ​ແລ້ວ, ບໍ່ພ​ຽງ​ແຕ່​ສິ່ງ​ເຫຼົ່ານັ້ນບໍ່​ສາມາດຜາບ​ແພ້​ເຮົາໄດ້, ກົງກັນຂ້າມ, ຍັງ​ຈະ​ກາຍ​ເປັນ​ປະສົບ​ການ​ແລະຊັບສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ເຮົາ, ​ເຮັດ​ໃຫ້​ຊີວິດ​ເຮົາ​ສົມບູນ​ຂຶ້ນ, ​ແລະ​ກໍ່​ເຮັດ​ໃຫ້​​ເຮົາ​ເອງ​​​ເຂັ້ມ​ແຂງ​ຂຶ້ນອີກ​ດ້ວຍ​!


1 2