ເລື່ອງ​ອະດີດມີ​ແຕ່​ຄິດຫວນ​ຄືນ​ໄດ້​(ສຽງ)

(GMT+08:00) 2013-12-03 14:23:00     cri

ສິ່ງ​ທີ່​ດີ​ທີ່​ສຸດ​ໃນ​ໂລກ​ນີ້​ມີ 2 ປະ​ເພດ, ຄື: ໜຶ່ງ ສິ່ງ​ທີ່​ເຮົາເສຍ​ໄປ​ແລ້ວ, ສອງ ສິ່ງ​ທີ່​ໄດ້​ມາຍາກ​ທີ່​ສຸດ.

ຈີນ​ມີ​ກາບກອນ​ບົດ​ໜຶ່ງ, ປະ​ໂຫຍ​ກທຳ​ອິດ​ເວົ້າ​ວ່າ: "ຖ້າ​ຊີວິດ​ສາມາດ​ເໝືອນ​ດັ່ງ​ການ​ພົບ​ກັນ​ຄັ້ງ​ທຳ​ອິດ"… ​ເວລາ​ພົບ​ກັນ​ເທື່ອ​ທຳ​ອິດ, ທຸກ​ສິ່ງ​ທຸກ​ຢ່າງ​ລ້ວນ​ແຕ່​ຈົບ​ງາມ, ​ທຸກ​ນາທີ​ທີ່​ຢູ່​ນຳ​ກັນລ້ວນ​ແຕ່ມ່ວນ​ຊື່ນ​. ​ເຖິງ​ວ່າ​ບາງທີ​ກໍ່​ມີ​ສິ່ງ​ທີ່​ບໍ່​ສົມ​ຫວັງ​ປານ​ໃດ ​ແຕ່ກໍ​ຍິນ​ດີ​ອົດທົນ, ​ເພາະວ່າ, ​ໃນ​ເວລາ​ນັ້ນ ມີວາມ​ຄອງ​ຄອຍ, ສະ​ນັ້ນ, ຈິ່ງ​ເຊື່ອ​ວ່າ ທຸກ​ສິ່ງ​ທຸກ​ຢ່າງ​ຈະ​ດີ​ຂຶ້ນ, ຄວາມ​ຫຍຸ້ງຍາກ​ຕ່າງໆ​ກໍ່ຈະ​ບໍ່​ເປັນ​ອຸປະສັກ, ​ເວລາ​ນັ້ນ, ຊີວິດ​ມີ​ແຕ່​ເຕັມ​ໄປ​ດ້ວຍ​ຄວາມ​ຫວານ​ຊື່ນ​ແລະ​ຄວາມ​ດີງາມ. ຖ້າວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ສາມາດ​ຢຸດ​ຢູ່​ໃນ​ເວລາ​ນັ້ນ ມັນ​ຈະ​ດີ​ຊ່ຳ​ໃດ? ​ແຕ່​ວ່າ, ​ໂລກຍ່ອມ​ຈະ​ເກີດ​ມີ​ການ​ປ່ຽນ​ແປງ, ຄວາມ​ຮູ້ສຶກ​ທີ່​ດີ​ໃນ​ເມື່ອ​ກ່ອນ ກໍ່​ອາດ​ຈະ​ເກີ​ດມີ​ການ​ປ່ຽນ​ແປງ​ຢ່າງ​ເຫຼືອ​ເຊື່ອ​ໃນ​ທີ່​ສຸດ, ກາຍ​ເປັນ​ສະພາບ​ທີ່​ໃຜ​ກໍ່​ຄາດ​ຄະ​ເນ​ບໍ່​ໄດ້​ໃນ​ຕອນ​ຕົ້ນ, ຄວາມ​ຈົບງາມ​ໃນ​ເວລາ​ພົບ​ກັນ​ຄັ້ງ​ທຳ​ອິດ ກໍ່​ຍິ່ງ​ລ້ຳ​ຄ່າ​ຍ້ອນ​ບໍ່​ສາມາດ​ຮັກສາ​ໄວ້​ໄດ້, ​​ແລະໃນ​ທີ່​ສຸດ ກາຍ​ເປັນ​ພຽງ​ແຕ່​ຄວາມ​ຊົງ​ຈຳ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໃຈ​ຂອງ​​ເຮົາ. ກໍ່​ແມ່ນ​ຍ້ອນ​ເປັນ​ແນວ​ນີ້, ຈິ່ງ​ມີ​ເພງ​ທີ່​ໂອ້ອ່າວ​ເຖິງ​ເວລາ​ທີ່​ສູນ​ເສຍ​​ໄປຢ່າງບໍ່​ມີ​ວັນ​ຕ່າວ​ຄືນ​ມາ ຊຶ່ງໄດ້​​ປ່ຽນ​ແປງ​ຈິດ​ໃຈ​ຂອງຄົນ​ແລະ​ຫຼາຍສິ່ງ​ຫຼາຍຢ່າງ.

ໃນ​ນັ້ນ, ມີ​​ເພງ​ຈີນ​ເພງ​ໜຶ່ງ​ທີ່​ຊື່ວ່າ "往事只能回味" ​ເຊິ່ງ​​ແປ​ວ່າ "​ເລື່ອງ​ອະດີດ​ມີ​ແຕ່ຄິດ​ຫວນ​ຄືນ​ໄດ້", ​ໃນຫຼາຍສິບ​ປີ​ທີ່​ຜ່ານ​ມາ​, ​ເຄີຍ​ມີ​ນັກ​ຮ້ອງຫຼາຍໆ​ຄົນ​​ເຄີຍ​ໄດ້​ຮ້ອງ​ເພງ​ນີ້. ​ບໍ່​ວ່າ​ຍາມ​ໃດ, ຟັງ​ເພງ​ນີ້​ແລ້ວ​ກໍ່​ຈະ​ເຮັດ​ໃຫ້​ຄົນ​ຟັງ​​ຄິດຫວນ​ຄືນ​ເຖິງ​ເລື່ອງ​ອະດີດ, ວິ​ໄລ​ວັນ​ຈຶ່ງ​ເອົາ​ມາ​ແບ່ງປັນ​ກັບ​ເພື່ອນ​ຄົນ​ລາວ, ຫວັງ​ວ່າ​ທ່ານ​ຄົງ​ຈະ​ມັກ.


ເລື່ອງ​ອະດີດ​ມີ​ແຕ່​ຄິດຫວນ​ຄືນ​ໄດ້










ວັນ​ເວລາ​ເສຍ​ໄປ​ແລ້ວຈະ​ຕ່າວ​ຄືນ​ມາ​ບໍ່​ໄດ້​ອີກ, ​ເລື່ອງ​ອະດີດ​ມີ​ແຕ່ຄິດ​ຫວນ​ຄືນ​ໄດ້. ຄຶດ​ເຖິງ​ໄວ​ເດັກ​ພວກ​ເຮົາ, ​ເວລາ​ນັ້ນ, ​ທຸກ​ສິ່ງ​ທຸກ​ຢ່າງ​ກໍ່​ບໍລິສຸດ​ຜຸດ​ຜ່ອງ, ນ້ອງ​ກັບ​ອ້າຍຢູ່​ນຳ​ກັນ​ທຸກ​ເວລາ…ປີ​ແລ້ວ​ປີ​ເລົ່າ​, ດອກ​ໄມ້​ບານ​ອີກ​ໃນທ່າມກາງສາຍ​ລົມ​ລະດູ​ບານ​ໃໝ່​, ອ້າຍ​ກໍ່​ນັບ​ມື້​ນັບ​​ເຕີບໃຫຍ່​ຂຶ້ນ. ​ໃຈ​ຂອງອ້າຍ​ກໍ່ປ່ຽນ​ແປງ​ໄປ ຕາມ​ການວັນ​ເວລາ​ທີ່​ຕ່າວ​ຄືນ​ມາ​ບໍ່​ໄດ້, ນ້ອງ​ມີ​ແຕ່​ສາມາດ​ຊອກ​ຫາ​ຄວາມ​ອົບ​ອຸ່ນ​​ໄດ້ໃນ​ຄວາມ​ຝັນ​…

"ມີ​ເພງ​ຫຍັງ​ບໍ່ ທີ່​ເຮັດ​ໃຫ້​ເຈົ້າ​ຄຶດ​ເຫັນ​ຂ້ອຍ?"                           ເພງ​ປະກອບ​ລະຄອນ​ "​ເຈົ້າ​ພໍ່​ຊຽງ​ໄຮ"​​