3 ຄົນ​ທີ່​ຈະ​ພົບ​ກັນ​ບົນ​ເສັ້ນ​ທາງ​ແຫ່ງ​ຄວາມ​ຮັກ

(GMT+08:00) 2013-12-20 09:29:49     cri

ບົນ​ເສັ້ນທາງ​ແຫ່ງ​ການສະ​ແຫວ​ງຫາ​ຄວາມ​ຮັກຂອງ​ທຸກ​ຄົນ, ຈະ​ຕ້ອງ​ໄດ້​ພົບ​ກັບ 3 ຄົນ, ຜູ້​ທຳ​ອິດ​ແມ່ນ​ຄົນ​ທີ່​ເຈົ້າ​ຮັກ​ທີ່​ສຸດ, ຜູ້​ທີ​ສອງ​ແມ່ນ​ຄົນ​ທີ່​ຮັກ​ເຈົ້າ​ທີ່​ສຸດ, ຜູ້​ທີ​ສາມ​ແມ່ນ​ຄົນ​ທີ່​ຈະ​ດຳລົງ​ຊີວິດ​ກັບ​ເຈົ້າ​ຕະຫຼອດຊີວິດ.

ກ່ອນ​ອື່ນ, ທ່ານ​ຈະ​​ພົບ​ຄົນ​ທີ່​​ເຈົ້າ​ຮັກ​ທີ່​ສຸດ, ​ແລ້ວ​ກໍ່​ຈະ​ຮູ້​ວ່າ ຄວາມ​ຮູ້ສຶກ​ຂອງ​ຄວາມ​ຮັກ​ມັນ​ຄື​ແນວ​ໃດ, ຕໍ່​ມາ, ​ຍ້ອນ​​ໄດ້​ຮູ້​ຄວາມ​ຮູ້ສຶກ​ໃນຄວາມ​ຮັກ​ແລ້ວ, ທ່ານຈຶ່ງ​ຈະ​ປະກົດ​ຮູ້​ຜູ້​ທີ່​ຮັກ​ຕົນ​ທີ່​ສຸດ.

ເມື່ອ​ທ່ານ​ໄດ້ສຳຜັດ​ກັບ​ຄວາມ​ຮູ້ສຶກ​ໃນ​ການ​ຮັກ​ຜູ້​ອື່ນ​ແລະ​ຖືກ​ຜູ້​ອື່ນ​ຮັກ​ນັ້ນແລ້ວ, ຈຶ່ງ​​ຮູ້​ວ່າ, ​ໂອ້, ຄວາມ​ຮັກທີ່​ແທ້​ຈິງ​ຄວນ​ເປັນ​ແນວນີ້​ເດ​ເນາະ, ​ແລະ​ກໍ່​ຈະຮູ້​ວ່າ​ສິ່ງ​ທີ່​ຕົນ​ຕ້ອງການ​ທີ່​ສຸດ​ແມ່ນຫຍັງ, ​ແລ້ວ​ຈຶ່ງ​ຈະ​ຊອກ​ພົບ​ຄົນ​ທີ່​ເໝາະ​ສຳລັບ​ຕົນ​ເອງທີ່​ສຸດ​ແລະຈຶ່ງ​ສາມາດ​ຢູ່​ນຳ​ກັນ​ຕະຫຼອດ​ຊີວິດ.



1 2